VOV WorldVOV World
ມີນັກລົງທຶນສິງກະໂປຫລາຍທ່ານມຸ່ງໄປເຖິງຕະຫລາດອະສັງຫາລິມະຊັບຢູ່ ຟິລີບປີນ
05/01/2014 09:14
(vovworld)- ນັບ​ມື້​ນັບ​ມີ​ນັກລົງທຶນ​ສິງ​ກະ​ໂປ​ຫລາຍ​​ທ່ານ​ມາຊອກ​ຫາ​ກາລະ​ໂອ​ກາດ​ດຳ​ເນີນ​ທຸລະ​ກິດ​ໃນຂົງ​ເຂດ​ອະສັງຫາລິມະ​ຊັບ​ຢູ່​ ຟິລີບ​ປີນ
ມີນັກລົງທຶນສິງກະໂປຫລາຍທ່ານມຸ່ງໄປເຖິງຕະຫລາດອະສັງຫາລິມະຊັບຢູ່ ຟິລີບປີນ
ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຂອງລາຄາອະສັງຫາລິມະ​ຊັບ​ຢູ່​ ຟີ​ລີບ​ປີນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດານັກ​ລົງທຶນ​ໃນ​ໂລກ, ​ໃນ​ນັ້ນ ມີນັກ​ລົງທຶນ​ສິງກະ​ໂປ. ລາຄາ​ເຮ​ືອນຢູ່​ທີ່​ອາຄານ​ສູງຫລາຍຊັ້ນ​ຢູ່ ຟິລີບ​ປີນ ​ເພີ່ມ​ຂຶ້ນ 20% ​ໃນ​ປີ 2013. ການ​ພັດທະນາ​ຂອງ​ນະຄອນ Makati ຊື່​ງຕັ້ງ​ຢູ່​ສູນ​ການ​ຄ້າ ມາ​ນີລາ ປະກອບສ່ວນ​ສຳຄັນ​ໃນ​ລະດັບ​ເພີ່ມ​ຂຶ້ນ​ດັ່ງກ່າວ. ທ່ານ Thomas Mirasol, ຜູ້ອຳນວຍການ​ບໍລິສັດ​ດຳ​ເນີນ​ທຸລ​ະກິດ​ອະສັງຫາລິມະ​ຊັບ​ສາກົນ A-ya-la ​ໃຫ້​ຮູ້​ວ່າ: ຕະຫລາດ​ອະສັງຫາລິມະ​ຊັບ​ຢູ່ ຟີ​ລີບ​ປີນ ພວມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ.        
TAG
vovworld/vov/ອະສັງຫາລິມະຊັບ/ຟິລີບປີນ/ນັກລົງທຶນ