ດຶງເຊືອກ: ພະລັງແຫ່ງຄວາມສັກສິດຂອງສາຍເຊືອກມໍລະດົກ
28/12/2025 03:00
(VOVWORLD) - ຮຸ່ງເຊົ້າວັນທີ 16 ພະຈິກ, ຢູ່ວັດ ເຈິ່ນຫວູ (ເທດສະບານ ລອງບຽນ, ນະຄອນ ຮ່າໂນ້ຍ) ໄດ້ປຸກລຸກດ້ວຍສຽງກອງຂອງບຸນບ້ານທີ່ດັງກ້ອງກັງວານ. ຈາກປະຕູໂຂງເຂົ້າບ້ານ, ຜູ້ຄົນພາກັນຫຼັ່ງໄຫຼກັນມາ, ຜູ້ຈັບກ້ອງຖ່າຍຮູບ, ຜູ້ພາລູກພາຫຼານເຂົ້າຮ່ວມພິທີ ແລະ ຮັບຊົມການແຂ່ງຂັນດຶງເຊືອກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 10 ປີ ອົງການ UNESCO ຮັບຮອງເອົາພິທີ ແລະ ການແຂ່ງດຶງເຊືອກ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.

ຢູ່ເດີ່ນວິຫານ ເຈິ່ນຫວູ, ບັນດາທິມດຶງເຊືອກຢູ່ພາກເໜືອ ຫວຽດນາມ ໄດ້ເຕົ້າໂຮມກັນ ໃນບັນດາຊຸດເຄື່ອງນຸ່ງທີ່ເຕັມໄປດ້ວຍສີສັນ, ອັນໄດ້ເຮັດໃຫ້ບັນຍາກາດຢູ່ສະຖານທີ່ແຫ່ງນີ້ມີຊີວິດຊີວາກວ່າມື້ທຳມະດາ. ພໍກ້າວເຂົ້າເດີ່ນວິຫານ, ປະຊາຊົນທ້ອງຖິ່ນກໍພາກັນສົ່ງສຽງຮ້ອງໂຮຕ້ອນຮັບແຕ່ລະທິມ. ກ່ອນນີ້ 10 ປີຖ້ວນ, ວັນທີ 2 ທັນວາ 2015, ຢູ່ Namibia, ພິທີກຳ ແລະ ການດຶງເຊືອກຂອງ ຫວຽດນາມ ພ້ອມກັບ ກຳປູເຈຍ, ສ.ເກົາຫຼີ ແລະ ຟີລິບປິນ ໄດ້ຖືກຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ເຫດການດັ່ງກ່າວໄດ້ຮັບຖືວ່າເປັນຂີດໝາຍສຳຄັນ, ເປີດກ້ວາງການຂະຫຍາຍຕາໜ່າງວົງຄະນະຍາດ ປະຕິບັດມໍລະດົກ. ຈາກ 6 ວົງຄະນະຍາດ ໃນເບື້ອງຕົ້ນທີ່ໄດ້ຍື່ນສະເໜີຕໍ່ອົງການ UNESCO, ໄລ່ມາຮອດປັດຈຸບັນ ຫວຽດນາມ ມີ 10 ວົງຄະນະຍາດໄດ້ເປັນເຈົ້າການອະນຸລັກຮັກສາ, ຖ່າຍທອດບອກສອນ ແລະ ເຊື່ອມຕໍ່ມໍລະດົກດຶງເຊືອກແບບຍືນຍົງກວ່າເກົ່າ. ແຕ່ລະປີຢູ່ບັນດາແຂວງຂອງຫວຽດນາມ ຄື: ຮ່າໂນ້ຍ, ບັກນິງ, ຝູເຖາະ, ລ່າວກາຍ, ຮຶງອຽນ, ນິງບິ່ງ..., ປະຊາຊົນຍັງຮັກສາພິທີດຶງເຊືອກນີ້ໄວ້ເໝືອນເດີມ.
TAG
VOV/VOVworld/ດຶງເຊືອກ/ສາຍເຊືອກມໍລະດົກ
Related








