ຊາວເວິນກ່ຽວຮັກສາເຮືອນເດີມໄວ້
12/06/2015 17:00
ຫວ່າງແລ້ວນີ້, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງກວາງຈີ້ ຫາກໍ່ສຸມໃສ່ການຟື້ນຟູເຮືອນຮ້ານທີ່ເປັນມູນເຊື້ອ 16 ຫຼັງຂອງຊາວເຜົ່າເວິນກ່ຽວ ຢູ່ບ້ານ ກາລູ, ຕາແສງ ດັກຣົງ, ເມືອງດັກຣົງ ໄວ້.
(vovworld) - ໃນຊີວິດຍຸກປະຈຸບັນ, ວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງຂອງຊາວເຜົ່າເວິນກ່ຽວ, ໃນນັ້ນມີເຮືອນຮ້ານທີ່ເປັນມູນເຊື້ອພວມຄ່ອຍໆສູນຫາຍໄປ. ຫວ່າງແລ້ວນີ້, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງກວາງຈີ້ ຫາກໍ່ສຸມໃສ່ການຟື້ນຟູເຮືອນຮ້ານທີ່ເປັນມູນເຊື້ອ 16 ຫຼັງຂອງຊາວເຜົ່າເວິນກ່ຽວ ຢູ່ບ້ານ ກາລູ, ຕາແສງ ດັກຣົງ, ເມືອງດັກຣົງ ໄວ້. ປະຈຸບັນ, ບ້ານ ກາລູ ໄດ້ກາຍເປັນບ້ານວັດທະນະທຳ, ທ່ອງທ່ຽວຊີວະພາບວົງຄະນາຍາດ ທີ່ເປັນເອກະລັກສະເພາະຂອງຊາວເຜົ່າເວິນກ່ຽວ. ນີ້ແມ່ນຈຸດນັດພົບຂອງນັກທ່ອງທ່ຽວໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ.
TAG
vov/vovworld
ຊາວເຜົ່າ
Related








