ກຳປູເຈຍແລະໄທຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາເຂດຊາຍແດນ
11/06/2013 10:32
ວັນທີ 11/6, ຢູ່ພະນົມເປັນ, ກຳປູເຈຍ ແລະ ໄທ ດຳເນີນກອງປະຊຸມຄັ້ງທຳອິດຂອງຄະນະກຳມະການຮ່ວມກ່ຽວກັບການພັດທະນາ ແລະ ເຊື່ອມຈອດເຂດຊາຍແດນ

ຮອງນາຍົກລັດຖະມົນຕີກຳປູເຈຍ Hor Namhong ພາບ:internet (vovworld)- ວັນທີ 11/6, ຢູ່ພະນົມເປັນ, ກຳປູເຈຍ ແລະ ໄທ ດຳເນີນກອງປະຊຸມຄັ້ງທຳອິດຂອງຄະນະກຳມະການຮ່ວມກ່ຽວກັບການພັດທະນາ ແລະ ເຊື່ອມຈອດເຂດຊາຍແດນ ເພື່ອຊອກຫາກົນໄກຮ່ວມມືພັດທະນາຢູ່ລຽບຕາມຊາຍແດນສອງປະເທດ. ກອງປະຊຸມດັ່ງກ່າວໂດຍທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ Hor Namhong ແລະຄູ່ຕຳແຫນ່ງ ໄທ, ສຸຣະພົງ ໂຕວິຈັກໄຊຄູນ ເປັນປະທານຮ່ວມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Hor Namhong ຢືນຢັນເຖິງລັກສະນະສຳຄັນຂອງກອງປະຊຸມສຳລັບສອງປະເທດໃນການຮ່ວມມືເພື່ອພັດທະນາທຸກຂົງເຂດຢູ່ເຂດຊາຍແດນຮ່ວມ. ສ່ວນທ່ານສຸຣະພົງ ໂຕວິຈັກໄຊຄູນ ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມຂອງໄທ ແລະ ກຳປູເຈຍ, ເຂດຊາຍແດນລະຫວ່າງສອງປະເທດຈະກາຍເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ວັດທະນາຖາວອນ.
TAG
ເຂດຊາຍແດນ
Related








