ໄຂກອງປະຊຸມສານບັນດາແຂວງເຂດຊາຍແດນ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ
25/12/2014 11:44
(vovworld) – ຕອນເຊົ້າວັນທີ 25/12, ກອງປະຊຸມສານບັນດາແຂວງເຂດຊາຍແດນ ລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ
ພາບປະກອບ:internet (vovworld) – ຕອນເຊົ້າວັນທີ 25/12, ກອງປະຊຸມສານບັນດາແຂວງເຂດຊາຍແດນ ລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ຖືກໄຂຂຶ້ນທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນປະມານ 150 ຄົນທີ່ມາຈາກ 3 ປະເທດ. ຄະນະຜູ້ແທນຫວຽດນາມໂດຍທ່ານ ເຈືອງຮ່ວາບິງ, ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດນຳໜ້າຄະນະເຂົ້າຮ່ວມກອງປະຊຸມ. ກອງປະຊຸມສຸມໃສ່ແລກປ່ຽນການສົບທົບປະຕິບັດແຈ້ງການຮ່ວມຂອງບັນດາ ກອງປະຊຸມປີ 2010 ຢູ່ຫວຽດນາມ ແລະ ກອງປະຊຸມປີ 2012 ຢູ່ກຳປູເຈຍ ໃນວຽກງານຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຢາເສບຕິດ, ການຄ້າມະນຸດຜ່ານຊາຍແດນ; ວຽກງານແລກປ່ຽນຄະນະຜູ້ແທນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ກົນໄກສົມທົບຜັນຂະຫຍາຍການປະຕິບັດບັນດາການເຄື່ອນໄຫວ ແລະ ການລົງນາມໃນເອກະສານການຮ່ວມມືລະຫວ່າງສານ 3 ປະເທດ. ພ້ອມທັງ, ເປັນເອກະພາບກັນການກຳນົດທິດຈຳນວນໜຶ່ງ ແລະ ຍຸດທະສາດການຮ່ວມມືຫຼາຍຝ່າຍ ແລະ 2 ຝ່າຍໃນໄລຍະຈະມາເຖິງ.
TAG
vovworld/ແຂວງເຂດຊາຍແດນ
Related








