ຂະແຫນງທ່ອງທ່ຽວໄທກັບບັນດາຍຸດທະສາດພັດທະນາໃຫມ່
03/08/2013 17:00
(vovworld)-ທ່ອງທ່ຽວແມ່ນຫນຶ່ງໃນບັນດາຂະແຫນງເສດຖະກິດຫລັກແຫລ່ງຂອງລາຊະອານາຈັກໄທ. ຕາມ World Travel&Tourisim Council (WTTC) ແລ້ວ, ໃນປີ 2012 ຂະແຫນງທ່ອງທ່ຽວໄທໄດ້ປະກອບສ່ວນປະມານ 19% GDP ຂອງປະເທດນີ້

(vovworld)-ທ່ອງທ່ຽວແມ່ນຫນຶ່ງໃນບັນດາຂະແຫນງເສດຖະກິດຫລັກແຫລ່ງຂອງລາຊະອານາຈັກໄທ. ຕາມ World Travel&Tourisim Council (WTTC) ແລ້ວ, ໃນປີ 2012 ຂະແຫນງທ່ອງທ່ຽວໄທໄດ້ປະກອບສ່ວນປະມານ 19% GDP ຂອງປະເທດນີ້. ຕາມອົງການທ່ອງທ່ຽວໄທແລ້ວ, ປີ 2012 ຈຳນວນນັກທ່ອງທ່ຽວສາກົນມາຢ້ຽມຢາມໄທບັນລຸເກືອບ 22 ລ້ານເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2011 ແລະ ນຳມາເຊິ່ງ 3,6 ຕື້ USD ໃຫ້ແກ່ຂະແຫນງອຸດສາຫະກຳປອດຄວັນນີ້. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຂະແຫນງທ່ອງທ່ຽວໄທ ຍາມໃດກໍ່ສ້າງຍຸດທະສາດເປັນປົກກະຕິ, ຍາວນານ ແລະ ມີຫລາຍນະໂຍບາຍໃຫມ່, ບຸລິມະສິດ, ຫນູນຊ່ວຍບັນດາວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວກໍ່ຄືນັກທ່ອງທ່ຽວສາກົນເມື່ອມາຢ້ຽມຢາມໄທ.
TAG
ທ່ອງທ່ຽວ
Related








