ປະຊຸມສຳມະນາ“ການເຊື່ອມໂຍງອາຊຽນຜ່ານກົດໝາຍ”
01/04/2014 11:56
(vovworld)- ຕອນເຊົ້າວັນທີ 1/4 ຢູ່ ຮ່າໂນ້ຍ, ໄດ້ໄຂກອງປະຊຸມສຳມະນາ“ການເຊື່ອມໂຍງອາຊຽນຜ່ານກົດໝາຍ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ ພາບ:baomoi.com (vovworld)- ຕອນເຊົ້າວັນທີ 1/4 ຢູ່ ຮ່າໂນ້ຍ, ໄດ້ໄຂກອງປະຊຸມສຳມະນາ“ການເຊື່ອມໂຍງອາຊຽນຜ່ານກົດໝາຍ” ພາຍໃຕ້ຫົວຂໍ້ວ່າ: “ປະຊາຄົມເສດຖະກິດ ອາຊຽນ” ໂດຍສະຖາບັນການຕ່າງປະເທດ ສົມທົບກັບສູນຄົ້ນຄ້ວາກົດໝາຍ ຂຶ້ນກັບມະຫາວິທະຍາໄລ ສິງກະໂປ ຈັດຕັ້ງຂຶ້ນ. ມີຜູ້ແທນກວ່າ 100 ທ່ານ ຊື່ງແມ່ນບັນດາເຈົ້າຫນ້າທີ່ລັດຖະບານ, ນັກຮຽນຮູ້, ຜູ້ຊ່ຽວຊານດ້ານກົດໝາຍຂອງ 10 ປະເທດ ສະມາຊິກ ອາຊຽນ ແລະ ຜູ້ຕາງຫນ້າບັນດາສະຖາບັນຄົ້ນຄ້ວາສາກົນຂອງ 20 ປະເທດ ໃນໂລກ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ. ກ່າວຄຳທີ່ກອງປະຊຸມສຳມະນາ, ທ່ານ ໂຮ່ຊວນເຊີນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນຫນັກວ່າ:ຍາມໃດ ອາຊຽນແມ່ນບຸລິມະສິດຕົ້ນຕໍໃນນະໂຍບາຍການຕ່າງປະເທດ ຂອງຫວຽດນາມ.
TAG
vovworld/ກອງປະຊຸມສຳມະນາ
Related








