VOV WorldVOV World
30 ປີ​ແຫ່ງວັນ​ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ: ຢັ້ງ​ຢືນ​ບົດ​ບາດ, ຍົກ​ລະດັບທີ່ຕັ້ງບົດບາດ
27/07/2025 15:04
(VOVWORLD) - ປີ 1995, ຫວຽດນາມ ແມ່ນປະເທດທີ 7 ທີ່ເຂົ້າເປັນສະມາຊິກຂອງ ອາຊຽນ, ນີ້ແມ່ນຈຸດເລີ່ມຕົ້ນໃຫ້ແກ່ວິວັດການເຊື່ອມໂຍງເຂົ້າກັບໂລກຂອງ ຫວຽດນາມ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານ ອາຊຽນ 3 ຄັ້ງແລ້ວ ດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນ. ຫວນຄືນ 30 ປີແຫ່ງວັນເຂົ້າເປັນສະມາຊິກຂອງ ອາຊຽນ, ດ້ວຍນະໂຍບາຍການຕ່າງປະເທດທີ່ຖື ອາຊຽນ ແມ່ນພື້ນຖານ, ບັນດາຜົນປະໂຫຍດເຊິ່ງວິວັດການເຊື່ອມໂຍງນຳມາໃຫ້ ຫວຽດນາມ ກໍຄືບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ກຸ່ມ ແມ່ນວິວັດການທີ່ເປັນໜ້າເອກອ້າງທະນົງໃຈ.
30 ປີ​ແຫ່ງວັນ​ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ: ຢັ້ງ​ຢືນ​ບົດ​ບາດ, ຍົກ​ລະດັບທີ່ຕັ້ງບົດບາດ
ຕອນບ່າຍວັນທີ 28 ກໍລະກົດ 1995, ທຸງຊາດ ຫວຽດນາມ ໄດ້ຊັກຂຶ້ນເສົາທຸງຢູ່ສະໜາມຫຼວງສູນກອງປະຊຸມແຫ່ງຊາດຂອງ ບຣູໄນ, ຫວຽດນາມ ໄດ້ກາຍເປັນປະເທດສະມາຊິກທີ 7 ຂອງ ອາຊຽນ. ນີ້ແມ່ນຈຸດເວລາທີ່ມີລັກສະນະປະຫວັດສາດສຳລັບ ຫວຽດນາມ, ສ້າງຂີດໝາຍໜຶ່ງໃນບັນດາບາດກ້າວທຳອິດຂອງ ຫວຽດນາມ ໃນການເປີດປະຕູເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງ. ທ່ານ ນາ ຍົກ ລັດ ຖະ ມົນ ຕີ ຟ້າມ ມິງ ຈິງ ສະ ເໜີ ສາມ ບຸ ລິ ມະ ສິດ ຍຸດ ທະ ສາດ ແລະ ສາມ ບຸກ ທະ ລຸ ກະ ກຳ ຢູ່ ເວ ທີ ປາ ໄສ ອະ ນາ ຄົດ ອາ ຊຽນ 2025
TAG
VOV/VOVworld/ອາ​ຊຽນ/ຫວຽດ​ນາມ