VOV WorldVOV World
ງານບຸນພາວະນາໃຫ້ຟ້າຝົນຂອງຊາວເຜົ່າ ໂລໆ ໃນແຂວງກາວບັ່ງ
30/03/2024 16:42
(VOVWORLD) -ງານບຸນພາວະນາໃຫ້ຟ້າຝົນ ແມ່ນໜຶ່ງໃນບັນດາພິທີກຳທີ່ສຳຄັນມີຄວາມສັກສິດຂອງຊາວເຜົ່າ ໂລໆ ໃນແຂວງ ກາວບັ່ງ. ງານບຸນຕິດພັນກັບຮີດຄອງປະເພນີ ການອອກແຮງານທຳການຜະລິດ ເຊິ່ງໄດ້ຮັບການເກັບຮັກສາ ແລະ ອະນຸລັກຈາກປະຊາຊົນນັບແຕ່ໃດໆມາ
ງານບຸນພາວະນາໃຫ້ຟ້າຝົນຂອງຊາວເຜົ່າ ໂລໆ ໃນແຂວງກາວບັ່ງ
ຂະບວນຄົນຈາກເຮືອນຂອງໝໍພອນເຄື່ອນຍ້າຍໄປປ່າເພື່ອທຳພິທີ     ຊາວເຜົ່າໂລໆ ເຊື່ອໝັ້ນວ່າການເຄື່ອນໄຫວທຸກຢ່າງໃນຊີວິດປະຈຳວັນ ລ້ວນແຕ່ແມ່ນເທວະດາຟ້າແຖນຄອບງຳ. ໜຶ່ງໃນບັນດາເທວະດາເຫຼົ່ານີ້ ແມ່ນເທວະດາຝົນ ດັ່ງນັ້ນບັນດາພິທີກຳມາຮອດປັດຈຸບັນ ຍັງຖືຊາວໂລໆ ເກັບຮັກສາໄວ້ ໃນນັ້ນມີພິທີພາວະນາໃຫ້ຟ້າຝົນ. ຊາວເຜົ່າໂລໆມີຄວາມຫວັງໃນປີ ຝົນຈະຕົກເພື່ອຫົດນ້ຳໃຫ້ຕົ້ນໄມ້ໃບຫຍ້າ ເພື່ອຊາວບ້ານທຳການຜະລິດໃຫ້ໄດ້ຮັບຜົນດີ, ມະນຸດມີສຸຂະພາບແຂງແຮງ ສັດລ້ຽງເຕັມຄອກ ການດຳລົງຊີວິດອີ່ມໜຳສຳລານ ແລະ ຜາສຸກ. ທ່ານ ຈີວັນເຊີນ ຢູ່ເມືອງ ບ໋າວຫຼາກ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:     “ພິທີໄຫ້ວບູຊາພາວະນາໃຫ້ຟ້າຝົນແມ່ນມີຄວາມໝາຍ ຫວັງໃຫ້ລະດູການຜະລິດໄດ້ຮັບຜົນດີ. ໃນປີພິທີພາວະນາໃຫ້ຟ້າຝົນຖືກຈັດຂຶ້ນໃນເດືອນ 3 ໄລ່ຕາມຈັນທະປະຕິທິນ ເພື່ອພາວະນາໃຫ້ຝົນຕົກ ດິນຟ້າອາກາດອຳນວຍຄວາມສະດວກ”.               ງານບຸນພາວະນາໃຫ້ຟ້າຝົນຖືກຈັດຂຶ້ນເປັນເວລາໜຶ່ງວັນ ແຕ່ເຂົາເຈົ້າຕ້ອງກະກຽມກ່ອນນັ້ນ ນັບເປັນເດືອນດ້ວຍວຽກງານຫຼາຍຢ່າງ. ກ່ອນທີ່ຈະຈັດຕັ້ງງານບຸນ, ຊາວບ້ານກໍ່ໂຮມປະຊຸມ ເພື່ອເລືອກເອົາມື້ສັນວັນດີ, ເຊື້ອເຊີນໝໍພອນມາທຳພິທີ ແລະ ກະກຽມຊຸດອາພອນ ແລະ ເຄື່ອງຂອງຖວາຍບູຊາ… ສະຖານທີ່ທຳພິທີ ເຄີຍຖືກຈັດຂຶ້ນໃນປ່າ ເຊິ່ງຊາວຍ້ານເມື່ອກ່ອນນີ້ໄດ້ເຄີຍເລືອກເອົາເພື່ອທຳພິທີໄຫວ້ບູຊາ. ພິທີພາວະນາໃຫ້ຟ້າຝົນ ຖືກຈັດແບ່ງເປັນສອງຂັ້ນຕອນ ນັ້ນແມ່ນຂັ້ນຕອນຈັດພິທີກຳ ແລະ ຂັ້ນຕອນຈັດງານບຸນ. ໃນຂັ້ນຕອນຈັດພິທີກຳ ໝໍພອນຈະເປັນເຈົ້າພາບປະຕິບັດທຸກໆຂັ້ນຕອນໃນພິທີໄຫວ້ບູຊາ. ເມື່ອຮອດມື້ທຳພິທີ, ບັນດາຜູ້ເຂົ້າຮ່ວມພິທີຈະຖືກແຕ່ງຕັ້ງໄປກິນເຂົ້າເຊົ້າຢູ່ເຮືອນໝໍພອນ. ຫຼັງຈາກນັ້ນຂະບວນຄົນຈະເຄື່ອນຍ້າຍຈາກເຮືອນຂອງໝໍພອນໄປຮອດປ່າເພື່ອທຳພິທີ. ຄວາຍຈະຖືກຈູງໄປທາງໜ້າ ຖັດມາແມ່ນພາເຄື່ອງຂອງຖວາຍບູຊາ ຕໍ່ຈາກນັ້ນແມ່ນຄະນະໝໍພອນ ແລະ ໄປນຳຫຼັງແມ່ນຊາວບ້ານ. ເຄື່ອງຂອງຖວາຍບູຊາລວມມີໄກ່, ເຂົ້າໜຽວ, ເຫຼົ້າສາລີ, ເຈ້ຍສາ… ໝໍພອນ ນົງວັນຖັງ ຢູ່ເມືອງ ບ໋າວເລິມ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:       “ເຄື່ອງຂອງຖວາຍບູຊາໃນພິທີກຳມີຄວາຍໂຕໜຶ່ງ, ໝາໂຕໜຶ່ງ, ໄກ່ສາມໂຕ. ໝາເພື່ອຂັບໄລ່ຜີສາງນາງໄມ້. ປີໃດກໍ່ເຊັ່ນດຽວກັນ ຊາວເຜົ່າໂລໆ ກໍ່ທຳພິທີໄຫວ້ບູຊາພາວະນາໃຫ້ຟ້າຝົນ ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ ຊາວບ້ານມີຄວາມສຸກຕະຫຼອດປີ ບໍ່ມີໃຜຖືກເຈັບເປັນ. ພິທີພາວະນາຖືກຈັດຂຶ້ນໃນວັນມັງກອນ ທັງບ້ານກໍ່ປະກອບເງິນທຶນເຫື່ອແຮງ”.      ພາຍຫຼັງທີ່ໝໍພອນໄຫວ້ບູຊາສຳເລັດແລ້ວ ແຕ່ລະຄອບຄົວຈະແຕ່ງຕັ້ງຜູ້ໜຶ່ງເຂົ້າໃກ້ພາເຂົ້າເພື່ອກິນອາຫານລ່ວງໜ້າພ້ອມກັບໝໍພອນ. ສິ່ງທີ່ຄະລຳໃນເວລານີ້ແມ່ນເມື່ອຮັບປະທານອາຫານ  ທຸກໆຄົນບໍ່ໄດ້ໂອ້ລົມກັນຢ່າງເດັດຂາດ. ເມື່ອຂັ້ນຕອນຈັດພິທີອັດລົງນັ້ນ, ກໍ່ຈະຮອດຂັ້ນຕອນຈັດບຸນ ຊາວບ້ານເຕົ້າໂຮມກັນນັ່ງຮັບປະທານອາຫານ ໂອ້ລົມກັນຟ້ອນລຳທຳເພງຢ່າງເບີກບານມ່ວນຊື່ນ. ນາງ ນົງທິລຽນ ຢູ່ເມືອງ ບ໋າວເລິມ ເລົ່າສູ່ຟັງວ່າ:      “ເມື່ອທຳພິທີພາວະນາ, ປະຊາຊົນທັງບ້ານໄດ້ພາກັນໄປຫໍວັນທະນະທຳໝູ່ບ້ານ ເພື່ອເຕົ້າໂຮມກັນກັບແຂກຜູ້ຖືກເຊີນພ້ອມກັນຮັບປະທານອາຫານຢ່າງມ່ວນຊື່ນ.  ພິທີພາວະນາໃຫ້ຟ້າຝົນ ເພື່ອໃຫ້ຊາວບ້ານມີນ້ຳຮັບໃຊ້ການປູກເຂົ້າ”.        ໃນງານບຸນມີພິທີກຳທີ່ສຳຄັນທີ່ສຸດ ນັ້ນແມ່ນພິທີຝັງໄກ່ນ້ອຍ ຊຶ່ງເປັນການຕັດສິນວ່າ ພິທີໄຫວ້ບູຊາຈະປະສົບຜົນສຳເລັດຫຼືບໍ່ ຍ້ອນຊາວເຜົ່າໂລໆ ຖືວ່າ ພາຍຫຼັງໄກ່ຖືກຝັງດິນເປັນເວລາສາມວັນ, ໝໍພອນຈະກັບຄືນເບິ່ງຂຸມຝັງສົບໄກ່ ຖ້າເຫັນດິນບໍ່ຍຸບກໍ່ຖືວ່າພິທີໄຫວ້ບູຊາໄດ້ຮັບການສະໜັບສະໜູນຈາກເທວະດາຟ້າແຖນ. ສຳລັບຊາວເຜົ່າໂລໆ ແຕ່ລະຄົນ, ພິທີໄຫວ້ບູຊາພາວະນາໃຫ້ຟ້າຝົນກໍ່ແມ່ນໂອກາດທີ່ປະຊາຊົນຄອງຄອຍ ເພື່ອໄດ້ພົບປະແລກປ່ຽນ ແລະຜູກມັດຊຸມຊົນ. 
TAG
VOV/VOVworld/