ແຂວງ ນິງທ້ວນ ກໍ່ສ້າງເຮືອນໃຫມ່ຮັບຮ້ອຍໆຫລັງໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ
18/05/2025 04:00
(VOVWORLD) -ຊຸມມື້ນີ້, ບັນຍາກາດຟົດຟື້ນແຜ່ຂະຫຍາຍໄປທົ່ວບ້ານ, ຕາແສງເຂດຊົນເຜົ່າສ່ວນຫນ້ອຍຢູ່ ແຂວງ ນິງທ້ວນ. ຜູ້ປະກອບກຳລັງເຫື່ອແຮງ, ຜູ້ປະກອບສັບຊິນວັດຖຸ, ທັງໝູ່ບ້ານພ້ອມກັນກໍ່ສ້າງເຮືອນຖາວອນຫລາຍຫລັງ.

ເຮືອນຂອງຜົວເມຍອ້າຍ ຫງວຽນວັນອຸດ. (ພາບ:Đoàn Sĩ/VOV ) ຄອບຄົວປ້າ ກວ໋າງທິເຍີດ ຢູ່ເທດສະບານ ເຟືອກເຢີນ ເມືອງ ນິງເຟືອກ ມີຄວາມປິຕິຊົມຊື່ນຮັບເຮືອນຫລັງໃຫມ່ ທີ່ຫາກໍ່ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນເມສາ. ເຮືອນຫລັງນີ້ໂດຍລັດຫນູນຊ່ວຍກໍ່ສ້າງ, ຊ່ວຍຄອບຄົວປ້າ ບໍ່ຕ້ອງດຳລົງຊີວິດໃນເຮືອນຊົ່ວຄາວອີກແລ້ວ. ລຸງ ດ່າງນັງຮູຍ ຕາງຫນ້າໃຫ້ຄອບຄົວ ແບ່ງປັນວ່າ: “ຄະນະກຳມະການປະຊາຊົນເທດສະບານ,ແນວໂຮມປະເທດຊາດ ໄດ້ຫນູນຊ່ວຍຈຳນວນເງິນປະມານ 3.500 USD, ຄອບຄົວຂົນຂວາຍໄດ້ຕື່ມອີກປະມານ 3.000 USD ເພື່ອກໍ່ສ້າງເຮືອນຫລັງໃຫມ່. ພວກຂ້າພະເຈົ້າເຫັນວ່າ ລັດໄດ້ມີຄວາມເອົາໃຈໃສ່ທີ່ສຸດເຖິງການລົບລ້າງເຮືອນຊົ່ວຄາວ, ເຮືອນເປ່ເພຊຸດໂຊມໃຫ້ແກ່ປະຊາຊົນ. ຄອບຄົວຂ້າພະເຈົ້າສະແດງຄວາມຮູ້ບຸນຄຸນ ຂອບອົກຂອບໃຈຫລາຍ ໆ ”. ຢູ່ໃກ້ກັບເຮືອນຂອງລຸງ ດ່າງນັງຮູຍ ແມ່ນເຮືອນຫລັງໃຫມ່ຂອງ ຜົວເມຍອ້າຍ ຫງວຽນວັນອຸກ ກໍ່ໄດ້ຮັບການຫນູນຊ່ວຍກໍ່ສ້າງເຮືອນຫລັງໃຫມ່ຈາກອຳນາດການປົກຄອງໃນໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພຊຸດໂຊມ. “ໂດຍໄດ້ຮັບການຫນູນຊ່ວຍຈຳນວນເງິນ 80 ລ້ານດົ່ງ, ຄອບຄົວກູ້ຢຶມຕື່ມເພື່ອປຸກສ້າງເຮືອນຖາວອນ, ໃຫຍ່ໂຕສວຍງາມ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈລັດ ແລະ ຜູ້ໃຈບຸນໃຈກຸສົນ. ຄາດວ່າ ເຮືອນໃຫມ່ຈະໄດ້ຮັບການກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ”. ທ່ານ ເລວັນບິ່ງ ປະທານ ຄະນະກຳມະການແນວໂຮມປະເທດຊາດ ແຂວງ ນິງທ້ວນ. (ພາບ. Đoàn Sĩ/VOV) ຄອບຄົວປ້າ ກວ໋າງທິເຍີດ ແລະ ຄອບຄົວອ້າຍ ຫງວຽນວັນອຸກ ແມ່ນ 2 ໃນຈຳນວນ 16 ກໍລະນີຢູ່ ເທດສະບານ ເຟືອກເຢີນ ທີ່ໄດ້ຮັບການຫນູນຊ່ວຍດ້ານເຮືອນຢູ່. ໃນຂະນະນັ້ນ, ຊາວເຜົ່າ ຣາລາຍ ຢູ່ ບ້ານ ເຕີບລາ ຕາແສງ ເຟືອກຈຽນ ເມືອງ ທ້ວນບັກ ມີຄວາມປິຕິຊົມຊື່ນເມື່ອໄດ້ຮັບເງິນຫນູນຊ່ວຍປຸກສ້າງເຮືອນຫລັງໃຫມ່. ອ້າຍ ຈາມາເລຍ ຮຸ່ງ ແບ່ງປັນດ້ວຍຄວາມດີໃຈວ່າ: “ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດເພື່ອລົບລ້າງເຮືອນເປ່ເພເຮືອນ ຢູ່ ຊົ່ວຄາວ ພວກຂ້າພະເຈົ້າດີໃຈຫລາຍ ແລະ ຂໍສະແດງຄວາມຂອບອົກຂອບໃຈທາງລັດ ແລະ ອຳນາດການປົກຄອງ ”. ທ່ານ ປາເຕົາ ອາຊາ ງວານ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ເຟືອກຈຽນ ໃຫ້ຮູ້ວ່າ: ນອກຈາກເງິນຫນູນຊ່ວຍ ບັນດາຄອບຄົວຍັງປະກອບສ່ວນລາຍຈ່າຍຕ່ືມດ້ວຍຄວາມສະໝັກໃຈເພື່ອປຸກສ້າງເຮືອນຫລັງໃຫມ່ໃຫ້ສວຍງາມກວ່າ. ທາງທ້ອງຖິ່ນ ກໍ່ມີວິທີເຮັດຢ່າງມີຫົວຄິດປະດິດສ້າງເພື່ອລະດົມໄດ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ວຍເງິນ ແລະ ນັບທັງແຮງງານ. “ເພື່ອປະຕິບັດໂຄງການນີ້ ຜູ້ໃດມີຫຍັງກໍ່ປະກອບ ເຂົ້າ . ພວກຂ້າພະເຈົ້າເລີ່ມຜັນຂະຫຍາຍ ນັບແຕ່ເດືອນມິນາ ມາຮອດປະຈຸບັນ, ເຮືອນປຸກສ້າງໃຫມ່ນັ້ນ ສ່ວນຫລາຍແມ່ນສຳເລັດຂັ້ນຕອນ ເຮັດພື້ນ ແລະ ຝາແລ້ວ ”. ເພື່ອໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ມີບ່ອນຢູ່ຖາວອນເພື່ອດຳລົງຊີວິດ ແລະ ທຳມາຫາກິນ, ແຂວງ ນິງທ້ວນ ໄດ້ສຸມໃສ່ລະດົມທຸກແຫລ່ງກຳລັງຈາກບັນດາອົງການ, ສ່ວນບຸກຄົນ, ປະຊາຄົມວິສາຫະກິດ. ເດືອນມີນາ ຜ່ານມາ, ແຂວງ ນິງທ້ວນ ປຸກລະດົມບັ້ນ 90 ວັນ ແລະ ຄືນ (ແຕ່ວັນທີ 1 ເມສາ ຮອດ 30 ມີຖຸນາ) ຕັດສິນໃຈລົບລ້າງເຮືອນຢູ່ຊົ່ວຄາວເຮືອນເປ່ເພ. ດ້ວຍຄາດໝາຍແມ່ນກໍ່ສ້າງເຮືອນໃຫມ່ 1.500 ຫລັງ ແລະ ສ້ອມແປງກວ່າ 500 ຫລັງ ດ້ວຍຍອດແຫລ່ງກຳລັງປະກອບຈາກພາກສ່ວນໃນສັງຄົມ ແມ່ນກວ່າ 45 ຕື້ດົ່ງ (ກວ່າ 1,7 ລ້ານ USD). ທ່ານ ເລວັນບິ່ງ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຢູ່ ແຂວງ ນິງທ້ວນ ໃຫ້ຮູ້ວ່າ: ໂຄງການໄດ້ຫນູນຊ່ວຍໃຫ້ເຮືອນປຸກສ້າງໃຫມ່ແມ່ນ 60 ລ້ານດົ່ງຈາກງົບປະມານ, ພ້ອມກັບ 20 ລ້ານດົ່ງແມ່ນລະດົມຈາກວົງຄະນາຍາດ. ເປົ້າໝາຍແມ່ນຮັບປະກັນບ່ອນຢູ່ຖາວອນໃຫ້ແກ່ປະຊາຊົນ. “ປະຈຸບັນ ແນວໂຮມປະເທດຊາດ ຫວຽດນາມ ຢູ່ແຂວງ ນິງທ້ວນ ພວມສືບຕໍ່ຂົນຂວາຍຫົວຫນ່ວຍ, ອົງການ, ສ່ວນບຸກຄົນ ສະຫນັບສະຫນູນປະມານ 20 ຕື້ດົງ (870.000 USD). ນອກຈາກເງິນຊ່ວຍເຫລືອແລ້ວ ພວກຂ້າພະເຈົ້າຍັງລະດົມບັນດາກຳລັງຄື:ຕຳຫລວດ, ທະຫານ, ຊາວຫນຸ່ມ ປະກອບມື້ ແຮງງານນຳ ອີກ. ຄຽງຂ້າງນັ້ນ ແມ່ນລະດົມການປະກອບສ່ວນຈາກວົງຕະກຸນ, ຄອບຄົວ ແລະ ປະຊາຄົມ ເພື່ອຕອບສະຫນອງບ່ອນຢູ່ຖາວອນໃຫ້ແກ່ປະຊາຊົນ”. ແຂວງ ນິງທ້ວນ ພວມຮີບເຮັ່ງເພື່ອປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ ເຮືອນເປ່ເພກ່ອນທ້າຍເດືອນມິຖຸນາປີນີ້. ຄຽງຂ້າງຄວາມຄືບຫນ້າ, ຄຸນນະພາບຂອງເຮືອນແຕ່ລະຫລັງແມ່ນຖືເປັນບັນຫາແຖວຫນ້າ ດ້ວຍການຕິດຕາມກວດກາຢ່າງແຫນ້ນແຟ້ນຈາກບັນດາທ້ອງຖິ່ນ, ຮັບປະກັນໃຫ້ເຮືອນແຕ່ລະຫລັງປຸກສ້າງໃຫມ່ນັ້ນ ຕ້ອງແມ່ນເຮືອນຖາວອນ ນຳມາເຊິ່ງຊີວິດທີ່ເປັນປົກກະຕິໃຫ້ແກ່ປະຊາຊົນ.
TAG
VOV/VOVworld/ນິງທ້ວນ/ລົບລ້າງເຮືອນຢູ່ຊົ່ວຄາວ/ເຮືອນຖາວອນ
Related








