ລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” : ຮັບຊົມເພື່ອເຂົ້າໃຈປະຫວັດສາດຫວຽດນາມ
05/12/2015 05:38
ເຈົ້າຊີວິດ ເຈີນເຍີນຕົງ ໄດ້ຮັບການເຊີດຊູເປັນ ພະພຸດເຈົ້າຊີວິດ ແມ່ນບໍ່ພຽງແຕ່ຍ້ອນພະອົງໄປບວດ, ສ້າງນິກາຍ ຈຸກເລີມອຽນຕື ສະເພາະຢູ່ຫວຽດນາມເທົ່ານັ້ນ, ຫາກຍັງຍ້ອນຊີວິດ ແລະ ພາລະກິດຂອງພະອົງອີກດ້ວຍ
ເຈົ້າຊີວິດ ເຈີນເຍີນຕົງ ໄດ້ຮັບການເຊີດຊູເປັນ ພະພຸດເຈົ້າຊີວິດ ແມ່ນບໍ່ພຽງແຕ່ຍ້ອນພະອົງໄປບວດ, ສ້າງນິກາຍ ຈຸກເລີມອຽນຕື ສະເພາະຢູ່ຫວຽດນາມເທົ່ານັ້ນ, ຫາກຍັງຍ້ອນຊີວິດ ແລະ ພາລະກິດຂອງພະອົງສໍ່ສະແດງໃຫ້ເຫັນສະຕິປັນຍາ ແລະ ຄຸນນະທາດ, ຄຸນສົມບັດຂອງສາສະໜາພຸດອີກດ້ວຍ. ຮູບປັ້ນພະພຸດເຈົ້າຊີວິດ ເຈີນເຍີນຕົງ ລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” ໂດຍໂຮງລະຄອນກາຍເລືອງຫວຽດນາມເປັນຜູ້ກຳກັບການສະແດງນັ້ນ ແມ່ນໃຊ້ເວລາ 2 ຊົ່ວໂມງເຄິ່ງ ຊຶ່ງໄດ້ວາດພາບເຖິງໄລຍະທີ່ສະຫງ່າອົງອາດທີ່ສຸດໃນປະຫວັດສາດຂອງຊາດຫວຽດນາມ. ນັ້ນແມ່ນຊຸມວັນເດືອນປີ ທີ່ກອງທັບ ແລະ ປະຊາຊົນດ້າຍຫວຽດ ໂດຍພາຍໃຕ້ການນຳພາຂອງ ບັນດາເຈົ້າຊີວິດໃນສະໄໝລາດຊະວົງເຈີນ ສາມາດຍາດໄດ້ໄຊຊະນະ 3 ຄັ້ງໃນການຕໍ່ສູ້ຕ້ານພວກທະຫານມົງກົນເພື່ອປົກປັກຮັກສາປະເທດຊາດ. ທ່ານ ດຣ ບຸຍຮິ້ວເຢືອກ , ຜູ້ແຕ່ງບົດລະຄອນວັນນະຄະດີໃຫ້ຮູ້ວ່າ : (ເທບ) : “ເຈົ້າຊີວິດ ເຈີນເຍີນຕົງ ແມ່ນຜູ້ທີ່ສະຫຼາດສ່ອງໃສໄດ້ນຳພາກອງທັບ ແລະ ປະຊາຊົນດ້າຍຫວຽດ ທັບມ້າງພວກທະຫານ ມົງກົນ 2 ຄັ້ງ. ພະອົງໄດ້ມີຈິດໃຈເປັນນັກບວດນັບແຕ່ຄາວຍັງໜຸ່ມ. ດັ່ງນັ້ນ ເຖິງວ່າເປັນເຈົ້າຊີວິດກໍຕາມ, ແຕ່ພະອົງຍາມໃດກໍມີຈິດວິນຍານ, ຄຸນລັກສະນະຂອງພະພີກຂຸ” ສຳລັບພະພຸດເຈົ້າຊີວິດ ເຈີນເຍີນຕົງແລ້ວ, ຄຸນລັກສະນະ, ພູມປັນຍາ, ຄຸນນະທາດ, ຄຸນສົມບັດຂອງເຈົ້າຊີວິດ ເຈີນເຍີນຕົງ ໄດ້ວາດພາບຜ່ານບັນດາເລື່ອງລາວກ່ຽວກັບຊີວິດແບບລຽບງ່າຍ. ນັກສິລະປີນດີເດັ່ນ ຈ້ຽວຈຸງກຽນ ຜູ້ກຳກັບການສະແດງລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” ໃຫ້ຮູ້ວ່າ : “ ບັນດາເລື່ອງລາວທີ່ເລົ່າກ່ຽວກັບ ພະພຸດເຈົ້າຊີວິດ ເຈີນເຍີນຕົງ ຕ້ອງແມ່ນບັນດາເລື່ອງລາວແທ້ຈິງ ແລະ ລຽບງ່າຍທີ່ສຸດ. ພວກຂ້າພະເຈົ້າບໍ່ໃຊ້ວິທີສະເພາະ, ພວກຂ້າພະເຈົ້າພະຍາຍາມນຳສິລະປະເຂົ້າໃນບົດລະຄອນເພື່ອເຮັດໃຫ້ຜູ້ຊົມເຫັນວ່າ ນອກຈາກເລື່ອງລາວທີ່ລຽບງ່າຍກ່ຽວກັບພະພຸດເຈົ້າຊີວິດນັ້ນ, ເຂົາເຈົ້າພວມຮັບຊົມລາຍການສິລະປະດ້ວຍພາສາເວົ້າ, ວາດຟ້ອນ, ດົນຕີ ແລະ ພິເສດແມ່ນວິທີເລົ່າເລື່ອງ” ສ່ວນນັກສະແດງລະຄອນ ກວາງຂາຍ, ຜູ້ສວມບົດພະພຸດເຈົ້າຊີວິດ ເຈີນເຍີນຕົງ ແບ່ງປັນວ່າ : “ ດ້ວຍຄວາມຮັບຜິດຊອບຂອງຕົ້ນ, ຜູ້ເປັນນັກສະແດງລະຄອນຕ້ອງສະແດງແນວໃດເພື່ອໃຫ້ຜູ້ຊົມເຊື່ອວ່າ: ນັ້ນແມ່ນ ພະພຸດເຈົ້າຊີວິດ ເຈີນເຍີນຕົງ. ຕ້ອງພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ. ເພາະໃນຈິດໃຈຂອງ ພະພຸດເຈົ້າຊີວິດ ເຈີນເຍີນຕົງ ມີນິດໄສໃຈຄໍ, ຄຸນລັກສະນະທີ່ດີຫຼາຍຢ່າງເຊິ່ງພວກເຮົາຕ້ອງຮຽນຕາມ ” ກວ່າ 700 ປີພາຍຫຼັງທີ່ພະພຸດເຈົ້າຊີວິດ ເຈີນເຍີນຕົງ ປະລິນີບພານ, ຄຸນງາມຄວາມດີ ແລະ ແບບຢ່າງຂອງພະອົງຍັງຄົງມີຄຸນຄ່າເໝືອນເດີມເພື່ອໃຫ້ຄົນລຸ່ນຫຼັງເຮັດຕາມ. ລະຄອນ ກາຍເລືອງ “ພະພຸດເຈົ້າຊີວິດ” ຄືເປັນການລື້ມຄືນບັນດາຄຸນຄ່າອັນໃຫຍ່ຫຼວງຂອງປະຫວັດສາດແຫ່ງຊາດ, ປະຫວັດສາດຂອງສາສະໜາພຸດຫວຽດນາມ.
TAG
vovworld/ພະພຸດ/ເຈົ້າຊີວິດ
Related








