Tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ”
07/12/2023 04:56
(VOVWORLD) - Tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ” ໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດ ແລະ ບໍລິສັດທ່ອງທ່ຽວແບບຍືນຍົງ ຫວຽດນາມ (Vietnam S.T.I.D ) ຈັດຂຶ້ນດ້ວຍຄວາມຫວັງຢາກສ້າງການລົງພຶດຕິກຳທີ່ເປັນເອກະລັກສະເພາະ ແລະ ຈັບອົກຈັບໃຈຍາມຄ່ຳຄືນຢູ່ນະຄອນຫຼວງ ໃຫ້ແກ່ ແຂກທ່ອງທ່ຽວ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 403 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກບັນດາປະເທດ ແລະ ເຂດແຄວ້ນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນນັ້ນ, ທ່ານຜູ້ຟັງລາວ ກໍ່ຄືຫວຽດນາມ ຫຼາຍຄົນ ກໍ່ໄດ້ຝາກຈົດໝາຍມາຍັງລາຍການ ດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບການພົບປະແລກປ່ຽນດ້ານວັດທະນະທຳ ຫວຽດນາມ - ລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີບັນດາຄຳເຫັນ, ເນື້ອໃນ, ກໍ່ຄືຕອບຈົດໝາຍຂອງທ່ານຜູ້ຟັງທີ່ຝາກມາລາຍການ ໃນອາທິດຜ່ານມາ, ເຊີນທ່ານຕິດຕາມຮັບຟັງ. ເພື່ອນ ພອນສະຫວັນ ຢູ່ແຂວງ ຊຽງຂວາງ, ໄດ້ສົ່ງຈົດໝາຍຝາກເຖິງລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຕໍ່ລາຍການ ຫວຽດນາມ - ລາວ ໃນເວັບໄຊຂອງ VOV5. ລາຍການນີ້ ໄດ້ຊ່ວຍຂ້າພະເຈົ້າຕິດຕາມບັນດາຂ່າວຄາວກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ ໄດ້ສະດວກກ່ວາ ແລະ ມີລັກສະນະສັງລວມກ່ວາ. ອາດເວົ້າໄດ້ວ່າ ນີ້ແມ່ນເວັບໄຊທີ່ມີຂໍ້ມູນອັນລ້ຳຄ່າສຳລັບຂ້າພະເຈົ້າ. ຂໍຂອບໃຈລາຍການ, ຫວັງວ່າ, ໃນໄລຍະຈະມາເຖິງ ເວັບໄຊຂອງລາຍການຈະມີ ຄຼິບວີດີໂອ, ພາບສາລະຄະດີ ກ່ຽວກັບການພົວພັນຮ່ວມມືລະຫວ່າງ ສອງປະເທດ ຫວຽດນາມ - ລາວ ຫຼາຍກ່ວາອີກ. ເພື່ອນພອນສະຫວັນ ທີ່ຮັກແພງ! ພວກຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ຮັບຄຳເຫັນຂອງເພື່ອນກ່ຽວກັບບັນດາເນື້ອໃນ ເຊິ່ງທາງລາຍການໄດ້ເອົາລົງໃນເວັບໄຊ vovworld.vn, ບັນດາຄຳເຫັນຂອງບັນດາທ່ານຜູ້ຟັງ ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງທີ່ສະຫງວນໃຫ້ແກ່ຜູ້ເຮັດລາຍການກະຈາຍສຽງພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ. ພວກຂ້າພະເຈົ້າຂໍອວຍພອນໃຫ້ບັນດາທ່ານຜູ້ຟັງຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນວຽກງານ ແລະ ສືບຕໍ່ປະກອບຄຳເຫັນເພື່ອໃຫ້ລາຍການນັບມື້ນັບເປັນໜ້າສົນໃຈກວ່າເກົ່າ. ໃນຈົດໝາຍຝາກມາລາຍການ, ເພື່ອນ ຈຳປາ ຢູ່ແຂວງ ວຽງຈັນ ໄດ້ຂຽນມາວ່າ: ໃນໄລຍະຈະມາເຖິງ, ຂ້າພະເຈົ້າ ແລະ ຄອບຄົວ ຈະໄປທ່ຽວຮ່າໂນ້ຍ. ເພື່ອໃຫ້ການເດີນທາງໄປທ່ຽວມີຄວາມສະດວກ ຂ້າພະເຈົ້າໄດ້ຊອກຮູ້ຫຼາຍພໍສົມຄວນກ່ຽວກັບການທ່ອງທ່ຽວຢູ່ ຮ່າໂນ້ຍ, ນັບແຕ່ອາຫານການກິນ, ບັນດາສະຖານທີ່ທ່ອງທ່ຽວ ຕະຫຼອດຮອດໂຮງແຮມ… ເຖິງຢ່າງໃດກໍ່ຕາມ, ມີ Tour ທ່ອງທ່ຽວໃໝ່ ແມ່ນ tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ” ແຕ່ຂ້າພະເຈົ້າຍັງບໍ່ທັນມີຂໍ້ມູນເທື່ອ. ຫວັງວ່າ ບັນນາທິການລາຍການພາກພາສາລາວ ຈະສະໜອງຂໍ້ມູນກ່ຽວກັບ tour ທ່ອງທ່ຽວໃຫ້ແກ່ຂ້າພະເຈົ້າຕື່ມອີກ, ຂໍຂອບໃຈ.
TAG
VOV/VOVworld/ການທ່ອງທ່ຽວ/ຫວຽດນາມ/ລາວ
Related








