ການເຄື່ອນໄຫວນຳເອົາວັນບຸນໄຫວ້ພະຈັນມາໃຫ້ເດັກນ້ອຍຢູ່ເຂດຫ່າງໄກສອກຫລີກຂອງ ແຂວງ ດັກລັກ
22/09/2024 05:00
(VOVWORLD) -ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ (ວັນທີ 15 ເດືອນ 8 ໄລ່ຕາມຈັນທະປະຕິທິນ), ຊຸມມື້ຜ່ານມາ ບັນດາອົງການ, ຫົວຫນ່ວຍ, ອົງການຈັດຕັ້ງການກຸສົນຢູ່ພາຍໃນ ແລະ ຕ່າງແຂວງ ດັກລັກ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍ, ເປັນຕົ້ນແມ່ນເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກ, ເດັກຢູ່ເຂດຫ່າງໄກສອກຫລີກ. ຢູ່ ບ້ານ T’leh, ຕາແສງ Dleiya, ເມືອງ Krông Năng ແຂວງ ດັກລັກ, ວັນບຸນໄຫວ້ພະຈັນປີນີ້ ພວກນ້ອງນ້ອຍຢູ່ໃນບ້ານຕ່າງໆໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ຟົດຟື້ນມ່ວນຊື່ນ, ໄດ້ຮັບຂອງຂວັນຄື: ເຂົ້າຫນົມຫລາຍຊະນິດ, ຂອງຕ້ອນອື່ນອີກດ້ວຍອາລົມຈິດຄວາມຮັກແພງ.

ຂອງຂວັນເກືອບ 300 ພູດ ໄດ້ມອບໃຫ້ພວກນ້ອງນ້ອຍຢູ່ ບ້ານ T'Leh, ຕາແສງ Dleiya, ເມືອງ Krong Nang, ແຂວງ ດັກລັກ. ພາບ:VOV ຢູ່ໃນເດີ່ນຂອງຫໍດຳເນີນຊີວິດຂອງວົງຄະນາຍາດຢູ່ ບ້ານ T’Leh, ຕາແສງ Dleiya, ເມືອງ Krông Năng, ແຂວງ ດັກລັກ, ມີນ້ອງນ້ອຍນັບຮ້ອຍຄົນ ແລະ ພໍ່ແມ່ຂອງພວກນ້ອງພວມສຸມໃຈຕິດຕາມຊົມລາຍການຟ້ອນສິງໂຕ ດ້ວຍໃບຫນ້າຍິ້ມແຍ້ມແຈ່ມໃສ ເບີກບານມ່ວນຊື່ນ, ມີບາງຄົນກໍ່ເຕັ້ນ ຫລື ເຮັດຕາມຈັງຫວະຂອງກອງສະແດງສິລະປະຟ້ອນສິງໂຕ. ນ້ອງ Y Gian M’lô, ຢູ່ບ້ານ T’Leh ໃຫ້ຮູ້ວ່າ:
TAG
VOV/VOVworld/ການຟ້ອນສິງໂຕ/ບຸນໄຫວ້ພະຈັນ/ແຂວງ ດັກລັກ
Related








