ອາຊຽນແລະເຢຍລະມັນຊຸກຍູ້ການພົວພັນຢ່າງແຫນ້ນແຟ້ນແລະມີປະສິດທິຜົນ
29/01/2014 08:48
(vovworld)-ນີ້ແມ່ນຂໍ້ຕົກລົງລະຫວ່າງເຢຍລະມັນ ແລະ ອາຊຽນ ທີ່ກອງປະຊຸມຄັ້ງທີ 21 ຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ເຢຍລະມັນ

ພາບປະກອບ:internet (vovworld)-ນີ້ແມ່ນຂໍ້ຕົກລົງລະຫວ່າງເຢຍລະມັນ ແລະ ອາຊຽນ ທີ່ກອງປະຊຸມຄັ້ງທີ 21 ຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ເຢຍລະມັນ ຊື່ງດຳເນີນໄປເມື່ອວັນທີ 28/1 ຢູ່ ສຳນັກງານຄະນະເລຂາ ອາຊຽນ ທີ່ນະຄອນຫລວງ ຢາກາກຕາ ປະເທດ ອິນໂດເນເຊຍ. ຝ່າຍ ເຢຍລະມັນ ແລະ ອາຊຽນ ເຫັນດີ: ໃນໄລຍະຈະມາເຖິງ ຈະສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມືໃນ 3 ຂົງເຂດບຸລິມະສິດເປັນຈຸດສຸມຄື: ຮັກສາສິ່ງແວດລ້ອມ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື່ອມໂຍງເຂົ້າກັບເສດຖະກິດກັບພາກພື້ນ, ກໍ່ສ້າງ ແລະ ເພີ່ມທະວີລະບອບນະໂຍບາຍ, ກຳລັງຄວາມສາມາດ. ກ່າວປາໄສໄຂກອງປະຊຸມ, ທ່ານ Georg Witschel ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ອາຊຽນ ໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງພາກພື້ນ ອາຊີຕາເວັນອອກສຽງໃຕ້ສຳລັບ ເຢຍລະມັນ ພ້ອມທັງຍົກໃຫ້ເຫັນບັນດາຈຸດທີ່ຄ້າຍຄືກັນລະຫວ່າງ ອີຢູ ແລະ ອາຊຽນ.
TAG
vovworld/vov/ເຊື່ອມໂຍງເຂົ້າກັບເສດຖະກິດກັບພາກພື້ນ
Related








