VOV WorldVOV World
ຄວາມປະທັບໃຈຂອງນັກຮ້ອງບັນດາປະເທດອາຊຽນເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3
03/09/2017 07:14
(VOVWORLD) -ງານປະກວດ ສຽງເພງ ອາຊຽນ +3 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ຢູ່ ເຂດພັກຜ່ອນບຳລຸງສຸຂະພາບທີ່ມີຄຸນນະພາບສູງ FLC ເທດສະບານ ເຊີມເຊີນ, ນະຄອນ ແທງຮວາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ງານປະກວດບໍ່ພຽງແຕ່ຄັດເລືອກເອົານັກຮ້ອງສຽງດີເທົ່ານັ້ນ ຫາກຍັງນຳມາໃຫ້ນັກຮ້ອງທີ່ມາຈາກບັນດາປະເທດອາຊຽນ ມີຄວາມປະທັບໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ, ໄດ້ລຶ້ງເຄີຍກັບບັນດາໝູ່ເພື່ອນໃຫມ່ ແລະ ສິ່ງສຳຄັນແມ່ນສະຫນິດຕິດພັນກັບບັນດາພື້ນຖານວັດທະນະທຳໃນກຸ່ມ ອາຊຽນອີກດ້ວຍ. ນັກຮ້ອງ 17 ຄົນທີ່ເຂົ້າຮ່ວມງານປະກວດຄັ້ງນີ້ ເຖິງວ່າ ເຂົາເຈົ້າຍາດໄດ້ລາງວັນຫລືບໍ່ໄດ້ຮັບລາງວັນກໍຕາມ ແຕ່ເມື່ອກັບຄືນເມືອປະເທດ ລ້ວນແຕ່ນຳເອົາຄວາມປະທັບໃຈໄປນຳ.
 ນັກຮ້ອງມາຈາກບັນດາປະເທດ ອາຊຽນ ພ້ອມກັນຂັບຮ້ອງ ບົດເພງອາຊຽນ ໃນຮອບຮອງຊີງຊະນະເລີດ, ນັກຮ້ອງ 17 ຄົນທີ່ມາຈາກ 7 ປະເທດ ໄດ້ພ້ອມກັນຂັບຮ້ອງບົດເພງຢ່າງເປັນທາງການຂອງງານປະກວດສຽງເພງ ອາຊຽນ +3 ດ້ວຍຊື່ວ່າ: “ບົດເພງ ອາຊຽນ”. ບົດເພງນີ້ ໂດຍທ່ານຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ຫົວຫນ້າ ຄະນະຊີ້ນຳງານປະກວດສຽງເພງ ອາຊຽນ ເປັນຜູ້ປະດິດແຕ່ງ. ບົດເພງ ແມ່ນເວົ້າເຖິງຄວາມສາມັກຄີ, ຄວາມປອງດອງ ແລະ ການພົວພັນແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາປະເທດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ບັນດານັກຮ້ອງທີ່ເຂົ້າຮ່ວມງານປະກວດສຽງເພງ. ນັກຮ້ອງ Darlin Joy Baje ມາຈາກ ຟີລີບປີນ ແບ່ງປັນວ່າ: “ເມື່ອໄດ້ຂັບຮ້ອງບົດເພງອາຊຽນ ນີ້ແມ່ນຄວາມເປັນກຽດສຳລັບຂ້າພະເຈົ້າ. ນັ້ນແມ່ນບົດເພງໃກ້ຊິດສະຫນິດສະຫນົມ, ແມ່ນເວົ້າເຖິງຄວາມເປັນເອກະພາບລະຫວ່າງບັນດາປະເທດ ອາຊຽນ. ບົດເພງ ມີຄວາມໝາຍແທ້ຈິງ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ນີ້ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າໄດ້ແນະນຳຄວາມເກັ່ງກ້າສາມາດໃນການຮ້ອງເພງຂອງ ຟີລີບປີນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າໄດ້ສະແດງຕໍ່ຫນ້າຜູ້ຊົມຫລາຍຄົນ.  
TAG
VOV/VOVworld/ງານປະກວດສຽງເພງ