ຄ່ຳຄືນລາຍການສະແດງສິລະປະວັດທະນະທຳ ລາວທີ່ພົ້ນເດັ່ນ ແລະ ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບ ຢູ່ທ່າມກາງ ຮ່າໂນ້ຍ
23/12/2023 01:01
(VOVWORLD) - ລາຍການສະແດງສິລະປະ ຂອງນັກສິລະປິນກອງສິລະປະແຫ່ງຊາດ ລາວ ໄດ້ດຳເນີນຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ ຫວ່າງແລ້ວນີ້ ແມ່ນໜຶ່ງໃນບັນດາເຫດການຂອງສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ປີ 2023. ບັນດານັກສິລະປິນລາວ ໄດ້ນຳສາຍລົມໃໝ່ກ່ຽວກັບສິລະປະ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ລາວທີ່ສວຍງາມ ມາແນະນຳກັບມະຫາຊົນ ຫວຽດນາມ. ມີຫຼາຍບົດເພງມິດຕະພາບ ລາວ ຫວຽດນາມ ໄດ້ດັ່ງ້ຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍແຫ່ງອະລິຍາທຳນັບພັນປີ.

ຍັງເຫຼືອເວລາອີກ 1 ຊົ່ວໂມງປາຍ ລາຍການສະແດງສິລະປະຈຶ່ງຈະໄດ້ໄຂຂຶ້ນ, ແຕ່ຜູ້ຊົມທັງຫຼາຍໄດ້ເຕົ້າໂຮມກັນຢູ່ປະຕູຂອງໂຮງລະຄອນໃຫຍ່. ຜູ້ໃດກໍ່ຮູ້ສຶກຕື່ນເຕັ້ນທີ່ຈະໄດ້ຮັບຊົມບັນດາລາຍການສະແດງສິລະປະໂດຍບັນດານັກສິລະປິນລາວສະແດງ. ເມື່ອຜູ້ກວດປິ້ເລີ່ມເຮັດວຽກ, ມີນັກສຶກສາ, ທະຫານຫວຽດນາມ, ລາວ, ພະນັກງານ, ລັດຖະກອນສະຖານທູດ ພ້ອມກັບອະດີດທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ກ່ວາ 600 ຄົນ ໄດ້ກ້າວເຂົ້າສູ່ໂຮງລະຄອນ ຈົນບໍ່ມີບ່ອນຫວ່າງ.
TAG
VOV/VOVworld/ກອງສິລະປະແຫ່ງຊາດລາວ/ສັບປະດາວັດທະນະທຳ ລາວ/ສະແດງສິລະປະ
Related








