ຫວຽດນາມກະກຽມໃຫ້ແກ່ກອງປະຊຸມ“ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລາວ”
15/03/2012 10:33
ວາລະປະຊຸມກັບຜູ້ຕາງຫນ້າບັນດາອົງການ, ຄະນະ, ຂະແຫນງການເພື່ອກະກຽມໃຫ້ແກ່ກອງປະຊຸມ“ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລາວ, ຄວາມສາມັກຄີມິດຕະພາບ” ຊຶ່ງຖືກຈັດຂຶ້ນຢູ່ແຂວງ ເຊີນລາໃນທ້າຍເດືອນ 4 ຈະມາເຖິງ

ທ່ານນາງຕ່ອງທິຟອງຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງປານີຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ພາບປະກອບ: internet (vovworld) - ຕອນເຊົ້າວັນທີ 14/3 ຢູ່ ຮ່າໂນ້ຍ ໄດ້ດຳເນີນວາລະປະຊຸມກັບຜູ້ຕາງຫນ້າບັນດາອົງການ, ຄະນະ, ຂະແຫນງການເພື່ອກະກຽມໃຫ້ແກ່ກອງປະຊຸມ“ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລາວ, ຄວາມສາມັກຄີມິດຕະພາບ” ຊຶ່ງຖືກຈັດຂຶ້ນຢູ່ແຂວງ ເຊີນລາໃນທ້າຍເດືອນ 4 ຈະມາເຖິງ. ທີ່ວາລະປະຊຸມ, ຜູ້ຕາງຫນ້າບັນດາອົງການ, ຄະນະ, ຂະແຫນງການໄດ້ລາຍງານກ່ຽວກັບຄວາມຄືບຫນ້າຂອງວຽກງານກະກຽມດ້ານພະລາທິການ, ພິທີການຕ້ອນຮັບ, ການປ້ອງກັນຄວາມສະຫງົບ, ໂຄສະນາໃຫ້ແກ່ກອງປະຊຸມ. ບັນດາອົງການສື່ມວນຊົນໄດ້ ແລະ ພວມໂຄສະນາ, ກະກຽມຂ່າວ, ບົດສາລະຄະດີ, ບົດຂຽນຕ່າງໆ ແລະ ວາງສະແດງຮູບພາບແນະນຳກ່ຽວກັບປະເທດຊາດ, ຊາວຫວຽດນາມ, ຜົນງານໃນການພົວພັນການຕ່າງປະເທດ, ການຮ່ວມມື ແລະ ພັດທະນາຫວຽດນາມ - ລາວ. ຕາມທ່ານເຈີນວັນຮັ່ງ, ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ, ຫົວຫນ້າຄະນະຈັດຕັ້ງແລ້ວ, ເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມແມ່ນເຫດການພົ້ນເດັ່ນໃນປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ ລາວ 2012. ກອງປະຊຸມ ໄດ້ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມເພື່ອແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລືກ່ຽວກັບການປະຕິບັດສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ໃນຂອບເຂດກອງປະຊຸມ ຈະດຳເນີນງານລາຕີພົບປະແລກປ່ຽນວັດທະນະທຳ, ສິລະປະດ້ວຍຫົວເລື່ອງ “ມູ່ງໄປສູ່ຄວາມສາມັກຄີແບບພິເສດຫວຽດນາມ ລາວ” ແລະ ພິທີວາງສີລາລືກເຂດປູຊະນີຍະສະຖານປະຫວັດສາດ ຫວຽດນາມ ລາວ ຢູ່ ບ້ານ ລາວໂຄ ແຂວງ ເຊີນລາ.
TAG
ສະພາແຫ່ງຊາດ
Related








