ກອງປະຊຸມການນຳຂະແຫນງສືບລາຊະການລັບປ້ອງກັນຊາດ ອາຊຽນ
28/03/2012 08:02
ຄະນະຜູ້ແທນຫວຽດນາມ ໂດຍພົນຕີ Luu Duc Huy ຫົວຫນ້າກົມໃຫຍ່ສືບລາຊະການລັບປ້ອງກັນຊາດ ສັງກັດປະຊວງປ້ອງກັນປະເທດຫວຽດນາມ ນຳຫນ້າໄດ້ເຂົ້າຮ່ວມກອງປະຊຸມ

ກອງປະຊຸມສືບລາຊະການລັບປ້ອງກັນຊາດ ອາຊຽນ ຄັ້ງທີ 9 ພາບ:vov (vovworld) - ວັນທີ 27/3 ຢູ່ ກຳປູເຈຍ ໄດ້ດຳເນີນກອງປະຊຸມສືບລາຊະການລັບປ້ອງກັນຊາດ ອາຊຽນ ຄັ້ງທີ 9 (AMIIM - 9) ຢ່າງບໍ່ເປັນທາງການ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ນຳຫນ້າຂະແຫລງສືບລາຊະການລັບ 10 ປະເທດສະມາຊິກອາຊຽນ. ຄະນະຜູ້ແທນຫວຽດນາມ ໂດຍພົນຕີ Luu Duc Huy ຫົວຫນ້າກົມໃຫຍ່ສືບລາຊະການລັບປ້ອງກັນຊາດ ສັງກັດປະຊວງປ້ອງກັນປະເທດຫວຽດນາມ ນຳຫນ້າໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ພົນຕີ Luu Duc Huy ຖືວ່າ: ການຮ່ວມມືດ້ານສືບລາຊະການລັບການທະຫານອາຊຽນ ມີບົດບາດສຳຄັນຍິ່ງ, ປະກອບສ່ວນປັບປຸງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງລວມຂອງແຕ່ລະປະເທດ ແລະ ຂອງທັງກຸ່ມອາຊຽນ. ພົນຕີ Luu Duc Huy ຖືວ່າ ການຮ່ວມມືດ້ານສືບລາຊະການລັບແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມັກຄີຂອງອາຊຽນ, ກາຍເປັນກຳລັງຫນູນໃຫ້ແກ່ວິວັດການສ້າງປະຊາຄົມອາຊຽນ. ພົນຕີ Luu Duc Huy ສະເຫນີວ່າ: ຄວນເພີ່ມທະວີການແລກປ່ຽນ, ປຶກສາຫາລື, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານສືບລາຊະການລັບລະຫວ່າງບັນດາປະເທດສະມາຊິກ, ສ້າງກົນໄກຮ່ວມມື, ຝືກຊ້ອມ, ບຳລຸງສ້າງໃນຂົງເຂດສືບລາຊະການລັບລະຫວ່າງບັນດາປະເທດ ອາຊຽນ. ທີ່ກອງປະຊຸມ, ບັນດາຫົວຫນ້າຄະນະໄດ້ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບຫົວເລື່ອງ:
Related








