ບົດລາຍງານຢັ້ງຢືນເສດຖະກິດ - ສັງຄົມ ປີ 2026 ບັນລຸໄດ້ຫຼາຍໝາກຜົນສຳຄັນ, ຮອບດ້ານພໍສົມຄວນ, ສ້າງ ແລະ ປັບປຸງບັນດາພື້ນຖານສຳຄັນສຳລັບການພັດທະນາປະເທດຊາດເທື່ອລະກ້າວ. ບົດລາຍງານກໍ່ຍົກອອກຫຼາຍມາດຕະການ ເພື່ອແນໃສ່ປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ.
(ພາບ: quochoi.vn)
ໃນສະພາບການສາກົນ, ພາກພື້ນມີການຜັນແປສັບສົນທີ່ສຸດ, ຫຼາຍບັນຫາໃໝ່ເກີດຂຶ້ນລື່ນກາຍການຄາດຄະເນ, ປີ 2026, ຫວຽດນາມ ຍັງຄົງບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ຮອບດ້ານກ່ຽວກັບດ້ານເສດຖະກິດ - ສັງຄົມພໍສົມຄວນ. ຄາດຄະເນຈະບັນລຸ ແລະ ລື່ນກາຍ 14/15 ເປົ້າໝາຍເສດຖະກິດ - ສັງຄົມຕົ້ນຕໍ.
ບັນດາໝາກຜົນພົ້ນເດັ່ນ
ໝາກຜົນພົ້ນເດັ່ນທຳອິດທີ່ ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງໃນບົດລາຍງານແມ່ນການເຕີບໂຕເສດຖະກິດສູງ ຕິດພັນກັບຄວາມສະຖຽນລະພາບມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸນດຽງໃຫຍ່; ບັນດາກຳລັງໜູນເຕີບໂຕໄດ້ເສີມຂະຫຍາຍ, ສ້າງພື້ນຖານໃຫ້ແກ່ການປ່ຽນໃໝ່ຮູບແບບການພັດທະນາ.
ຍອດຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ III ບັນລຸ ລະດັບເຕີບໂຕ 9,95%; ໃນ 9 ເດືອນບັນລຸ 9,01%. ຕາມນາຍົກລັດຖະມົນຕີແລ້ວ, ໝາກຜົນນີ້ນອນໃນລະດັບສູງຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ. ໃນຂະນະນັ້ນ, ດັດສະນີລາຄາໃຊ້ສອຍ (CPI) ສະເລ່ຍ 9 ເດືອນເພີ່ມຂຶ້ນຢູ່ໃນລະດັບ 4,52%. ຫວຽດນາມ ກໍ່ຮັບປະກັນແຫຼ່ງສະໜອງ, ຮັກສາລາຄານຳ້ມັນຢູ່ລະດັບຕຳ່ເມື່ອທຽບໃສ່ລາຄາຢູ່ພາກພື້ນ. ເປັນຄັ້ງທຳອິດ, ຕະຫຼາດຫຼັກຊັບໄດ້ຍົກເປັນລະດັບ Moody’s , ຍົກແງ່ຫວັງຂອງ ຫວຽດນາມ ຢູ່ລະດັບ “ເປັນປົກກະຕິ” ຂຶ້ນເປັນ “ຕັ້ງໜ້າ”. ບັນດາອົງການຈັດຕັ້ງສາກົນຕີລາຄາສູງກຳລັງທົນທານ ແລະ ແງ່ຫວັງເຕີບໂຕຂອງ ຫວຽດນາມ. ການສົ່ງອອກ - ນຳເຂົ້າທັງປີຄາດວ່າບັນລຸ 1.110 ຕື້ໂດລາສະຫະລັດ, ເປັນຄັ້ງທຳອິດລື່ນກາຍລະດັບກວ່າ 1.000 ຕື້ໂດລາສະຫະລັດ.
ໃນບົດລາຍງານ, ທ່ານ ນາຍົກລັດຖະມົນຕີ ເລມິງຮືງ ກໍ່ໃຫ້ຮູ້ຕື່ມອີກວ່າ:
“ລັດຖະບານໄດ້ ແລະ ພວມຍື່ນສະເໜີສະພາແຫ່ງຊາດກົດໝາຍ, ມະຕິສຳຄັນຫຼາຍສະບັບ ດ້ວຍບັນດາກົນໄກ, ນະໂຍບາຍບຸກທະລຸ ເພື່ອໜູນຊ່ວຍການຜະລິດ ດຳເນີນທຸລະກິດ, ພິເສດແມ່ນ: ຍົກເວັ້ນ, ຫລຸດຜ່ອນພາສີອາກອນ, ຍົກລະດັບເກັບພາສີ; ກົນໄກກະໂດດຂັ້ນເພື່ອລະດົມແຫຼ່ງກຳລັງໃຫ້ແກ່ບັນດາເຂດ, ພາກສ່ວນເຕີບໂຕ; ຫັນຈາກການໜູນຊ່ວຍໄປເປັນການພັດທະນາວິສາຫະກິດຢ່າງແຮງ, ພິເສດແມ່ນວິສາຫະກິດພາກເອກະຊົນ; ແກ້ໄຂແຫຼ່ງກຳລັງດ້ານທີ່ດິນ, ພັດທະນາເຮືອນຢູ່ສັງຄົມ, ເຮືອນໃຫ້ເຊົ່າ; ແກ້ໄຂເດັດຂາດ, ມີປະສິດທິຜົນບັນດາບັນຫາຄົງຄ້າງແກ່ຍາວ, ພິເສດແມ່ນບັນດາໂຄງການກ່ຽວກັບທີ່ດິນ, ພະລັງງານ, ສາທາລະນະສຸກ”.
(ພາບ: quochoi.vn)
ເປົ້າໝາຍເຕີບໂຕປີ 2027 ກວ່າ 10%, GDP ສະເລ່ຍໃສ່ຫົວຄົນບັນລຸ 6.100 ໂດລາສະຫະລັດ
ບົດລາຍງານກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມປີ 2027, ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງເປົ້າໝາຍເຕີບໂຕ GDP ກວ່າ 10% ຕິດພັນກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸນດຽງໃຫຍ່. ດ້ວຍເປົ້າໝາຍສຳຄັນອື່ນອີກແມ່ນ GDP ສະເລ່ຍໃສ່ຫົວຄົນບັນລຸ 6.100 ໂດລາສະຫະລັດ. ລັດຖະບານກໍ່ກຳນົດພັດທະນາກົມກຽວກັບເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມ; ຮັບປະກັນຊີວິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ຫຼາຍໜ້າທີ່, ມາດຕະການໂດຍລັດຖະບານວາງອອກເພື່ອຫັນບັນດາເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ໃນນັ້ນ, ກ່ອນອື່ນໝົດແມ່ນສຸມໃສ່ຊຸກຍູ້ການເຕີບໂຕ ຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ສະຖຽນລະພາບ. ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເປົ້າໝາຍສູ້ຊົນເພີ່ມລາຍຮັບງົບປະມານຂອງລັດປະມານ 9,1%, ປະຢັດລາຍຈ່າຍປະຈຳຢ່າງເດັດຂາດ.
ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຈະພັດທະນາໂຄງປະກອບພື້ນຖານໂຄງລ່າງຍຸດທະສາດໃຫ້ຄົບຊຸດ, ທັນສະໄໝ, ພິເສດແມ່ນບັນດາໂຄງການສຳຄັນ, ຈຸດສຸມ, ເຊື່ອມຕໍ່ເຂດ. ໃນນັ້ນ, ນາຍົກລັດຖະມົນຕີ ເນັ້ນໜັກ ຄຳຮຽກຮ້ອງຍູ້ໄວຄວາມຄືບໜ້າຂອງສະໜາມບິນ ລອງແທັ່ງ ແລະ ຢາບິ່ງ.
ຄຽງຄູ່ກັນນັ້ນ, ປີ 2027, ຫວຽດນາມ ສືບຕໍ່ຍູ້ແຮງການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ພິເສດແມ່ນການທູດເສດຖະກິດ, ການທູດ ເຕັກໂນໂລຊີ. ທ່ານກ່າວວ່າ:
“ຜັນຂະຫຍາຍໝາກຜົນຂອງມະຕິ 06-ມຕ/ສກ ແລະ 59 - ມຕ/ສກ ກ່ຽວກັບການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ໃຫ້ມີປະສິດທິຜົນ. ຢຶດໝັ້ນແນວທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາບແບບ; ຕິດພັນກັບສະພາບການສາກົນ, ເປັນເຈົ້າການຍຸດທະສາດ, ບໍ່ປະໃຫ້ຕົກໃນທ່າຮັບ, ບັງເອີນໃນທຸກສະພາບການ. ຍູ້ແຮງການພົວພັນຕ່າງປະເທດສອງຝ່າຍ, ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ຕັ້ງໜ້າເຂົ້າຮ່ວມແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ຢູ່ໃນໂລກ. ສຸມໃສ່ກະກຽມ, ຈັດຕັ້ງປີ APEC 2027 ໃຫ້ເປັນຢ່າງດີ, ປະກອບສ່ວນໂຄສະນາພາບພົດ ແລະ ຍົກສູງທີ່ຕັ້ງຂອງປະເທດບົນເວທີສາກົນ”.
ນາຍົກລັດຖະມົນຕີ ຢັ້ງຢືນໜ້າທີ່ແຕ່ນີ້ຮອດທ້າຍປີ 2026 ແລະ ໃນປີ 2027 ແມ່ນໜັກໜ່ວງ ແລະ ມີຄວາມໝາຍສຳຄັນທີ່ສຸດ, ຮຽກຮ້ອງໃຫ້ທຸກຂັ້ນ, ບັນດາຂະແໜງການ, ບັນດາທ້ອງຖິ່ນເສີມຂະຫຍາຍນຳ້ໃຈສາມັກຄີ, ຮ່ວມແຮງຮ່ວມໃຈ, ຕັດສິນໃຈສູງກວ່າ, ມານະພະຍາຍາມຫຼາຍກວ່າ, ເຄື່ອນໄຫວມີຈຸດສຸມ ແລະ ເດັດຂາດກວ່າ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍໄດ້ວາງອອກ./.
Van








