ແຜນທີ່ດີຈີຕອນ 4D (Map4D) - ແຜນທີ່ດີຈີຕອນຂອງຄົນຊາວຫວຽດນາມ
25/08/2023 08:00
(VOVWORLD) - ບັນດາໂປຣແກຣມກ່ຽວກັບແຜນທີ່ໃນປະຈຸບັນຄື: Google Maps ຫຼື Apple Maps ແມ່ນບັນດາໂປຣແກຣມ ທີ່ລຶ້ງເຄີຍກັບຜູ້ນຳໃຊ້ smartphone ດ້ວຍຄວາມສາມາດຊີ້ບອກເສັ້ນທາງ, ສະຖານທີ່. ແຕ່ເຖິງຢ່າງໃດກໍ່ຕາມ, ຢູ່ ຫວຽດນາມ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງໄດ້ເຂົ້າຮ່ວມຂົງເຂດນີ້ດ້ວຍບັນດາມາດຕະການນຳໃຊ້ໂປຣແກຣມ ນີ້ໃນຂອບເຂດ ຫວຽດນາມ ຂຶ້ນເຖິງ 100%.

Map4D - ແຜນທີ່ດີຈີຕອນຂອງຄົນຊາວຫວຽດນາມ (ພາບ:VOV) ການໝູນໃຊ້ແຜນທີ່ດີຈີຕອນ 4D ໂດຍບໍລິສັດເຕັກໂນໂລຊີ IOT Link ຜະລິດ ກໍ່ ແມ່ນຕົວຢ່າງໜຶ່ງ. Map4D ດ້ວຍຄຸນສົມບັດໃໝ່ຫຼາຍຢ່າງ, ເໝາະສົມກັບຊາວຫວຽດນາມ, ຊ່ວຍຫລຸດຜ່ອນລາຍຈ່າຍ ກໍ່ຄືຫລຸດຜ່ອນການສູນເສຍຂໍ້ມູນຂອງຜູ້ນຳໃຊ້, ເພີ່ມທະວີຄວາມປອດໄພ ທາງເຄືອຂ່າຍອິນເຕີເນັດ ແຫ່ງຊາດ. Map4D ຂອງ IOTLink ແມ່ນໂປຣແກຣມແຜນທີ່ໜຶ່ງດຽວຂອງຊາວຫວຽດນາມ, ໂດຍບັນດານັກເຕັກນິກ ຫວຽດນາມ ຜະລິດ, ພາຍໃຕ້ການໜູນຊ່ວຍ, ໃຫ້ຄຳປຶກສາຂອງນັກຊ່ຽວຊານແຖວໜ້າຂອງ Microsoft. Map4D ແມ່ນໂປຣແກຣມສະສົມຂໍ້ມູນຕ່າງໆຄື: ລະບົບຂໍ້ມູນດ້ານພູມສາດ, ລະບົບຂໍ້ມູນດ້ານທີ່ດິນ, ຄົມມະນາຄົມ, ການທ່ອງທ່ຽວ, ກະສິກຳ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໂທລະຄົມ, ການກໍ່ສ້າງ… ເຊິ່ງໄດ້ເຊື່ອມຕໍ່, ແບ່ງປັນ, ປະກົດຢູ່ໜ້າຈໍຊັດເຈນທີ່ສຸດ. ນີ້ແມ່ນພື້ນຖານດີຈີຕອນທີ່ຈຳເປັນໃນວິວັດການຫັນເປັນດີຈີຕອນ ແລະ ຜັນຂະຫຍາຍນະຄອນ ອັດສະລິຍະ. ອ້າຍ ຈິ້ງກົງຢຸຍ, ຜູ້ຮ່ວມສ້າງຕັ້ງ IOTLink, ໃຫ້ຮູ້ວ່າ: ໂປຣແກຣມນີ້ຈະຮັບໃຊ້ຫຼາຍຂົງເຂດທີ່ແຕກຕ່າງກັນ, ພິເສດແມ່ນໃນຂົງເຂດຫັນເປັນດີຈີຕອນ ແລະ ສ້າງ ເປັນສຳເນົາ ດີຈີຕອນໃຫ້ເຂດຕົວເມືອງ, ໝູນໃຊ້ໃນຕົວເມືອງ ອັດສະລິຍະ. ປະຈຸບັນ, ໂປຣແກຣມນີ້ໄດ້ສະໜອງໂດຍບໍ່ເສຍຄ່າໃຫ້ວິສາຫະກິດ ຫວຽດນາມ ຫຼາຍກ່ວາ 100 ແຫ່ງແລ້ວ. Map4D ມີຄວາມສາມາດສະສົມຂໍ້ມູນເປັນດີຈີຕອນ, ຄຸ້ມຄອງຂໍ້ມູນ ແລະ ໝູນໃຊ້ ກໍ່ຄືປະມວນບັນດາມາດຕະການເຕັກໂນໂລຊີທີ່ກ້າວໜ້າໃນພື້ນຖານເວບໄຊ ແລະ ໂປຣແກຣມ. ທ່ານ ເຢືອງແມ້ງຢຸ້ງ, ຫົວໜ້າພະແນກເຕັກໂນໂລຊີ ບໍລິສັດ IOTLink, ຢັ້ງຢືນວ່າ: “ ລະບົບ 3D ໃຫ້ຜູ້ນຳໃຊ້ອາດສາມາດເຫັນບັນດາຕຶກອາຄານດ້ວຍບັນດາຮູບພາບຕົວຈິງ. ສ່ວນ 4D ໃຫ້ຜູ້ນຳໃຊ້ ສາມາດ ເຫັນຕຶກອາຄານນັ້ນໃນອະດິດຕະການ, ໃນອະນາຄົດ ເປັນ ຄືແນວໃດ, ເຫັນໄດ້ການວາງແຜນຜັງ ມີຄື ແນວໃດ, ຊ່ວຍໃຫ້ຜູ້ນຳໃຊ້ອາດສາມາດເຫັນໄດ້ການປ່ຽນແປງຕາມການເວລາຂອງສະຖານທີ່ໃດໜຶ່ງ. ນັ້ນແມ່ນບັນດາຄຸນສົມບັດທີ່ ຍັງ ບໍ່ ທັນ ເຫັນໃນບັນດາໂປຣແກຣມ ອື່ນ ”.
TAG
VOV/VOVworld/IOT Link/4D/Map4D
Related








