VOV WorldVOV World
ບຸນຊ່ວງເຮືອງູຂອງຊາວເຜົ່າຂະແມຢູ່ແຂວງ ຊອກຈັງ
28/05/2012 14:59
ຊາວ​ເຜົ່າ​ຂະ​ແມ​ມີ​ຫຼາຍ​ງານ​ບຸນ, ​ໃນ​ນັ້ນ​ມີ​ງານ​ບຸນ ອອ໋ກອອມ​ບອ໋ກ ​ແລະ ຊ່ວງ​ເຮືອ​ງູແມ່ນ​ໃຫຍ່​ກ່ວາ​ໝູ່ ​ແລະ ​ແມ່ນ​ງານ​ບຸນ​ສຸດ​ທ້າຍ​ໃນ​ປີ. ບຸນຊ່ວງ​ເຮືອ​ງູແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຂະ​ແມ​ເຂດ​ພາກ​ໃຕ້​ລະ​ຫຼິ້ນ​ມ່ວນ​ຊື່ນພາຍຫຼັງ​ຊຸມ​ວັນອອກ​ແຮງ​ງານດ້ວຍ​ຄວາມ​ອິດ​ເມື່ອຍ
    ບຸນຊ່ວງເຮືອງູຢູ່ແຂວງ ຊອກຈັງ (ພາບ: vanhoadoisong)   ຊາວ​ເຜົ່າ​ຂະ​ແມ​ມີ​ຫຼາຍ​ງານ​ບຸນ, ​ໃນ​ນັ້ນ​ມີ​ງານ​ບຸນ ອອ໋ກອອມ​ບອ໋ກ ​ແລະ ຊ່ວງ​ເຮືອ​ງູແມ່ນ​ໃຫຍ່​ກ່ວາ​ໝູ່ ​ແລະ ​ແມ່ນ​ງານ​ບຸນ​ສຸດ​ທ້າຍ​ໃນ​ປີ. ບຸນຊ່ວງ​ເຮືອ​ງູແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ຂະ​ແມ​ເຂດ​ພາກ​ໃຕ້​ລະ​ຫຼິ້ນ​ມ່ວນ​ຊື່ນພາຍຫຼັງ​ຊຸມ​ວັນອອກ​ແຮງ​ງານດ້ວຍ​ຄວາມ​ອິດ​ເມື່ອຍ. ກິລາ​ປະ​ເພດ​ຊ່ວງ​ເຮືອ​ທີ່​ຟົດ​ຟື້ນນີ້ ​ແມ່ນ​ເລີ່​ມມາ​ຈາກ​ຮີດຄອງ​ປະ​ເພນີ​​ເດີມ​ຂອງ​ຊາວ​ເຜົ່າ​ຂະ​ແມ.     ບຸນຊ່ວງ​ເຮືອງູ​ແມ່ນ​ຖືກ​ຈັດ​ຂື້ນ​ຢູ່​ຫຼາຍ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ​ແຕ່​ຟົດ​ຟື້ນ​ກ່ວາ​ໝູ່​ແມ່ນ​ຢູ່​ແຂ​ວງ ຊອກ​ຈັງ. ​ເມື່ອ​ກ່ອນ​ນີ້ ບຸນຊ່ວງ​ເຮືອງູຢູ່​ຊອກ​ຈັງ ຖືກ​ຈັດ​ຂຶ້ນ​ຢູ່​ ປກາມ​ແກນ​ໂທ ປະຈຸ​ບັນ​ແມ່ນ​ຂື້ນ​ກັບ​ຕາ​ແສງ ທາມ​ດ​ົນ ​ເມືອງ ມີ້​ຊວຽນ. ​ແຕ່​ໃນ​ປະຈຸ​ບັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ມາ​ຊົມ​ຊ່ວງ​ເຮືອ​ຢ່າງ​ສະດວກ​ສະບາຍ​ນັ້ນ, ບຸນຊ່ວງ​ເຮືອງູ​ໄດ້​ຖືກ​ຍ້າຍ​ມາ​ຈັດ​ຕັ້ງ​ຢູ່​ເທດສະບານ​ແຂວງ ຊອກ​ຈັງ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຮອດ​ວັນ​ເພັງ​ເດືອນ 10 ​ແຕ່ລະ​ປີ​ໂດ​ຍ​ໄລ່ຕາມ​ຈັນທະ​ປະຕິທິນ, ພ້ອມ​ກັບ ງານ​ບຸນ ອອ໋ກອອມ​ບອ໋ກ, ບຸນຊ່ວງ​ເຮືອງູ​ກໍ​ຖືກ​ຈັດ​ຂຶ້ນ​ບົນ​ແມ່​ນ້ຳ ມາດ​ເປຣົດ ນະຄອນ ຊອກ​ຈັງ​ໃນ​ປະຈຸ​ບັນ.    ຢູ່​ໃຈກາງນະຄອນ ຊອກ​ຈັງ​ໃນ​ຄ່ຳ​ຄືນ​ກ່ອນ​ວັນ​ຈັດ ບຸນຊ່ວງ​ເຮືອ, ຜູ້​ຄົນ​ຈາກ​ສາລະ​ທິດ​ໄດ້​ພາກັນ​ຫຼັ່ງ​ໄຫຼມາ​​ເຕົ້າ​ໂຮມ​ກັນ​ລໍ່​ຖ້າ​ການ​ຊ່ວງ​ເຮືອ​ໃນ​ຕອນ​ເຊົ້າ​ມື້​ອື່ນ​. ບົນ​ແມ່ນ​ນ້ຳ, ລະບົບ​ດອກ​ໄຟ​ມີ​ສີ​ຫຼາກ​ຫຼາຍ. ​ເຮືອ​ງູ​ແຕ່ລະ​ຝູງ​ເຕົ້າ​ໂຮມ​ກັນ. ສຽງ​ກອງ, ສຽງ​ຂຸ່ຍ, ສຽງດົນຕີ​ອ່ອນ​ຊອນ​ປະສານ​ກັບ​ສຽງ​ຂັບ​ຮ​້ອງຂອງ​ບາ​ວສາວ ​ໄດ້​ດັ່ງ​ກ້ອງ​ກັງວານ​ຂື້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ