ຕະຫລາດແຮງງານມີສັນຍານດີຂຶ້ນ, ຮັບປະກັນການພັດທະນາເສດຖະກິດ - ສັງຄົມຂອງນະຄອນຫລວງ
15/09/2024 06:00
(VOVWORLD) - 6 ເດືອນຕົ້ນປີ 2024, ເສດຖະກິດ ນະຄອນຫລວງ ຮ່າໂນ້ຍ ມີສັນຍານດີຂຶ້ນ, ມີວິສາຫະກິດຫລາຍແຫ່ງເປີດກວ້າງການຜະລິດ - ດຳເນີນທຸລະກິດ. ສະນັ້ນ ຄວາມຕ້ອງການຮັບສະໝັກແຮງງານແມ່ນເພີ່ມຂຶ້ນ, ເປັນຕົ້ນແມ່ນບັນດາຮາກຖານດຳເນີນທຸລະກິດ ການບໍລິການ ຢູ່ບັນດາເມືອງໃຈກາງນະຄອນ, ຊ່ວຍໃຫ້ຕະຫລາດແຮງງານມີສັນຍານດີຂຶ້ນ, ປະກອບສ່ວນຮັບປະກັນການພັດທະນາສະຫວັດດີການສັງຄົມຂອງນະຄອນຫລວງ.

“ ນ້ອງ ຫາກໍ່ ຮຽນ ຈົບ ພະ ແນກ ບໍ ລິ ຫານ ທຸ ລະ ກິດ , ສະ ຖາ ບັນ ທະ ນາ ຄານ . ນ້ອງ ປາດ ຖະ ຫ ນາ ຢາກ ຊອກ ໄດ້ ວຽກງານ ກ່ຽວ ກັບ ຂົງ ເຂດ ບໍ ລິ ຫານ ບຸກ ຄະ ລາ ກອນ . ນ້ອງ ຫວັງ ວ່າ ວຽກ ງານນີ້ ອາດ ຈະ ຊ່ວຍ ນ້ອງ ພັດ ທະ ນາ ຕົນ ເອງກໍ່ ຄື ມີ ສະ ພາບ ແວ ດ ລ້ອມ ເຮັດ ວຽກ ຢ່າງ ຂະ ຫ ຍັນ ຂັນ ເຄື່ອນ ດ້ວຍ ລາຍ ຮັບ ເປັນ ປົກ ກະ ຕິ ” . “ ນ້ອງ ຮຽນ ຈົບ ຂະ ແຫນງ ເສດ ຖະ ກິດ , ການ ລົງ ທຶນ . ເມື່ອ ມາ ຊອກ ຫາ ວຽກ ເຮັດ ງານ ທຳ ໃນ ງານ ພົວ ພັນ ຕິດ ຕໍ່ ວຽກ , ນ້ອງ ປາດ ຖະ ຫ ນາ ຢາກ ຊອກ ໄດ້ ວຽກ ງານ ທີ່ ເໝາະ ສົມ ກ່ຽວ ກັບ ຂົງ ເຂດ ທຸ ລະ ກິດ ຫລື ເຮັດ ວຽກ ງານ ການ ບໍ ລິ ການ ຮັບ ໃຊ້ ລູກ ຄ້າ ” . ຜູ້ອອກແຮງງານໄປຊອກຮູ້ຄວາມຕ້ອງການຮັບສະໝັກແຮງງານຢູ່ ງານພົວພັນຕິດຕໍ່ແນະນຳວຽກເຮັດງານທຳ ຢູ່ ເມືອງ ລອງບຽນ ປີ 2024. (ພາບ: laodongthudo.vn ) ຕາມຕົວເລກການສຳຫລວດຂອງສູນການບໍລິການວຽກເຮັດງານທຳ ຮ່າໂນ້ຍ ໃຫ້ເຫັນວ່າ: ໃນເດືອນ ມິຖຸນາ, ຄາດວ່າ ຜູ້ອອກແຮງງານ ມີຄວາມຕ້ອງການຊອກວຽກເຮັດງານທຳແມ່ນປະມານກວ່າ 16.500 ຄົນ, ສ່ວນຫລາຍສຸມໃສ່ຢູ່ໝວດເກນອາຍຸແຕ່ 25 – 34 ປີ (ກວ່າ 45%), ໝວດເກນອາຍຸ ແຕ່ 35 ປີຂຶ້ນໄປ ແລະ ແຕ່ 15 – 24 ປີ. ໃນຂະນະນັ້ນ ທາງວິສາຫະກິດ, ຄາດວ່າ ຄວາມຕ້ອງການຮັບສະໝັກຄົນງານ ດ້ວຍປະມານກວ່າ 46.000 ຕຳແໜ່ງງານ, ສຸມໃສ່ເຂົ້າໃນໝວດຂະແຫນງຄື: ການເຄື່ອນໄຫວການບໍລິການອື່ນ (46,86%), ຖັດຈາກນັ້ນແມ່ນບັນດາຂະແຫນງຄື: ອຸດສາຫະກຳປຸງແຕ່ງ ຜະລິດເຄື່ອງຈັກອຸປະກອນ, ການສຶກສາບຳລຸງສ້າງ. ພິເສດ ຂະແຫນງເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ ຮ່າໂນ້ຍ ພວມກາຍເປັນຂົງເຂດດຶງດູດຄວາມສົນໃຈ ດ້ວຍການພັດທະນາຂອງບັນດາບໍລິສັດເຕັກໂນໂລຊີທ້ອງຖິ່ນ ແລະ ສາກົນ. ທ່ານ ໂດ໋ດຶກຈີ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດສະຫນອງຊັບພະຍາກອນມະນຸດ ເຍີນກຽດ ຈຳກັດ ໃຫ້ຮູ້ວ່າ: “ ປະ ຈຸ ບັນ , ບໍ ລິ ສັດ ພວມ ສະ ຫນອງ ປະ ມານກວ່າ 40.000 ແຮງ ງານ ໃນ ຂອບ ເຂດ ທົ່ວ ປະ ເທດ , ສ່ວນ ຫລາຍ ແມ່ນ ຢູ່ບັນ ດາ ບໍ ລິ ສັດ ວິ ສາ ຫະ ກິດ ໃຫ ຍ່ ຄື : Samsung, Viettel, Shinhan.. ດ້ວຍ ຫລາຍຕຳແໜ່ງງານ ທີ່ ແຕກ ຕ່າງ . ເພື່ອ ຕອບ ສະ ຫນອງ ຄວາມ ຕ້ອງ ການ ແຮງ ງານ ທີ່ ພວມ ເພີ່ມ ຂຶ້ນ ສູງ ຂອງ ຕະ ຫລາດ ແຮງ ງານ ຢູ່ ພາຍ ໃນ ປະ ເທດ , ບໍ ລິ ສັດ ໄດ້ ມີ ແຜນ ການ ຮັບ ສະ ໝັກ ແຮງ ງານກວ່າ 2 . 000 ຄົນ ດ້ວຍ ລະ ດັບ ເງິນ ເດືອນ ສູງ ສົມ ຄວນ ” . ເມື່ອໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງຕະຫລາດແຮງງານຢູ່ບໍລິເວນ ນະຄອນຫລວງ ໃນໄລຍະຈະມາເຖິງ, ທ່ານ ຫວູກວາງແທ່ງ, ຮອງຜູ້ອຳນວຍການສູນການບໍລິການວຽກເຮັດງານທຳ ຮ່າໂນ້ຍ ຖືວ່າ: ສະພາບການເສດຖະກິດ -ສັງຄົມ ເປັນປົກກະຕິ ໄດ້ສ້າງໂອກາດທີ່ດີໃຫ້ແກ່ບັນດາວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ. ບັນດາວິສາຫະກິດຢູ່ບໍລິເວນ ນະຄອນ ກໍ່ຕັ້ງຫນ້າຮັບສະໝັກແຮງງານເພື່ອຮັບໃຊ້ໃຫ້ແກ່ການຜະລິດສິນຄ້າຕາມໃບສັ່ງຊື້ໃຫມ່, ເປີດກວ້າງຂອບຂະຫນາດການຜະລິດດຳເນີນທຸລະກິດ. ທ່ານ ຫວູກວາງແທ່ງ ໃຫ້ຮູ້ວ່າ: “ ຜ່ານຊຸມເດືອນຜ່ານມາ ອາດເຫັນໄດ້ວ່າ ອັດຕາສ່ວນວິສາຫະກິດຈົດທະບຽນຮັບສະໝັກແຮງງານຢູ່ສູນ ແມ່ນເພີ່ມຂຶ້ນ , ຈາກນັ້ນ ກໍ່ຢັ້ງຢືນໄດ້ວ່າ ຄວາມຕ້ອງການຮັບສະໝັກແຮງງານເພີ່ມຂຶ້ນ , ບາງຊ່ວງເວລາແມ່ນຂຶ້ນເຖິງ 30 – 35%. ຄວາມຕ້ອງການຮັບສະໝັກແຮງງານຂອງບັນດາວິສາຫະກິດແມ່ນໃຫຍ່ຫລວງ , ຄຽງຄູ່ກັນນັນ ກຳລັງຜູ້ອອກແຮງງານຊອກວຽກເຮັດງານທຳກໍ່ເພີ່ມຂຶ້ນຫລາຍ , ແຕ່ລະເດືອນອາດຂຶ້ນເຖິງນັບໝື່ນໆຄົນ ” . ທ່ານ ຫງວຽນໄຕນາມ, ຮອງຫົວຫນ້າ ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຮ່າໂນ້ຍ. (ພາບ:Thu Minh) ປີນີ້ ນະຄອນ ຮ່າໂນ້ຍ ໄດ້ວາງອອກຄາດໝາຍແກ້ໄຂວຽກເຮັດງານທຳໃຫມ່ໃຫ້ແກ່ຜູ້ອອກແຮງງານ 165.000 ຄົນ; ອັດຕາສ່ວນຜູ້ວ່າງງານຢູ່ຕົວເມືອງຫລຸດລົງຕ່ຳກວ່າ 3% ແລະ ຍົກອັດຕາສ່ວນແຮງງານຜ່ານການບຳລຸງສ້າງແມ່ນຂຶ້ນເຖິງກວ່າ 74%. ໃນ 6 ເດືອນຕົ້ນປີ 2024, ທົ່ວນະຄອນ ໄດ້ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານເກືອບ 125.000 ຄົນ, ບັນລຸ 75,7% ແຜນການວາງອອກທັງປີ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ຫງວຽນໄຕນາມ, ຮອງຫົວຫນ້າພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ: ເພື່ອຮັບປະກັນບັນດາຄາດໝາຍທີ່ວາງອອກໃຫ້ໄດ້ນັ້ນ, ພະແນກໄດ້ຊີ້ນຳສູນການບໍລິການວຽກເຮັດງານທຳ ຮ່າໂນ້ຍ ແລະ ບັນດາຫົວຫນ່ວຍກ່ຽວຂ້ອງ ສືບຕໍ່ຜັນຂະຫຍາຍປະຕິບັດບັນດາມາດຕະການຢ່າງຄົບຊຸດ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ການສະຫນອງ ແລະ ຄວາມຕ້ອງການແຮງງານ, ຫນູນຊ່ວຍການຫັນປ່ຽນອາຊີບແບບຍືນຍົງໃຫ້ແກ່ຜູ້ອອກແຮງງານ ແລະ ຫລຸດຜ່ອນອັດຕາສ່ວນຜູ້ວ່າງງານ, ຕັ້ງຫນ້າຫນູນຊ່ວຍ ຮັກສາວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຄົນງານ. “ ພວກຂ້າພະເຈົ້າສືບຕໍ່ປະຕິບັດການຈັດຕັ້ງການສອນວິຊາຊີບ , ແນະນຳການບຳລຸງສ້າງວິຊາຊີບຕາມຄວາມຕ້ອງການຂອງຕະຫລາດແຮງງານຢູ່ ນະຄອນຫລວງ . ພ້ອມກັນນັ້ນ ພວກຂ້າພະເຈົ້າ ກໍ່ຈະສືບຕໍ່ສະຫນີ ຄະນະກຳມະການປະຊາຊົນ ນະຄອນ ຍື່ນສະເຫນີ ສະພາປະຊາຊົນ ນະຄອນ ຈັດແບ່ງແຫລ່ງງົບປະມານຫນູນຊ່ວຍການແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍອື່ນໆ ” . ນະຄອນ ຮ່າໂນ້ຍ ກໍ່ວາງຄາດໝາຍ ເພີ່ມທະວີການບຳລຸງສ້າງໃຫ້ຜູ້ອອກແຮງງານມີລະດັບຄວາມຮູ້ດ້ານວິຊາສະເພາະ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ສະນັ້ນ ແຕ່ນີ້ ຮອດທ້າຍປີ, ນະຄອນ ຈະສືບຕໍ່ປ່ຽນໃຫມ່ຢ່າງຮອບດ້ານ, ພັດທະນາການສຶກສາວິຊາຊີບ, ບຳລຸງສ້າງວິຊາຊີບທີ່ເໝາະສົມກັບຄວາມຕ້ອງການປະຈຸບັນ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ.
TAG
VOV/VOVworld/ບໍລິການວຽກເຮັດງານທຳ/ຜູ້ວ່າງງານຢູ່ຕົວເມືອງ/ຮັບສະໝັກແຮງງານ
Related








