VOV WorldVOV World
ກຸ່ມ​ຮ່າ​ໂນ້ຍສີ​ຂຽວ - ບັນ​ດາ​ນັກ​ຮົບ​ປະ​ກອບ​ສ່ວນຟື້ນ​ຟູ​ແມ່​ນ້ຳສາຍ​ຕ່າງໆ​ຂອງຮ່າ​ໂນ້ຍ
14/12/2023 16:00
(VOVWORLD) - 1 ປີຜ່ານມາ, ທຸກໆອາທິດ, ມີເພື່ອນໜຸ່ມກຸ່ມໜຶ່ງໄດ້ເຕົ້າໂຮມກັນແຕ່ 3 - 4 ເທື່ອເພື່ອເກັບມ້ຽນຂີ້ເຫຍື້ອ, ທຳຄວາມສະອາດຢູ່ແມ່ນ້ຳສາຍຕ່າງໆຢູ່ຮ່າໂນ້ຍ. ນັ້ນແມ່ນບັນດາສະມາຊິກຂອງກຸ່ມເພື່ອນໜຸ່ມທີ່ມີຊື່ວ່າຮ່າໂນ້ຍສີຂຽວ. ເຂົາເຈົ້າມີຄວາມປາດຖະໜາວ່າດ້ວຍກຳລັງແຮງໜຸ່ມແລະຄວາມຮັກ ສິ່ງແວດລ້ອມຂອງຕົນຈະປະກອບສ່ວນເຮັດໃຫ້ນະຄອນຫຼວງມີສີຂຽວ, ສະອາດ, ງາມຕາກວ່າ. ດ້ວຍບັນດາການກະທຳທີ່ມີຄວາມໝາຍ, ແທດຈິງຕໍ່ນະຄອນຫຼວງນັ້ນ, ວັນທີ 03 ທັນວາຜ່ານມາ, ຢູ່ຮ່າໂນ້ຍ, ກຸ່ມຮ່າໂນ້ຍສີຂຽວ ເປັນ 1 ໃນ 10 ໝູ່ຄະນະທີ່ໄດ້ຮັບລາງວັນອາສາສະໝັກແຫ່ງຊາດປີ 2023.
ກຸ່ມ​ຮ່າ​ໂນ້ຍສີ​ຂຽວ - ບັນ​ດາ​ນັກ​ຮົບ​ປະ​ກອບ​ສ່ວນຟື້ນ​ຟູ​ແມ່​ນ້ຳສາຍ​ຕ່າງໆ​ຂອງຮ່າ​ໂນ້ຍ
ສະມາຊິກຂອງ ກຸ່ມ ຮ່າໂນ້ຍ ສີຂຽວ
TAG
VOV/VOVworld/ສີ​ຂຽວ/ອາ​ສາ​ສະ​ໝັກ