VOV WorldVOV World
ອະນຸລັກວັດທະນະທຳພື້ນເມືອງຂອງຊາວເຜົ່າ ເອເດ ຜ່ານບັນດາຊຸດຮຽນໃຫ້ຊາວໜຸ່ມເຍົາວະຊົນ
05/08/2024 12:00
(VOVWORLD) - ກ້າວເຂົ້າຊູ່ລະດູແລ້ງຂະນະທີ່ພວກນ້ອງນັກຮຽນໄດ້ພັກຮຽນ, ນະຄອນບວນມາທ້ວດ ແຂວງ ດັກລັກ ກໍ່ໄດ້ຈັດບັນດາຊຸດຮຽນຕີຄ້ອງ. ບໍ່ພຽງແຕ່ໄດ້ຮັບທັກສະຕີຄ້ອງ ແລະ ສະແດງເຄື່ອງດົນຕີເທົ່ານັນ ພວກນ້ອງນັກຮຽນຍັງເພີ່ມຄວາມເຂົ້າໃຈ ແລະ ຄວາມຮັກຕໍ່ບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກຂອງເຜົ່າຕົນ
ອະນຸລັກວັດທະນະທຳພື້ນເມືອງຂອງຊາວເຜົ່າ ເອເດ ຜ່ານບັນດາຊຸດຮຽນໃຫ້ຊາວໜຸ່ມເຍົາວະຊົນ
ນັກສິລະປະການດີເດັ່ນ ອີຮິວນີເອກະດຳ ຢູ່ນະຄອນບວນມາທ້ວດ ພວມຖ່າຍທອດວິທີຕີຄ້ອງໃຫ້ຊາວໜຸ່ມເຍົາວະຊົນ     ຕະຫຼອດກວ່າໜຶ່ງເດືອນທີ່ຜ່ານມາ ໃນແຕ່ລະຕອນເຊົ້າ, ຫໍວັດທະນະທຳວົງຄະນາຍາດ ບ້ານ ເກີເມີເຣິງ ບຣົງເບ ຕາແສງ ຢາຕູ ນະຄອນບວນມາທ້ວດ ແຂວງ ດັດລັກ ຊ້ຳພັດມີຄວາມຟົດຟື້ນມ່ວນຊື່ນ ດ້ວຍສຽງຄ້ອງປະສານກັບສຽງເວົ້ານົວຫົວມ່ວນ. ເຍົາວະຊົນເກືອບ 30 ຄົນມີຄວາມຊົມຊອບ ຂະນະທີ່ໄດ້ຮັບການຖ່າຍທອດການຕີຄ້ອງ ຈາກບັນດານັກສິລະປະການ ກ່ຽວກັບລະດັບພື້ນຖານຕະຫຼອດຮອດທັກສະຕີຄ້ອງທອງ ຫຼື ຄ້ອງໄມ້ໄຜ່. ນ້ອງ ອີທຽນນີເອ ເປີດເຜີຍວ່າ:       “ໃນເບື້ອງຕົ້ນ ນ້ອງຮຽນກໍ່ຍັງບໍ່ທັນຄ່ອງແຄ້ວເທື່ອ, ແຕ່ເມື່ອໄດ້ຮັບການຖ່າຍທອດ ດັດປັບຈາກອ້າຍຄູ ດັ່ງນັ້ນໃນປັດຈຸບັນພວກນ້ອງສາມາດຕີຄ້ອງໄດ້ດີກວ່າເກົ່າຫຼາຍ”.      ຕາມທ່ານ ເອວິນ ເອບານ ເລຂາໜ່ວຍພັກບ້ານ ເກີເມີຣົງ ບຣົງເບ, ຊຸດຮຽນຕີຄ້ອງກໍໍ່ມີການປະກອບເຫື່ອແຮງຂອງຫຼາຍຄົນ. ພາຍຫຼັງລົງໄປແຕ່ລະຄອບຄົວ ເພື່ອຂົນຂວາຍພໍ່ແມ່ໃຫ້ລູກໄປຮຽນຕີຄ້ອງຫຼາຍຄັ້ງ, ໃນລະດູແລ້ງປີນີ້ ຊຸດຮຽນໄດ້ດຶງດູດ ຊາວໜຸ່ມເຍົາວະຊົນໄດ້ເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ອີວິນເອບານ ເວົ້າວ່າ:       “ການເປີດຊຸດຮຽນຕີຄ້ອງ ພະນັກງານຂອງບ້ານກໍ່ມີຄວາມພາກພູມໃຈທີ່ສຸດ ເມື່ອເຫັນພວກຫຼານມີຄວາມຫ້າວຫັນ ແລະ ພູມໃຈ. ມີນັກຮຽນຫຼາຍຄົນກໍ່ບໍ່ມີໃນບັນຊີລາຍຊື່ຊຸດຮຽນ ແຕ່ກໍ່ມາຮຽນດ້ວຍຄວາມຕື່ນຕົວ. ນັ້ນແມ່ນຄວາມສຳເລັດ”.       ລະດູແລ້ງປີີນີ້ ພ້ອມກັບຊຸດຮຽນຕີຄ້ອງຖືກຈັດຂຶ້ນຢູ່ບ້ານ ເກີເມີເຣິງ ບຣົງເບ ຕາແສງ ຢາຕູ ນັ້ນ, ກໍ່ຍັງມີຊຸດຮຽນຄ້າຍຄືກັນຢູ່ບ້ານ ໂກຊຽກ ຕາແສງ ເຕິນເລິບ ນະຄອນບວນມາທ້ວດ. ນີ້ແມ່ນບັນດາຊຸດຮຽນໂດຍສູນສື່ສານວັດທະນະທຳ ກິລາ ນະຄອນບວນມາທ້ວດ ຈັດຂຶ້ນຕາມແຜ່ນການອະນຸລັກເສີມຂະຫຼາຍສີສັນວັດທະນະທຳບັນດາເຜົ່າສ່ວນໜອ້ຍ ຢູ່ນະຄອນບວນມທ້ວດ ໄລຍະ 2022 – 2025, ກຳນົດທິດເຖິງປີ 2030. ພ້ອມກັບການສອນຕີຄ້ອງ, ທາງຫົວໜ່ວຍຍັງເປີດສອງຊຸດ ຟ້ອນຊວາງ ພື້ນຖານ ແລະ ຍົກສູງລະດັບໃຫ້ແກ່ນັກຮຽນຍິງຢູ່ 6 ບ້ານຂຶ້ນກັບ ນະຄອນບວນມາທ້ວດ. ນາງ ຟ້າມທິຫ໋າຍບິ່ງ ຮອງສູນສື່ສານວັດທະນະທຳ ແລະ ກິລາ ບວນມາທ້ວດ ໃຫ້ຮູ້ວ່າ:       “ເມື່ອໄປຂົນຂວາຍພວກນ້ອງ ເຂົ້າຮຽນຊຸດຮຽນໃນປີນີ້ ກໍ່ບໍ່ລຳບາກຄືຊຸມປີກ່ອນນັ້ນ. ປີນີ້ຈຳນວນນັກຮຽນເຂົ້າຮ່ວມກໍ່ຫຼາຍພໍສົມຄວນ. ພວກຂ້າພະເຈົ້າອີງຕາມມາດຖານຢູ່ຕາມຕາແສງ ເພື່ອເປີດບັນດາຊຸດຮຽນ ແນໃສ່ສ້າງຄວາມເມົາມົວ ແລະ ແຫຼ່ງບັນດານໃຈໃນໄລຍະຮ່ຳຮຽນ”.       ດ້ວຍຄວາມຜູກພັນກັບການສອນຕີຄ້ອງໃນຫຼາຍປີທີ່ຜ່ານມາ, ນັກສິລະປະການດີເດັ່ນ ອີຮິວນີເອກະດຳ ຢູ່ນະຄອນບວນມາທ້ວດ ໃຫ້ຮູ້ວ່າ:         “ເຮົາຖ່າຍທອດຄືນທຸກສິ່ງທີ່ເຮົາຮູ້ຈັກ ກ່ຽວກັບສິ່ງທີ່ເປັນພື້ນຖານຂອງຄ້ອງນັບທັງສິ່ງທີ່ຍອດຍິ່ງຂອງມັນ. ຊຸດຮຽນຖືກຈັດຂຶ້ນໃນໂອກາດຍາມພັກແລ້ງເຊັ່ນນັ້ນ, ຂ້າພະເຈົ້າເຫັນວ່າມີຄວາມໝາຍໃນການປະຕິບັດບັນດາແຜນອະນຸລັກຮັກສາວັດທະນະທຳ ທີ່ເປັນເອກະລັກຂອງຊາວເຜົ່າເອເດ ແລະ ຊ່ວຍໃຫ້ຊາວບບ້ານເຫັນໄດ້ເຖິງຄວາມສຳຄັນ ແລະ ຄວາມເອກອ້າງທະນົງໃຈຂອງສີສັນຂອງເຜົ່າຕົນ”.        ສຳລັບຊາວໜຸ່ມເຍົາວະຊົນທີ່ເຂົ້າຮ່ວມຊຸດຮຽນຕີຄ້ອງ, ບັນດາບົດຮຽນເຫຼົ່ານັ້ນ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໄດ້ຮັບຜົນປະໂຫຍດໃນຍາມພັກແລ້ງເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຕັກເຕືອນ ແນະນຳກ່ຽວກັບບັນດາຄຸນຄ່າພື້ນເມືອງອັນດີງາມຂອງຊາວເຜົ່າ ເອເດ ເພື່ອໃຫ້ພວກນ້ອງສືບຕໍ່ຮັກສາ ແລະ ເສີມຂະຫຍາຍ.
TAG
VOV/VOVworld/ຕີ​ຄ້ອງ