ໝູ່ບ້ານຫໍ່ເຂົ້າຕົ້ມ ແຈງຂຸກ ໃນນະຄອນຫຼວງຮ່າໂນ້ຍ
26/01/2013 16:17
ໂດຍຖືກຕັ້ງຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍປະມານ 20 ກິໂລແມດ, ຕາແສງ ຢວຽນຮ່າ ເມືອງ ແທງຈີ ແມ່ນແຫ່ງມີໝູ່ບ້ານປະກອບອາຊີບຫໍ່ເຂົ້າຕົ້ມ ແຈງຂຸກ ທີ່ມີຊື່ສຽງ
ການຫໍ່ເຂົ້າຕົ້ມເພື່ອກະກຽມຕ້ອນຮັບບຸນເຕັດ ໂດຍຖືກຕັ້ງຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍປະມານ 20 ກິໂລແມດ, ຕາແສງ ຢວຽນຮ່າ ເມືອງ ແທງຈີ ແມ່ນແຫ່ງມີໝູ່ບ້ານປະກອບອາຊີບຫໍ່ເຂົ້າຕົ້ມ ແຈງຂຸກ ທີ່ມີຊື່ສຽງ. ໃນຊຸມມື້ນີ້, ບັນຍາກາດລະດູບານໃໝ່ໄດ້ປົກຄຸມໄປທົ່ວໝູ່ບ້ານ. ທຸກໆຄົນໃນບ້ານຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍ, ໃຜໆກໍຂ້ອງຄ່າກັບວຽກງານລ້າງໃບຕອງຈິງ, ເຊິເຂົ້າໜຽວ, ໜຶ້ງຖົ່ວຂຽວ, ຂ້າໝູ ເພື່ອຫໍ່ເຂົ້າຕົ້ມຮັບໃຊ້ປະຊາຊົນເມື່ອບຸນເຕັດວຽນມາ. ທ່ານ ຫງວຽນຢີທັ້ງ ເຈົ້າຂອງຮ້ານຂາຍເຂົ້າຕົ້ມ ຈາງທັ້ງ ໃຫ້ຮູ້ວ່າ : “ ເພື່ອຫໍ່ເຂົ້າຕົ້ມໃຫ້ແຊບ, ພວກເຮົາຕ້ອງກະກຽມຫຼາຍຢ່າງ, ກ່ອນອື່ນໝົດແມ່ນຖົ່ວຂຽວ, ເຂົ້າໜຽວ, ຊີ້ນໝູ, ໃບຕອງຈິງ. ເຂົ້າໜຽວແມ່ນຕ້ອງເລືອກເອົາຊະນິດຫອມຄືເຂົ້າໜຽວ ຫາຍເຫົ້າ, ຖົ່ວຂຽວກໍຕ້ອງເລືອກແນວດີ, ສຳລັບຊີ້ນໝູແມ່ນຕ້ອງເລືອກເອົາຊະນິດ 3 ຊັ້ນ. ສ່ວນໃບຕອງຈິງແມ່ນຕ້ອງເລືອກເອົາຊະນິດໃບໃຫຍ່ ” ການລ້າງໃບຕອງຈິງແມ່ນຕ້ອງເຮັດກ່ອນໝູ່ເມື່ອຫໍ່ເຂົ້າຕົ້ມ ເຂົ້າຕົ້ນ ແຈງຂຸກ ຍາມໃດກໍເປັນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມບໍລິໂພກ ຍ້ອນກິນຫອມ ແລະ ສີງາມຂອງມັນ. ເມື່ອຫໍ່ເຂົ້າຕົ້ມ, ຊາວບ້ານແຈງຂຸກ ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍ, ກໍລ້ວນແຕ່ບໍ່ຕ້ອງໃຊ້ເບົ້າຫໍ່, ແຕ່ກໍສາມາດຫໍ່ ເຂົ້າຕົ້ມມີຮູບສີ່ລຽມທີ່ງາມຕາ. ປ້າ ຕ້ວຽນ ຜູ້ປະກອບອາຊີບຫໍ່ເຂົ້າຕົ້ມໄດ້ 30 ປີແລ້ວໃຫ້ຮູ້ວ່າ : “ ໃນມື້ທຳມະດາ, ຂ້າພະເຈົ້າຫໍ່ເຂົ້າຕົ້ມພຽງ 200-300 ຫໍ່ເທົ່ານັ້ນ, ແຕ່ໃນຊຸມມື້ບຸນເຕັດ ແມ່ນຂຶ້ນເຖິງກ່ວາ 1000 ຫໍ່. ຂ້າພະເຈົ້າ ເຄີຍລ້າງໃບຕອງຈິງແຕ່ເດືອນກ່ອນ ເພື່ອຮອດເວລາມໍ່ກັບບຸນເຕັດ ມີແຕ່ນັ່ງຫໍ່ເທົ່ານັ້ນ. ຍາມບຸນເຕັດ, ມີບາງມື້, ຂ້າພະເຈົ້າກໍຫໍ່ເຂົ້າຕົ້ມຕະຫຼອດຄືນເລີຍ ” ພາຍຫຼັງຫໍ່ເຂົ້າຕົ້ມແລ້ວ, ກໍນຳໄປຕົ້ມເປັນເວລາ 8-10 ຊົ່ວໂມງ. ປະຈຸບັນ, ຮູບພາບເຕົາໄຟພ້ອມກັບໝໍ້ເຂົ້າຕົ້ມທີ່ສົ່ງກິນຫອມໄປທົ່ວບ້ານແຈງຂຸກໄດ້ຄ່ອຍຖືກສູນຫາຍໄປແລ້ວ, ມັນຖືກທົດແທນດ້ວຍໝໍ້ໄຟຟ້າແບບທັນສະໄໝ ທີ່ສາມາດຕົ້ມໄດ້ຫຼາຍຫໍ່ ແລະ ໃຫ້ເຂົ້າຕົ້ນສຸກສະເໝີ. ເມື່ອຕົ້ມແລ້ວໆ, ກໍຢາຟ້າວເອົາເຂົ້າຕົ້ມອອກຈາກໝໍ້ໃນທັນທີ, ຕ້ອງປ່ອຍນ້ຳຟົດອອກຈາກໝໍ້ເສຍກ່ອນ, ແລ້ວອັດຝາໝໍ້ປະມານ 1-2 ຊົ່ວໂມງ ເພື່ອເປັນວິທີຮັກສາສີຂຽວງາມໃຫ້ເຂົ້າຕົ້ມ. ໃນຊຸມປີມໍ່ໆມານີ້,ເຄື່ອງໝາຍການຄ້າເຂົ້າຕົ້ມ ແຈງຂຸກ ໄດ້ກວມກ່ວາເຄິ່ງໜຶ່ງໃນທ້ອງຕະຫຼາດຮ່າໂນ້ຍ ແລະ ກາຍເປັນອາຫານໄດ້ຮັບຄວາມນິຍົມບໍລິໂພກ ຈາກແຂກຄົນທັງຢູ່ໃກ້ ແລະ ໄກ. ທ່ານ ຫງວຽນຢີທັ້ງ ເຈົ້າຂອງຮ້ານຂາຍເຂົ້າຕົ້ມ ຈາງທັ້ງ ເລົ່າສູ່ຟັງວ່າ : “ໃນຊຸມປີມໍ່ໆມານີ້, ໄດ້ເລີ່ມມີຊາວຫວຽດນາມອາໄສຢູ່ຕ່າງປະເທດ, ແຂກຕ່າງປະເທດຄື ຝະລັ່ງ, ອາເມລິກາ ມາສັ່ງຊື້ ເຂົ້າຕົ້ມ. ລະຫວ່າງບັນດາບໍລິສັດທ່ອງທ່ຽວ ແລະ ໝູ່ບ້ານອາຊີບ ກໍມີການຮ່ວມສຳພັນນຳກັນ, ທັງພາແຂກມາທ່ຽວໝູ່ບ້ານ, ທັງຊ່ວຍເຂົາເຈົ້າມີໂອກາດສັ່ງຊື້ ເຂົ້າຕົ້ມເມື່ອຕ້ອນຄອບຄົວ ” ສ່ວນລຸງ ຫງວຽນວັນແວວ ຜູ້ປະກອບອາຊີບຫໍ່ເຂົ້າຕົ້ມໄດ້ 40 ປີແລ້ວເປີດເຜີຍວ່າ : “ ສະເພາະໝູ່ບ້ານແຈງຂຸກ, ຂ້າພະເຈົ້າເຊື່ອໝັ້ນວ່າ ຈະຮັກສາ ແລະ ຂະຫຍາຍອາຊີບນີ້ໃຫ້ນັບມື້ນັບດີກ່ວາເກົ່າ. ນີ້ແມ່ນອາຊີບທີ່ປູຍ່າຕາຍາຍປະໄວ້ໃຫ້. ຊາວບ້ານທຸກໆຄົນຕ່າງກໍມີຄວາມເອກອ້າງທະນົງໃຈຕໍ່ອາຊີບທີ່ມີມາແຕ່ດົນນານນີ້ ” .
Related








