ວັນທີ 13 ຕຸລາ ແມ່ນວັນນັກ​ທຸ​ລະ​ກິດ ຫວຽດນາມ. ຖັນ​ແຖວ​ນັກ​ທຸ​ລະ​ກິດ ຫວຽດນາມ ພວມ​ຢື​ນ​ຢັນບົດບາດຕັດສິນ, ກາຍເປັນກຳລັງຫຼັກແຫຼ່ງ​ແກ່ນ​ສານບົນ​ເສັ້ນທາງ​ນຳປະເທດ​ຊາດ​ບຸກ​ທະ​ລຸ​ດ້ວຍ​ເປົ້າ​ໝາຍ​ບັນ​ລຸລະ​ດັບເຕີບໂຕ​ສອງ​ຕົວ​ເລກ. ໂດຍບໍ່​ຢ​ຸດ​ຢູ​​ການເປີດກວ້າງ​ຂອບ​ຂະ​ໜາດ​ເທົ່າ​ນັ້ນ, ​ພາລະກຳໃໝ່​ຮຽກ​ຮ້ອງ​ວົງ​ການນັກ​ທຸ​ລະ​ກິດ​ຕ້ອງ​ປ່ຽນ​ແປງ​ໃໝ່ຮູບແບບການພັດທະນາ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເພື່ອສ້າງ​​ຄວາມ​ສາ​ມາດແກ່ງ​ແຍ້ງ​​ທີ່​ເປັນເອ​ກະ​ລາດ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ອີກ​ດ້ວຍ.

ຫວຽດນາມ ວາງເປົ້າໝາຍຮອດ​ປີ 2030, ຈະກາຍເປັນປະເທດມີ​ອຸດ​ສ​າ​ຫະ​ກຳ​ທັນ​ສະ​ໄໝ, ມີລາຍຮັບປານກາງສູງ ແລະ ​ຮອດ​ປີ 2045 ກາຍເປັນປະເທດ ພັດທະນາ, ມີລາຍໄດ້ສູງ. ໃນສະພາບການນັ້​ນ, ປະເທດ​ຕ້ອງ​ມີ​ວິ​ສາ​ຫະ​ກິດ​​ເປັນເຈົ້າການດ້ານເຕັກໂນໂລຢີ​ຕື່ມ​ອີກ, ​ມີ​ເຄື່ອງໝາຍການ​ຄ້າ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີເຄືອຂ່າຍການຜະລິດທີ່ມີ​ກຳ​ລັງ​ແກ່ງ​ແຍ່ງ​ກັບສາກົນ.

ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ປະເທດຊາດຮຸ່ງເຮືອງເຫຼືອງ​ເຫຼື້ອມ

​ປະຈຸບັນ, ຫວຽດນາມ ມີວິສາຫະກິດພວມເຄື່ອນໄຫວເກືອບ 1,1 ລ້ານແຫ່ງ, ປະກອບກວ່າ 60% GDP, ປະມານ 55% ຍອດລາຍຮັບງົບປະມານແຫ່ງລັດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 17,6 ລ້ານຄົນ.

ຖັ​ນ​ແຖວ​ນັກ​ທຸ​ລະ​ກິດ ຫວຽດນາມ ມີຄວາມຄາດຫວັງ​ຢ່າງ​ໃຫຍ່​ຫຼວງ.​ບັນ​ດາວິສາຫະກິດ​ພາກເອກະຊົນ​​ນັບ​ມື້​ນັບ​ປະ​ກົດຕົວ​ຢູ່​ຫຼາຍໂຄງການທີ່​ມີ​ຂອບ​ຂະ​ໜາດໃຫຍ່. ຮວ່າ​ຟາດ ພວມລົງທຶນກວ່າ 10.000 ຕື້ດົ່ງ ເຂົ້າໂຮງງານຜະລິດລາງ​ລົດ​ໄຟ ແລະ ເ​ຫຼັກ​ກ້າພິເສດ​ຢູ່ ຢຸງກວດ; FPT ໄດ້ປະກາດສ້າງຕັ້ງໂຮງງານທົດສອບແລະ​ຫຸ້ມ​ຫໍ່ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າທີ່ທັນສະໄໝ​ຢູ່ ບັກນິງ; Viettel ໄດ້ອອກແບບຊິບ 5G DFE ແລະ ພັດທະນາລະບົບນິເວດອຸປະກອນ 5G ເອງ. ບັນ​ດາ​ບາດ​ກ້າວນັ້ນສະແດງໃຫ້ເຫັນວ່າ ວິ​ສາ​ຫະ​ກິດ ຫວຽດນາມ ພວມຊອກຫາວິທີ​ເຂົ້າ​ເລິກ​ບັນ​ດາ​​ຂອດ​ມີ​ມູນ​ຄ່າ​​ເພີ່ມສູງ​ຂອງ​ຕ່ອງ​ໂສ້ເຕັກໂນໂລຢີ.

ນັກທຸລະກິດ ຟ້າມຈຸງກຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຄື່ອງ​ໃຊ້​ໃນ​ຫ້ອງ​ການ ຮົ່ງຮ່າ, ແບ່ງປັນວ່າ:

“ນັກທຸລະກິດ ຫວຽດນາມ ພວມສະແດງໃຫ້ເຫັນ​ຄວາມ​ຄາດຫວັງອັນໃຫຍ່​ຫຼວງ​ທີ່​ສຸດ ນັ້ນ​ແມ່ນ​ຄວາມ​ຄາດ​ຫວັງ​ສ້າງ​ຄວາມຮັ່ງມີ, ການ​ອຸ​ທິດສ່ວນ. ທີສອງ, ​ນັກ​ທຸ​ລະ​ກິດມີ​ຄວາມ​ເອກ​ອ້າງ​ຖະ​ນົງ​ໃຈ​ເມື່ອ ພັກ, ລັດໄດ້ກຳນົດວ່ານີ້​ແມ່ນກຳລັງ​ແນວໜ້າໃນແນວ​ຮົບ​ເສດຖະກິດ.”

ວິໄສທັດຍຸດທະສາດຂອງພັກ ແລະ ລັດ

ໃນໄລຍະເກືອບສອງປີຜ່ານມາ, ພັກ, ລັດ ໄດ້ປະ​ກາດ​ໃຊ້ລະບົບ​ບັນ​ດາມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ເພື່ອແນໃສ່ເປີດ​ຊ່ອງ​ທາງ, ສ້າງພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ແກ່ບັນ​ດາການ​ເຄື່ອ​ນ​ໄຫວຜະລິດ, ​ດຳ​ເນີນທຸລະກິດ ​ການ​ອອກແຮງງານ​ທຳ​ການ​ຜະ​ລິດ, ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ​ນັກ​ທຸ​ລະ​ກິດ ແລະ ຜູ້ອອກແຮງງານ​ມີ​ໂອ​ກາດພັດທະນາ. ມະຕິສະບັບເລກທີ 68 ຂອງກົມ​ການ​ເມືອງຢືນຢັນວ່າ ເສດຖະກິດພາກເອກະຊົນແມ່ນກຳລັງ​ຂັບ​ເຄື່ອນສຳ​ຄັນທີ່​ສຸດຂອງ​​ພື້ນ​ຖານເສດຖະກິດແຫ່ງຊາດ, ເປັນກຳລັງ​ນຳ​ໜ້າໃນການພັດທະນາ​ວິ​ທະ​ຍາ​ສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນ​ເປັນດີຈີຕອນ. ມະຕິສະບັບເລກທີ 79 ຂອງກົມການເມືອງສືບ​ຕໍ່ຢືນຢັນ ບົດບາດນຳໜ້າ​ຂອງເສດຖະກິດ​ແຫ່ງລັດ, ​ວາງ​ອອກ​ຄວາມຮຽກຮ້ອງພັດທະນາລັດວິສາຫະກິດ ທີ່ມີ​ຄວາມສາມາດໃນການນຳພາ, ເປີດ​ຊ່ອງທາງໃນ​ບັນ​ດາ​ຂະແໜງການ, ຂົງ​ເຂດຫຼັກ, ຍຸດທະສາດ... ເປັນຄັ້ງທຳອິດ, ທີ່ສະພາແຫ່ງຊາດ​ປະ​ກາດ​ໃຊ້ມະຕິສະບັບເລກທີ 198 ກ່ຽວກັບບາງກົນໄກ, ນະໂຍບາຍພິເສດກ່ຽວ​ກັບ​ການພັດທະນາເສດຖະກິດພາກເອກະຊົນ - ​ຫັນມະຕິຂອງພັກ​ເປັນ​ລະ​ບອບ​ລະ​ບຽບ​ການພາຍ​ຫຼັງເວລາພຽງ 12 ວັນ.

ລັດຖະບານກໍ່ໄດ້​ຍົກ​ເລີກ​ນັບ​ພັນ​ເງື່ອນ​ໄຂ​ດຳ​ເນີນ​ລຸ​ລະ​ກິດ, ​​ໃບ​ອະນຸຍາດ​ທີ່​ບໍ່​ຈຳ​ເປັນ​, ດ້ວຍ​ຈິດ​ໃຈ​ສ້າງ​ສັນ​ເພື່ອ​ພັດທະນາ ​ແລະ ​ຮັບ​ໃຊ້, ​​ຖື​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງວິ​ສາ​ຫະ​ກິດ​ເປັນ​ໄມ້​ຫຼ້າ​ວັດ​ແທກ​ປະສິດທິ​ຜົນ​ຂອງອຳ​ນາດ​ກາ​ນ​ປົກ​ຄອງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ນັກ​ທຸ​ລະ​ກິດ​ດີ​ເດັ່ນ, ​ທີ່ຈັດ​ຂຶ້​ນ​ໃນ​ຕອນ​ບ່າຍ​ວັນ​ທີ 12 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລີມ, ​ເລຂາທິການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານ​ປະ​ເທດ ​ຫວຽດ​ນາມ, ​ຊີ້​ແຈ້ງ​ວ່າ:

“ລັດ​ຕ້ອງ​ແກ້​ໄຂ​ທຸກ​ຂໍ້​ຄົງ​ຄ້າງ, ​ຂໍ້​​ບົກ​ພ່ອງ​ທີ່ຂຶ້​ນ​ກັບ​​ຄວາມ​ຮັບຜິດຊອບ​ຂອງ​​ຕົນຢ່າງ​ເຖິງ​ຖອງ, ​ວິ​ສາ​ຫະກິດ​ຕ້ອງ​ເປັນ​ເຈົ້າ​ການ​ປ່ຽນ​ແປງ​ໃໝ່, ບືນ​ຕົວ​ຂຶ້ນ. ຄວາມ​ໄວ້​ວາງ​ໃຈ​ຕ້ອງ​ໄດ້​ຮັບ​ການ​​ຄູນ​ສ້າງ​ຈາກ​ທັງ​ສອງ​ຝ່າຍ. ລັດ​ປົກ​ປ້ອງ​ສິດຖືກ​ຕ້ອງ​ຕາມ​ກົດ​ໝາຍທຳ, ປະຕິບັດ​ຖືກ​ຕາມ​ຄຳ​ໝັ້ນ​ສັນຍາ, ​ສ່ວນ​ວິ​ສ​ດາຫະ​ກິດ ​ ​ລົງທຶນ​ໄລ​ຍະຍາວ, ​ເຄົາ​ລົບ​ກົດໝາຍ, ​ແບ່ງປັນ​ຄວາມ​ຮັບຜິດຊອບ​ກັບຜູ້​ອອກ​ແຮງ​ງານ ​ແລະ ປະຊາ​ຄົມ.”

ປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງການສ້າງຕັ້ງປະເທດຊາດ, ບໍ່ພຽງແຕ່ເປັນຂີດ​ໝາຍ​ກ່ຽວ​ກັບ​ເວ​ລາ​ເທົ່ານັ້ນ. ນັ້ນ​ຍັງ​ແມ່ນເປົ້າໝາຍ​​ເຊິ່ງ ຫວຽດນາມ ໄດ້ວາງ​ອອກ​ໃຫ້​ແກ່ການເດີນທາງກາຍເປັນປະເທດພັດທະນາ, ຮັ່ງມີເຂັ້ມ​ແຂງ ແລະ ຈະເລີນຮຸ່ງເຮືອງ. ໃນການເດີນທາງນັ້ນ,​ບົດ​ບາດ​ຂອງວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດແມ່ນ​ຂາດ​ບໍ່​ໄດ້.