VOV WorldVOV World
ບົດລະຄອນ “ສະຫາຍຫວຽດ”ສະແດງບົນເວທີຂອງລາວ
09/07/2017 07:03
(VOVWORLD) - ບົດ ລະຄອນ “ສະຫາຍຫວຽດ” ໂດຍນັກສິລະປິນດີເດັ່ນ ຫົງນະຄອນ ທູມພາລາ, ສັງກັດ ກົມສິລະປະການສະແດງ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ເປັນຜູ້ປະດິດແຕ່ງ ແລະ ກຳກັບການສະແດງ ໄດ້ຮັບການສ້າງຂຶ້ນຈາກເລື່ອງທີ່ມີແທ້ກ່ຽວກັບອ້າຍທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບບັນດາຜູ້ຮ່ວມກົມກອງລາວ ຕໍ່ສູ້ ແລະ ເສຍສະຫລະຊີວິດຢ່າງພິລະອາດຫານຢູ່ສະຫນາມຮົບ ຊຽງຂວາງ ພາກເຫນືອຂອງລາວເມື່ອປີ 1972. ເຖິງວ່າ ການສະແດງບົດລະຄອນຄັ້ງນີ້ແມ່ນຄັ້ງທີສາມແລ້ວ ແຕ່ຄັ້ງນີ້ຈະມີຈຸດພົ້ນເດັ່ນໃຫມ່ທີ່ຕ່າງກັບຄັ້ງກ່ອນນີ້, ນັ້ນແມ່ນ ຈະມີຕົວລະຄອນຫລາຍກວ່າ, ດຶງດູດໃຈກວ່າ. ບົດຂຽນຂອງນັກຂ່າວ ໝີບີງ.
 ນັກສະແດງລາວ ພວມຝືກແອບການສະແດງບົດລະຄອນ ຢູ່ຫ້ອງຫນຶ່ງກວ້າງປະມານ 80 ຕາແມັດໃນສຳນັກງານຂອງກອງລະຄອນສູນກາງລາວ, ບັນດານັກສະແດງ ພວມຫ້າວຫັນຝືກແອບເຖິງແມ່ນວ່າ ອາກາດຮ້ອນເອົ້າໃນທ້າຍເດືອນ ມິຖຸນາກໍຕາມ. ບົນເວທີສະແດງນ້ອຍປະມານ 20 ຕາແມັດ, ມີນັກສະແດງຊາຍເກືອບສີບຄົນ ອາຍຸປະມານ 30 ປີ ພວມຫ້າວຫັນຝືກແອບ, ເຖິງວ່າ ອາກາດຈະຮ້ອນເອົ້າຄືແນວນັ້ນ ແຕ່ເຂົາເຈົ້າຍັງຄົງສຸດຈິດສຸດໃຈເຊື່ອມຕົວເຂົ້າເປັນຕົວລະຄອນ. ຮູບພາບບັນດາອ້າຍທະຫານຫນຸ່ມແບກປືນໄປລາດຕະເວນ ເຂົາເຈົ້າທັງໄປທັງເລົ່າໃຫ້ກັນຟັງກ່ຽວກັບຄອບຄົວ, ບ້ານເກີດເມືອງນອນ.         ນັກສິລະປິນດີເດັ່ນ ຫົງນະຄອນ ທູມພາລາ, ຜູ້ປະດິດແຕ່ງບົດລະຄອນ ທັງເປັນຜູ້ກຳກັບການສະແດງໃຫ້ຮູ້ວ່າ: ຕົວລະຄອນເອກຂອງບົດລະຄອນ ແມ່ນຈິດຕະກອນ ຄຳແກນ ເຄີຍເປັນນັກຮົບຂອງກອງພັນທີ 1 ແລະ ອ້າຍກໍ່ແມ່ນຜູ້ສຸດທ້າຍທີ່ລອດຕາຍຈາກສົງຄາມທີ່ນອງເລືອດຢູ່ສະຫນາມຮົບພາກເຫນືອຂອງລາວໃນເມື່ອກອ່ນ. ບົດລະຄອນ “ສະຫາຍຫວຽດ” ກໍ່ແມ່ນເລື່ອງທີ່ອ້າຍເລົ່າໃຫ້ຟັງເມື່ອກັບຄືນເມືອພາຍຫລັງສົງຄາມ.        
TAG
VOV/VOVworld/ບົດລະຄອນ