ອາຊຽນ ນັບມື້ນັບດູດດື່ມ ບັນດານັກລົງທຶນຕ່າງປະເທດ
10/04/2012 11:48
ສະພາທີ່ປືກສາດຳເນີນທຸລະກິດ ອາຊຽນ ໃຫ້ຮູ້ວ່າ: ພາກພື້ນ ອາຊຽນ ນັບມື້ນັບດູດດື່ມນັກລົງທຶນຕ່າງປະເທດ

ວາລະປະຊຸມຂອງສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ ພາບປະກອບ: chinhphu.vn (vovworld) - ສະພາທີ່ປືກສາດຳເນີນທຸລະກິດ ອາຊຽນ ໃຫ້ຮູ້ວ່າ: ພາກພື້ນນີ້ນັບມື້ນັບດູດດື່ມນັກລົງທຶນຕ່າງປະເທດ. ໃນການສຳຫລວດໄລຍະມໍ່ໆມານີ້, ສະພາທີ່ປືກສາດຳເນີນທຸລະກິດ ອາຊຽນ ໄດ້ຢັ່ງເອົາຄຳເຫັນຈາກນັກທຸລະກິດກວ່າ 400 ທ່ານ ແລະ ບັນດາການນຳຂະແຫນງອຸດສາຫະກຳໃນພາກພື້ນ ກ່ຽວກັບບັນຫາລົງທຶນຕ່າງປະເທດ. ໝາກຜົນສະແດງໃຫ້ເຫັນວ່າ: ອາຊຽນ ພວມແມ່ນສະຖານທີ່ດູດດື່ມສຳລັບນັກລົງທຶນ, ລື່ນກາຍ ຈີນ. ໃນນັ້ນ ອິນໂດເນເຊຍ ຢືນອັນດັບ 1 ດ້ວຍອັດຕາເລືອກເຟັ້ນແມ່ນ 50%, ຖັດມາຕາມລຳດັບແມ່ນ ຫວຽດນາມ 46%, ສິງກະໂປ 43%, ໄທ, ມາເລເຊຍ, ພິລີບປີນ, ລາວ, ກຳປູເຈຍ, ມ້ຽນມາ ແລະ ບຣູໄນ. ເມື່ອສັງເກດສະພາບການພາຍໃນກຸ່ມອາຊຽນ, ບັນດາປະເທດສະມາຊິກ ອາຊຽນ ກໍແມ່ນສະຖານທີ່ດູດດື່ມຂອງກັນ, ເມື່ອ 88% ຜູ້ຖືກຖາມລ້ວນແຕ່ໃຫ້ຮູ້ວ່າ: ເຂົາເຈົ້າມີແຜນການເປີດກວ້າງການດຳເນີນທຸລະກິດຢ່າງຫນ້ອຍສຸດເຂົ້າປະເທດສະມາຊິກຫນຶ່ງຂອງອາຊຽນໃນໄລຍະ 3 ປີ ຈະມາເຖິງ.
TAG
ອາຊຽນ
Related








