ສິງກະໂປຢືນອັນດັບທີ 2 ກ່ຽວກັບດັດຊະນີແກ້ງແຍ້ງຜູ້ມີຄວາມເກັ່ງກ້າສາມາດສາກົນ
15/12/2013 08:42
(vovworld)- ໂຮງຮຽນທຸລະກິດສາກົນ INSEAD ແມ່ນຫນຶ່ງໃນບັນດາໂຮງຮຽນບຳລຸງສ້າງລະດັບເຫນືອມະຫາວິທະຍາໄລຊັ້ນນຳຂອງໂລກ ຫາກໍປະກາດບັນຊີລາຍຊື່ຈັດອັນດັບບັນດາປະເທດ

(vovworld)- ໂຮງຮຽນທຸລະກິດສາກົນ INSEAD ແມ່ນຫນຶ່ງໃນບັນດາໂຮງຮຽນບຳລຸງສ້າງລະດັບເຫນືອມະຫາວິທະຍາໄລຊັ້ນນຳຂອງໂລກ ຫາກໍປະກາດບັນຊີລາຍຊື່ຈັດອັນດັບບັນດາປະເທດ ໂດຍອີງໃສ່ດັດຊະນີແກ້ງແຍ້ງຜູ້ມີຄວາມເກັ່ງກ້າສາມາດສາກົນ. ໃນນັ້ນສິງກະໂປຖືກຈັດອັນດັບທີ 2 ໃນບັນຊີລາຍຊື່ດັ່ງກ່າວ. ດັດຊະນີແກ້ງແຍ້ງຜູ້ມີຄວາມເກັ່ງກ້າສາມາດໄດ້ຮັບການປະຕິບັດປະຈຳປີ ເພື່ອຕີລາຄາຄວາມສາມາດແກ້ງແຍ້ງຂອງປະເທດຫນຶ່ງໂດຍອີງໃສ່ຄຸນນະພາບແຫ່ຼງຊັບພະຍາກອນມະນຸດ ຊື່ງປະເທດນັ້ນສາມາດບຳລຸງສ້າງ, ດຶງດູດເຂົາເຈົ້າ. ເລື່ອງຖືກຈັດອັນດັບທີ 2 ໃນປີນີ້ ໄດ້ຢືນຢັນເຖິງນະໂຍບາຍແຫລ່ງຊັບພະຍາກອນມະນຸດທີ່ມີປະສິດທິຜົນຂອງສິງກະໂປໃນຫລາຍປີຜ່ານມາ.
TAG
vovworld/vov/ດຶງດຸດຜູ້ມີຄວາມເກັ່ງກ້າສາມາດຂອງໂລກ
Related








