ຄົ້ນຫາກຸ່ມວິຫານ Prambanan ປະເທດອິນໂດເນເຊຍ
11/05/2013 17:00
ກຸງເກົ່າ Yogyakarta ຂອງອິນໂດເນເຊຍ ແມ່ນສູນສິລະປະ, ວັດທະນະທຳ ແລະ ການເຫລື້ອມໃສຂອງເຂດ Jawa ດ້ວຍປູຊະນີຍະສະຖານປະຫວັດສາດ, ວັດທະນະທຳເກົ່າແກ່ຫລາຍແຫ່ງ

(vovwordld)- ກຸງເກົ່າ Yogyakarta ຂອງອິນໂດເນເຊຍ ແມ່ນສູນສິລະປະ, ວັດທະນະທຳ ແລະ ການເຫລື້ມໃສຂອງເຂດ Jawa ດ້ວຍປູຊະນີຍະສະຖານປະຫວັດສາດ, ວັດທະນະທຳເກົ່າແກ່ຫລາຍແຫ່ງ. ຫນຶ່ງໃນຈຳນວນປູຊະນີຍະສະຖານນັ້ນ ແມ່ນກຸ່ມວິຫານທາດ Prambanan ເຊິ່ງແມ່ນແຫ່ງບູຊາເທວະດາຂອງສາສະຫນາຮີນດູແຫ່ງໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກເມື່ອປີ 1991. ເຖິງວ່າ ແຜ່ນດິນໄຫວເກີດຂຶ້ນເປັນຫລາຍຄັ້ງ ຢູ່ເຂດນີ້ໄດ້ເຮັດໃຫ້ເຂດວິຫານຖືກເປເພສ່ວນໃດສ່ວນຫນຶ່ງກໍຕາມ, ແຕ່ດ້ວຍຄຸນຄ່າດ້ານສະຖາປັດຕະຍະກຳ ແລະ ວັດທະນະທຳ ທີ່ມີຢູ່ແລ້ວ. ປະຈຸບັນ, Prambanan ຍັງຄົງແມ່ນເຂດປູຊະນີຍະສະຖານເປັນທີ່ຮູ້ຈັກຂອງຫລາຍຄົນຢູ່.
TAG
ວິຫານ/ເມົາມົວ
Related








