ການທ່ອງທ່ຽວໝູ່ບ້ານ ເອເດ ບົນເສັ້ນທາງແຫ່ງການເຊື່ອມໂຍງເຂົ້າກັບສາກົນ
03/01/2026 12:06
(VOVWORLD) - ການທ່ອງທ່ຽວຊຸມຊົນພວມກາຍເປັນທິດກ້າວເດີນແບບຍືນຍົງຂອງແຂວງ ດັກລັກ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ຢູ່ບັນດາໝູ່ບ້ານຊາວເຜົ່າ ເອເດ, ການທ່ອງທ່ຽວ ບໍ່ພຽງແຕ່ເປັນການຢ້ຽມຊົມເທົ່ານັ້ນ ຫາກຍັງໄດ້ດຳລົງຊີວິດຮ່ວມ, ເຮັດວຽກຮ່ວມກັບປະຊາຊົນ ແລະ ສຳຜັດກັບຈັງຫວະຊີວິດຂອງປະຊາຊົນ. ເຮືອນຮ້ານ, ສຽງຄ້ອງ, ຊີວິດເຮັດໄຮ່ເຮັດສວນ, ບົດບາດຂອງຄອບຄົວ ແລະ ຊຸມຊົນ… ໄດ້ຮັບການອະນຸລັກຮັກສາ ແລະ ຫັນເປັນການລົງຕົວຈິງຢ່າງໃກ້ຊິດ, ແທ້ຈິງ. ຜ່ານການລົງຕົວຈິງຢູ່ໝູ່ບ້ານ, ແຂກທ່ອງທ່ຽວສາກົນມີຄວາມເຂົ້າໃຈແຈ້ງກວ່າ ແລະ ເຄົາລົບສີສັນວັດທະນະທຳເຜົ່າ ເອເດ, ປະກອບສ່ວນເຊື່ອມຕໍ່ໝູ່ບ້ານ ດັກລັກ ກັບໂລກ ດ້ວຍບັນດາຄຸນຄ່າທີ່ງົດງາມຂອງຕົນ.

ການຂີ່ລົດຕ໋ອກໆຂ້າມໄປຫາເສັ້ນທາງດິນແດງ ບາຊານ ຈາກໝູ່ບ້ານຂຶ້ນໄປເນື້ອທີ່ໄຮ່ ພັດເປັນການລົງຕົວຈິງທີ່ຈັບອົກຈັບໃຈສຳລັບເຂົາເຈົ້າ (ພາບ: VOV)
TAG
VOV/VOVworld/ແຂກທ່ອງທ່ຽວສາກົນ/ການທ່ອງທ່ຽວໝູ່ບ້ານ ເອເດ
Related








