VOV WorldVOV World
ການເຄື່ອນໄຫວສະເຫລີມສະຫລອງວັນເດັກນ້ອຍສາກົນ (1/6)
31/05/2013 08:48
ງານ​ວາງສະ​ແດງ-​ງານ​ຕະຫລາດນັດ “​ໂລກ​ຂອງ​ເດັກ” ​ຄັ້ງ​ທີ 16 ​ແລະ ງານ​ສະ​ແດງ​ພາບ​​ຂອງເຍົາວະຊົນ - ອະນຸຊົນ​ທົ່ວ​ປະ​ເທດ​ປີ 2013”
(vovworld)- ງານ​ວາງສະ​ແດງ-​ງານ​ຕະຫລາດນັດ “​ໂລກ​ຂອງ​ເດັກ” ​ຄັ້ງ​ທີ 16 ​ແລະ ງານ​ສະ​ແດງ​ພາບ​​ຂອງເຍົາວະຊົນ - ອະນຸຊົນ​ທົ່ວ​ປະ​ເທດ​ປີ 2013” ພວມ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28/5-1/6/2013 ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ​ສິລະ​ປະ​ຫວຽດນາມ ​ເລກ 2 ຖະຫນົນ ຮວາ​ລື ນະຄອນ​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ສ້າງ​ສະຖານ​ທີ່​​ເຄື່ອນ​ໄຫວວັດທະນະທຳ, ລະ​ຫລິ້ນ​ທີ່​ມີ​ປະ​ໂຫຍ​ດ, ມີ​ຄວາມ​ໝາຍ​​ສຶກສາ​ໃຫ້​ແກ່​ພວກ​ຫລານ​ເຍົາວະຊົນ- ອະນຸຊົນ​​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ເດັກນ້ອຍ​ສາກົນ (1/6).
TAG
ເຍົາວະຊົນ/ອະນຸຊົນ