ເມືອງແທງເຊີນ ແຂວງ ຟູທໍ້ ອະນຸລັກຮັກສາວັດທະນະທຳເຜົ່າເມື່ອງຈາກໂຮງຮຽນ
05/05/2018 05:00
(VOVWORLD) -ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າເມື່ອງ, ເມືອງ ແທງເຊີນ ແຂວງ ຟູທໍ້ ພວມຜັນຂະຫຍາຍແຜນຮ່າງອະນຸລັກຮັກສາວັດທະນະທຳເຜົ່າເມື່ອງ. ນີ້ແມ່ນຫນຶ່ງໃນບັນດາວິທີເຮັດທີ່ດີ, ມີປະສິດທິຜົນໃນການສ້າງບັນດາເຂດວັດທະນະທຳວົງຄະນາຍາດ, ຊື່ງແມ່ນບ່ອນເກັບຮັກສາບັນດາວັດຖຸເຄື່ອງຂອງຜະລິດຕະພັນຂອງທ້ອງຖິ່ນຢູ່ໃນໂຮງຮຽນ.
ຊົ່ວໂມງຮຽນນອກຫລັກສູດຢູ່ໂຮງຮຽນປະຖົມ ເຮືອງເກີນ ເມືອງ ແທງເຊີນ ແຂວງ ຟູທໍ້ ຍາມໃດກໍ່ສ້າງບັນຍາກາດຟົດຟື້ນ ຍ້ອນພວກນ້ອງນັກຮຽນມີຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາບັນດາວັດຖຸພັນທີ່ຕິດພັນກັບເຜົ່າເມື່ອງ. ເຖິງວ່າສ່ວນຫລາຍແມ່ນລູກຫລານຂອງຊາວເຜົ່າເມື່ອງກໍ່ຕາມ ແຕ່ບໍ່ແມ່ນວ່ານັກຮຽນຜູ້ໃດກໍ່ຮູ້ຈັກເຖິງບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າຕົນຢ່າງຈະແຈ້ງ. ສະນັ້ນ ທາງໂຮງຮຽນໄດ້ສະຫງວນບໍລິເວນສ່ວນຫນຶ່ງເພື່ອວາງສະແດງບັນດາວັດຖຸເຄື່ອງຂອງ, ຜະລິດຕະພັນພົ້ນເດັ່ນທີ່ສຸດ ເປັນຕົວແທນໃຫ້ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າເມື່ອງ ເພື່ອໃຫ້ພວກນ້ອງນັກຮຽນຊອກຮູ້ ແລະ ຮ່ຳຮຽນ. ເອື້ອຍຄູ ດີງທີກີມແຫ້ງ ຊາວເຜົ່າເມື່ອງ ມີຄວາມເຂົ້າໃຈເລິກກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຊາວເຜົ່າເມື່ອງ, ເຊິ່ງແມ່ນຜູ້ສິດສອນໂດຍກົງ ສະນັ້ນ ແຕ່ລະຊົ່ວໂມງຮຽນແມ່ນໄດ້ສ້າງບັນຍາກາດທີ່ຟົດຟື້ນ ແລະ ຈັບອົກຈັບໃຈໃຫ້ແກ່ນັກຮຽນ. “ໂດຍແມ່ນລູກຄົນຫນຶ່ງຂອງຊາວເຜົ່າເມື່ອງ, ເພື່ອອະນຸລັກຮັກສາບັນດາຈຸດວັດທະນະທຳຂອງເຜົ່າຕົນໄວ້ ຂ້າພະເຈົ້າໄດ້ແນະນຳບັນດາຜະລິດຕະພັນ, ວັດຖຸເຄື່ອງຂອງຂອງເຜົ່າຕົນໃຫ້ພວກນ້ອງນັກຮຽນຊື່ງຄົນລຸ້ນກ່ອນເກັບຮັກສາໄວ້ຢ່າງເປັນປະຈຳ. ຂ້າພະເຈົ້າກໍ່ແນະນຳບັນດາການເຄື່ອນໄຫວຂອງຄົນລຸ້ນກ່ອນຢ່າງລະອຽດ ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈຕໍ່ບັນດາຈຸດວັດທະນະທຳຂອງເຜົ່າຕົນ.”
TAG
VOV/VOVworld/ແທງເຊີນ/ຊາວເຜົ່າເມື່ອງ/ໂຮງຮຽນ
Related








