ຜາດອນ ອີນສະແຫວງ -ຜູ້ນຳເອົາຜະລິດຕະພັນເຄື່ອງເງິນເອ້ຢ້ອງຂອງລາວ, ໄທ ມາຮັບໃຊ້ແມ່ຍິງ ຮ່າໂນ້ຍ
08/03/2014 17:00
(vovworld)- ຜາດອນ ອີນສະແຫວງ ປີນີ້ອາຍຸ 32 ປີ, ລາວໄດ້ຮຽນຈົບປະລິຍາໂທຢູ່ ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ແລະ ປະຈຸບັນພວມສືບຕໍ່ຄົ້ນຄ້ວາປະລິຍາເອກ

(vovworld)- ຜາດອນ ອີນສະແຫວງ ປີນີ້ອາຍຸ 32 ປີ, ລາວໄດ້ຮຽນຈົບປະລິຍາໂທຢູ່ ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ແລະ ປະຈຸບັນພວມສືບຕໍ່ຄົ້ນຄ້ວາປະລິຍາເອກ. ເພື່ອນຜາດອນ ຍັງເປັນລູກເຂີຍຂອງຄອບຄົວຊາວຫວຽດນາມ ມາເປັນເວລາ 5 ປີແລ້ວ, ລາວເວົ້າພາສາຫວຽດນາມ ຄືພາສາແມ່. ໂດຍໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ເປັນເວລາຫລາຍປີ, ຜາດອນ ໄດ້ມີໂອກາດພົບປະກັບໝູ່ເພື່ອນຢູ່ ຮ່າໂນ້ຍ ຫລາຍຄົນ ແລະ ຮູ້ໄດ້ວ່າ ແມ່ຍິງ ຮ່າໂນ້ຍ ນິຍົມເຄື່ອງເງິນເອ້ຢ້ອງຂອງລາວ,ໄທ. ສະນັ້ນ ລາວໄດ້ປຶກສາຫາລືກັບຄອບຄົວ ແລະ ຕັດສິນໃຈນຳ ເຄື່ອງເງິນມາຈາກລາວ, ໄທເພື່ອເອົາໄປຂາຍຢູ່ ຮ່າໂນ້ຍ ຈຸດປະສົງກໍຢາກແນະນຳສິລະປະຜະລິດເຄື່ອງເງິນທີ່ເປັນເອກະລັກສະເພາະຂອງລາວ ແລະ ໄທມາໃຫ້ໝູ່ເພື່ອນຫວຽດນາມ.
TAG
vovworld/vov/ດຳເນີນທຸລະກິດ/ຜະລິດຕະພັນ/ເຄື່ອງເງິນ
Related








