ແມ່ພິມດ້ວຍໄມ້ຂອງພຸດທະສາສະໜາຢູ່ວັດວິ້ງງຽມ
21/05/2012 08:00
ຊຸດແມ່ພິມດ້ວຍໄມ້ຢູ່ວັດວິ້ງງຽມ, ແຂວງບັກຢາງຂອງຫວຽດນາມ ໄດ້ຮັບການຮັບຮອງ ຈາກ UNESCO ວ່າແມນມໍລະດົກເອກະສານ, ພາກພື້ນອາຊີ - ປາຊິຝິກ ຢ່າງເປັນທາງການ.
(vovworld) - ໃນວາລະປະຊຸມຂອງ UNESCO ເຊິ່ງຫາກໍ່ດຳເນີນຢູ່ ບາງກອກ, ປະເທດໄທ, ຊຸດແມ່ພິມດ້ວຍໄມ້ຢູ່ວັດວິ້ງງຽມ, ແຂວງບັກຢາງຂອງຫວຽດນາມ ໄດ້ຮັບການຮັບຮອງເປັນມໍລະດົກເອກະສານ, ພາກພື້ນອາຊີ - ປາຊິຝິກ ຢ່າງເປັນທາງການ. ນີ້ແມ່ນມໍລະດົກທີ 3 ຂອງຫວຽດນາມ, ຖັດຈາກແມ່ພິມດ້ວຍໄມ້ໃນສະໄໝລາຊະວົງ ຫງວຽນ ແລະ ສີລາວັນມ໋ຽວ - ກວົກຕືຢ໋າວ ທີ່ໄດ້ຮັບການເຊີດຊູ. ນີ້ແມ່ນແມ່ພິມຄຳພີຂອງພຸດທະສາສະໜາຊຸດໜຶ່ງດຽວ ກ່ຽວກັບນິກາຍຈຸກເລິມ - ເຊິ່ງແມ່ນນິກາຍທີ່ພົ້ນເດັ່ນກວ່າໝູ່ຂອງພຸດທະສາສະໜາຫວຽດນາມ.
TAG
ແມ່ພິມ
ວັດວິ້ງງຽມ
Related








