ແຂວງເຊີນລາອະນຸລັກ ເສີມຂະຫຍາຍສີສັນວັດທະນະທຳ ບັນດາເຜົ່າສ່ວນໜ້ອຍ
23/10/2023 11:39
(VOVWORLD) -ແຂວງເຊີນລາມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ດ້ວຍບັນດາຈຸດວັດທະນະທຳ ຮີດຄອງປະເພນີຫຼາຍຮູບຫຼາຍສີ ອຸດົມສົມບຸນ. ດ້ວຍເປົ້າໝາຍຮັກສາຟື້ນຟູບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ແຂວງເຊີນລາຍາມໃດກໍເອົາໃຈໃສ່ອະນຸລັກເສີມຂະຫຍາຍ ມໍລະດົກວັດທະນະທຳບັນດາເຜົ່າໃນບໍລິເວນ

ບັນດາພິທີກຳໃນງານບຸນສົມມະນາຄຸນ ເທວະດາຟ້າແຖນ ເມືອງເວີນໂຮ່ ແມ່ນບໍລິເວນດຳລົງຊີວິດຂອງ 5 ເຜົ່າ, ແຕ່ລະເຜົ່າມີຈຸດວັດທະນະທຳພື້ນເມືອງ ມີສີສັນສະເພາະ ອັນໄດ້ສ້າງເປັນຮູບພາບຫຼາກຫຼາຍສີສັນ. ໃນຊຸມວັນງານບຸນ, ເວີນໂຮ່ ຍາມໃດກຟົດຟື້ນມ່ວນຊື່ນດ້ວຍສຽງຄ້ອງສຽງກອງ, ສຽງຂັບລຳທຳເພງພື້ນເມືອງ, ຟ້ອນແຊ ຂອງພວກນາງສາວບັນດາເຜົ່າ. ໃນໄລຍະທີ່ຜ່ານມາ, ທາງເມືອງກໍເອົາໃຈໃສ່ວຽກງານອະນຸລັກຮັກສາ, ອະນຸລັກປະຕິສັງຂອນບັນດາປູຊະນີຍະສະຖານ, ພ້ອມກັນນັ້ນ ກໍຈັດຕັ້ງການເຄື່ອນໄຫວງານບຸນຕິດພັນກັບບັນດາສະຖານທີ່ປະຫວັດສາດວັດທະນະທຳ. ທ່ານນາງ ຫງວຽນທິລື ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງ ເວີນໂຮ່ໃຫ້ຮູ້ວ່າ : “ເມືອງເວີນໂຮ່ພວມໜູນຊ່ວຍເພື່ອຟື້ນຟູບັນດາສະໂທສອນ, ບັນດາກອງສິລະປະກອນພື້ນເມືອງ ທັງອະນຸລັກຮັກສາວັດທະນະທຳ ທັງຟື້ນຟູພັດທະນາການທ່ອງທ່ຽວ, ພ້ອມທັງຟື້ນຟູບັນດາໝູ່ບ້ານອາຊີບຫັດຖະກຳຂອງທ້ອງຖິ່ນ” ທີ່ເມືອງ ໂມກເຈົາ, ການອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ ໄດ້ຕິດພັນກັບການພັດທະນາເສດຖະກິດທ່ອງທ່ຽວ. ແຕ່ລະປີ ທາງເມືອງໄດ້ຈັດຕັ້ງການຟື້ນຟູ ວາດພາບເຖິງບາງງຸນບຸນປະເພນີຄື ງານບຸນສົມມະນາຄຸນ ເທວະດາຟ້າແຖນ, ງານບຸນສົມມະນາຄຸນຜູ້ໃຫ້ກຳເນີດ, ງານບຸນສົມມະນາຄຸນສາມັກຄີຊຸມຊົນຢູ່ຕາແສງ ດົງຊາງ, ງານບຸນພາວະນາໃຫ້ຟ້າຝົນດີຢູ່ຕາແສງ ເມືອງຊາງ. ທ່ານນາງ ຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງໂມກເຈົາ ແຂວງເຊີນລາ ໃຫ້ຮູ້ວ່າ : “ງານບຸນສົມມະນາຄຸນເທວະດາຟ້າແຖນຢູ່ຕາແສງດົງຊາງ ໄດ້ຮັບການຢັ້ງຢືນແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເມືອງໂມກເຈົາ ຊຶ່ງໄດ້ກຳນົດວ່າ ນີ້ແມ່ນຈຸດວັດທະນະທຳອັນດີງານຂອງເຜົ່າໄທຂາວ, ຕາແສງດົງຊາງ. ຍ້ອນເຫດນີ້ເອງ ພວກຂ້າພະເຈົ້າ ຈຶ່ງຮັກສາການຈັດຕັ້ງໃນແຕ່ລະປີ ເພື່ອໃຫ້ປະຊາຊົນຍາມໃດກໍມີຄວາມເອກອ້າງທະນົງໃຈຕໍ່ວັດທະນະທຳ, ນີ້ກໍແມ່ນວິທີເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳເຜົ່າໄທຂາວ”
TAG
VOV/VOVworld/ງານບຸນ
Related








