VOV WorldVOV World
ຫວຽດນາມ ແລະ ອິນໂດເນເຊຍ: ຮ່ວມມືເພື່ອຄວາມວັດທະນາຖາວອນ
17/06/2012 10:10
“ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​​ຖາວອນ” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ, ທ່ອງທ່ຽວ ​ແລະ ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ
ຫວຽດນາມ ແລະ ອິນໂດເນເຊຍ: ຮ່ວມມືເພື່ອຄວາມວັດທະນາຖາວອນ
(vovworld) -  “ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​​ຖາວອນ” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ, ທ່ອງທ່ຽວ ​ແລະ ​ລົງທຶນ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຊຶ່ງ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ແຕ່​ວັນ​ທີ 11 - 12/6. ນີ້​​ເປັນ​ຄັ້ງ​ທຳ​ອິດ​ເວທີ​ປາ​ໄສດັ່ງກ່າວຖືກ​ຈັດ​ຂຶ້ນ​ຢູ່ ຫວຽດນາມ ດ້ວຍ​ຈຸດໝາຍ​ແນະນຳ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດຢູ່ ອິນ​​ໂດ​ເນ​ເຊຍ ​ໃຫ້​ແກ່​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ພ້ອມ​ທັງ​ຊ່ວຍນັກທຸລະກິດ​ສອງ​ປະ​ເທດ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ​ຂອງ​ສອງ​ປະ​ເທດຢ່າງ​ຈະ​ແຈ້ງ​ກວ່າ. ​ເວທີ​ປາ​ໄສ​ນີ້​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າ​ງສອງ​ປະ​ເທດ.
TAG
ເວທີປາໄສ