ຄວາມມຸ່ງຫວັງກາຍເປັນ “ປະເທດມະຫາອຳນາດດ້ານການທ່ອງທ່ຽວຢູ່ ອາຊີ” ຂອງຟີລິບປິນ
30/03/2026 03:46
(VOVWORLD) - ຟີລິບປິນ ຫາກໍ່ເປີດນຳໃຊ້ເຂດທ່ອງທ່ຽວຜ່ານແດນ (Transit tour) ແລະ ການທ່ອງທ່ຽວ ທາງການແພດ (Medical Tourism) ແຫ່ງທຳອິດຢູ່ ອາຄານຜູ້ໂດຍສານເລກທີ 3 ສະໜາມບິນສາກົນ Ninoy Aquino (NAIA) ເພື່ອແນໃສ່ຫັນການບໍລິການເປັນທັນສະໄໝ, ສ້າງໂອກາດເພື່ອໃຫ້ແຂກທ່ອງທ່ຽວຊົມໃຊ້, ຊອກຮູ້ວັດທະນະທຳ, ມໍລະດົກ ແລະ ຊາວຟີລິບປິນ. ນີ້ແມ່ນບາດກ້າວເດີນຫຼ້າສຸດໃນວິວັດການຜັນຂະຫຍາຍແຜນການກາຍເປັນ “ປະເທດມະຫາອຳນາດດ້ານການທ່ອງທ່ຽວຢູ່ ອາຊີ” ເຊິ່ງລັດຖະບານປະເທດນີ້ວາງອອກໃຫ້ໄລຍະ 2023 – 2028. ພິເສດເມື່ອ ຟີລິບປິນ ກະກຽມຮັບດຳລົງຕຳແໜ່ງເປັນປະທານ ອາຊຽນໃນ ປີ 2026, ນີ້ແມ່ນໂອກາດທອງເພື່ອໃຫ້ປະເທດນີ້ຫັນເປົ້າໝາຍທີ່ເຕັມໄປດ້ວຍຄວາມມຸ່ງຫວັງເຊິ່ງໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ. ຕໍ່ໄປເຊີນເພື່ອນຊອກຮູ້ກ່ຽວກັບຍຸດທະສາດນີ້ຂອງຟີລິບປິນ ຜ່ານທັດສະນະຂອງ ຟ້າມຮ່າ, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ, ຮັບຜິດຊອບພາກພື້ນ ອາຊຽນ.

ຟີລິບປິນ ມີຊີ່ສຽງດ້ວຍບັນດາຫາດຊາຍທີ່ສວຍງາມ
TAG
VOV/VOVworld/ຟີລິປິນ/ການທ່ອງທ່ຽວ/ອາຊຽນ
Related








