ກຸ່ມຄົນຕິດເຊື້ອ HIV ຊາວວາ ປະກອບເຫື່ອແຮງເຂົ້າໃນການສະກັດກັ້ນການແຜ່ລາມຂອງເຊື້ອ HIV ໃນວົງຄະນະຍາດ
06/01/2024 06:00
(VOVWORLD) - ເກວ໊ຟອງ ເປັນເມືອງໜຶ່ງຢູ່ເຂດພູດອຍຊາຍແດນຂອງແຂວງ ເງະອານ ທັງເປັນຈຸດຮ້ອນເຮັ່ງກ່ຽວກັບອາດຊະຍາກຳຢາເສບຕິດ ແລະ ເຊື້ອ HIV/AIDS. ເພື່ອປະກອບເຫື່ອແຮງພ້ອມກັບອຳນາດການປົກຄອງທ້ອງຖິ່ນສະກັດກັ້ນ, ຫຼຸດຜ່ອນການຕິດເຊື້ອ HIV ໃນວົງຄະນະຍາດ, ບຸກຄົນທີ່ເຄີຍຕິດເຊື້ອ HIV ຂອງກຸ່ມ ຊາວວາ ໄດ້ເດີນທາງນັບ 200 – 300 ກິໂລແມັດ ຕໍ່ມື້ ເພື່ອເຜີຍແຜ່, ໂຄສະນາຂົນຂວາຍຜູ້ຕິດເຊື້ອ HIV/AIDS ແລະ ຜູ້ທີ່ມີຄວາມສ່ຽງຕິດແປດ, ຈົ່ງເຊື່ອມຕົວເຂົ້າກັບວົງຄະນະຍາດ ແລະ ປະຕິບັດບັນດາມາດຕະການປ້ອງກັນທີ່ຈຳເປັນ. ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງກຸ່ມຊາວວາ ໄດ້ປະກອບສ່ວນເຂົ້າໃນການສະກັດກັ້ນ, ຫຼຸດຜ່ອນການຕິດແປດເຊື້ອ HIV ໃນວົງຄະນະຍາດ.

ບັນດາສະມາຊິກໃນກຸ່ມ ຊາວວາ ກຳລັງກຽມເຄື່ອງ, ຢຸກຢາ ເພື່ອແຈກຢາຍໃຫ້ຜູ້ຕິດເຊື້ອ (ພາບ: VOV)
TAG
VOV/VOVworld/ເຊື້ອ HIV/ກຸ່ມຊາວວາ/ຢາ Methadone
Related








