ກອງທັບເຮືອຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃນການສ້າງປະຊາຄົມອາຊຽນ
27/08/2014 10:54
(vovworld)- ຕອນເຊົ້າວັນທີ 27/8 ຢູ່ ບາງກອກ ໄດ້ດຳເນີນກອງປະຊຸມຜູ້ບັນຊາການກອງທັບເຮືອ ອາຊຽນ ຄັ້ງທີ 8

ຜູ້ບັນຊາການກອງທັບເຮືອໄທ ກ່າວຄຳເຫັນໄຂກອງປະຊຸມ (vovworld)- ຕອນເຊົ້າວັນທີ 27/8 ຢູ່ ບາງກອກ ໄດ້ດຳເນີນກອງປະຊຸມຜູ້ບັນຊາການກອງທັບເຮືອ ອາຊຽນ ຄັ້ງທີ 8. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນວັນຮຽນ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຜູ້ບັນຊາການກອງທັບເຮືອເປັນຫົວຫນ້າຄະນະໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຫົວເລື່ອງຂອງກອງປະຊຸມຄັ້ງນີ້ ແມ່ນຍົກສູງບົດບາດຂອງກອງທັບເຮືອ ອາຊຽນ ພາຍຫລັງເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ ໃນປີ 2015, ສອດຄ່ອງກັບສະພາບການຮ່ວມມືສາກົນ ແລະ ພາກພື້ນ. ຜູ້ບັນຊາການກອງທັບເຮືອບັນດາປະເທດສະມາຊິກອາຊຽນ ທີ່ກອງປະຊຸມ, ທ່ານຫງວຽນວັນຮຽນ ມີບົດປາໄສສຳຄັນ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຢ່າງຕັ້ງຫນ້າຂອງກອງທັບເຮືອບັນດາປະເທດອາຊຽນ ໃນວິວັດການສ້າງປະຊາຄົມອາຊຽນ. ທ່ານ ຫງວຽນວັນຮຽນ ຢືນຢັນວ່າ: ກອງທັບເຮືອປະຊາຊົນຫວຽດນາມ ໝັ້ນໝາຍສະຫນັບສະຫນູນຢ່າງແຮງ ແລະ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວິວັດການຮ່ວມມືຂອງກອງທັບເຮືອ ອາຊຽນ ກໍຄືລະຫວ່າງກອງທັບເຮືອ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາ.
TAG
vovworld/ກອງທັບເຮືອ
Related








