VOV WorldVOV World
ວິສາຫະກິດ ໄທ ສົນໃຈເຖິງອຸດສາຫະກຳຜະລິດເຄື່ອງປະກອບຂອງຫວຽດນາມ
14/04/2016 11:30
(vovworld)- ງານ​ວາງ​ສະ​ແດງ​ກົນ​ຈັກ​ອຸດ​ສາ​ຫະ​ກຳ ​VietNam Manufacturing Exhibition ຄັ້ງ​ທີ 8 ປີ 2016
(vovworld)- ງານ​ວາງ​ສະ​ແດງ​ກົນ​ຈັກ​ອຸດ​ສາ​ຫະ​ກຳ ​VietNam Manufacturing Exhibition ຄັ້ງ​ທີ 8 ປີ 2016 ໂດຍ​ບໍ​ລິ​ສັດ Reed Tradex ຂອງ​ໄທ ຈັດ​ຕັ້ງ ຫວ່າງ​ແລ້ວນີ້​ຢູ່ ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດກວ່າ 200 ແຫ່ງ​ທີ່​ມາ​ຈາກ 20 ປະ​ເທດ. ງານ​ວາງ​ສະ​ແດງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຢູ່​ຫວຽດ​ນາມ ພົບ​ປະ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ ແນ​ໃສ່​ແລກ​ປ່ຽນ​ສິນ​ຄ້າ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ນຳ​ໃຊ້​ໃນ​ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ. ​ສຳ​ລັບ ບັນ​ດາ​ວິ​ສາ​ຫະ​ກິດ​ໄທ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ເປີດ​ກ້​ວາງ​ຕະ​ຫລາດ​​ໃນ​ຂົງ​ເຂດ​ຊື່ງ​ໄທ ມີ​ບົດ​ຮຽນ​​ກວ່າຫວຽດ​ນາມ.
TAG
vovworld/ງານ​ວາງ​ສະ​ແດງ