VOV WorldVOV World
ບໍລິເວນປະດິດສ້າງ - ແຫ່ງໜູນຊ່ວຍຄວາມໄຝ່ຝັນເຮັດວຽກງານສິລະປະ
15/04/2016 17:00
ນີ້​ແມ່ນ​ລາຍການ​ສິລະ​ປະຕາມ​ທ້ອງຖະໜົນທຳ​ອິດ (street Art Fair) ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ​ຫວ່າງ​ແລ້ວ​ນີ້. ​ເຊິ່ງລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ແຕ້ມ​ພາບ, ປັ້ນ​ຮູບ, ສະ​ແດງ​ດົນຕີ​, ອັນ​ໄດ້​ສ້າງ​ຄວາມ​ໃກ້ຊິດ​ລະຫວ່າງ​ນັກ​ສິລະ​ປິນກັບ​ຜູ້​ຊົມ, ຢູ່​ເຂດ​ວາງສະ​ແດງ, ບັນດາ​ຈິດຕະກອນ​ໄດ້​ແຕ້ມ​ໂດຍ​ກົງ ​ແລະ ວາງສະ​ແດງ​ບັນດາ​ພາບ​ແຕ້ມ​ຢູ່​ບໍລິ​ເວນ​ປະດິດ​ສ້າງ Hanoi Creative City
(vovworld) - ​ເຖິງ​ວ່າ​ປະກົດ​ມີ​ບໍ່​ດົນ​ປານ​ໃດ​ກໍ່ຕາມ, ​ແຕ່ບັນດາ​ບໍລິ​ເວນ​ປະດິດ​ສ້າງ​​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ 5 ປີ​ມາ​ນີ້​ຢູ່ ຫວຽດນາມ​ເຊັ່ນ: Hanoi Creative City, Heritage Space, Hanoi Rock City, ​ເຮືອນຮ້ານ Colletive, ສະຖານີ ​3A... ​ໄດ້​ກາຍ​ເປັນ​ “ຈຸດ​ນັດ​ພົບ“ ຂອງ​ບັນດາ​ນັກ​ສິລະ​ປິນ, ​​ແມ່ນ​ແຫ່ງ​ເຕົ້າ​ໂຮມ ​ແລະ ​ແນະນຳ​ບັນດາ​ແນວ​ຄວາມ​ຄິດ​ໃໝ່, ນຳ​ເອົາ​ສິນລະປະ​ມາ​ໃກ້​ກັບ​ສາທາລະນະ​ຊົນ​ກວ່າ. ​ໃນ​ລາຍການ​ສາລະ​ຄະດີ​ວັນ​ເສົາ​ມື້​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງນັກ​ຂ່າວ ​ເຟືອງ​ຖູ​ຍ ທີ່​ມີ​ຫົວ​ຂໍ້​ວ່າ “ບໍລິ​ເວນ​ປະດິດ​ສ້າງ - ​ແຫ່ງ​ໜູນ​ຊ່ວຍ​ຄວາມ​ໄຝ່ຝັນ​ເຮັດ​ວຽກ​ງານ​ສິລະ​ປະ“.
TAG
vov/vovworld/ຜູ້ອຳນວຍການ​/ສູນ​ປະດິດ​ສ້າງ