VOV WorldVOV World
ຮີດຄອງປະເພນີໃນຊີວິດຂອງມະນຸດ - ການດຳລົງຊີວິດປະຈຳວັນຂອງຊາວ ຫວຽດນາມ
25/02/2018 17:00
(VOVWORLD) - ຜູ້ຂຽນໄດ້ເລືອກເອົາໄລຍະ 30 ປີທ້າຍສະຕະວັດທີ 19 ເຖິງຊຸມປີ 60, 70 ຂອງສະຕະວັດທີ 20 ເພາະວ່ານີ້ແມ່ນໄລຍະທີ່ມີການປ່ຽນແປງຢ່າງເລິກເຊິ່ງກ່ຽວກັບສັງຄົມ, ມະນຸດ.
ຮີດຄອງປະເພນີໃນຊີວິດຂອງມະນຸດ ແມ່ນປື້ມຫົວທີສອງໃນຊຸດປື້ມແນະນຳກ່ຽວກັບອະລິຍະທຳຫວຽດນາມ ຂອງນັກຄົ້ນຄ້ວາວັດທະນະທຳ, ຈິດຕະກອນ ຟານເກິມເທື້ອງ, ທີ່ຫາກໍ່ໄດ້ຮັບການແນະນຳຢ່າງກວ້າງຂວາງເຖິງເພື່ອນຜູ້ອ່ານໃນທົ່ວປະເທດ. ບັນດາວັດທະນະທຳ, ຮີດຄອງປະເພນີຂອງຊາວກະສິກອນ ຫວຽດນາມ ໃນສະຕະວັດທີ 19-20 ເຊິ່ງຜູ້ຂຽນໄດ້ເຕື້ອງເຖິງໃນປື້ມຫົວນີ້ ໄດ້ຊ່ວຍໃຫ້ຜູ້ອ່ານສາມາດເຂົ້າໃຈໄດ້ກ່ຽວກັບຮີດຄອງປະເພນີ, ການດຳເນີນຊີວິດ, ວັດທະນະທຳໃນໂຄງປະກອບໝູ່ບ້ານ, ຕາແສງຂອງຊາວກະສິກອນ ຫວຽດນາມໃນ 30 ປີທ້າຍຂອງສະຕະວັດທີ 19 ເຖິງຊຸມປີ 60, 70 ຂອງສະຕະວັດທີ 20.  ນັກຄົ້ນຄ້ວາ ຟານເກິມເທື້ອງ  (ພາບ: Thanhnien.vn)         “ຮີດຄອງປະເພນີໃນຊີວິດຂອງມະນຸດ“ ແມ່ນຜົນແຫ່ງການຄົ້ນຄ້ວາເປັນເວລາຫຼາຍປີຂອງຈິດຕະກອນ, ນັກຄົ້ນຄ້ວາວັດທະນະທຳ ຟານເກິມເທື້ອງ. ຮີດຄອງປະເພນີໃນຊີວິດຂອງມະນຸດປະກອບມີ 6 ພາກ: ຊາວກະສິກອນ ແລະ ຄວາມສະໜຸກໃຈ 4 ຢ່າງ; ບັນດາກາລະເທສະດຳລົງຄົງຕົວ; 4 ລະດູ ແລະ ບັນດາງານບຸນ; ການເຫຼື້ອມໃສ ແລະ ລະບົບເທວະດາ; ປະເພນີນຸ່ງຖື ແລະ ກິນດື່ມ; ໄລຍະເດີມ ແລະ ຊີວິດໃນປັດຈຸບັນ.         ຜູ້ຂຽນໄດ້ເລືອກເອົາໄລຍະ 30 ປີທ້າຍສະຕະວັດທີ 19 ເຖິງຊຸມປີ 60, 70 ຂອງສະຕະວັດທີ 20 ເພາະວ່ານີ້ແມ່ນໄລຍະທີ່ມີການປ່ຽນແປງຢ່າງເລິກເຊິ່ງກ່ຽວກັບສັງຄົມ, ມະນຸດ. ນັ້ນແມ່ນໄລຍະທີ່ລັດທິສັກດີນາຂອງສະໄໝລາຊະວົງ ຫງວຽນ ຕ້ອງປະເຊີນໜ້າກັບຝ່າຍຕາເວັນຕົກທີ່ເຂັ້ມແຂງຂອງລັດທິທຶນນິຍົມລ່າເມືອງຂຶ້ນ, ຊາວກະສິກອນໃນໝູ່ບ້ານ, ຕາແສງຕ້ອງຍົກຍ້າຍໄປຍັງເຂດຕົວເມືອງ, ບັນດາຄວາມຊິນເຄີຍ, ປະເພນີເກົ່າແກ່ໄດ້ມີການກະທົບເຖິງການດຳລົງຊີວິດແບບໃໝ່. ຜູ້ຂຽນ ຟານເກິມເທື້ອງ ໃຫ້ຮູ້ວ່າ:         “ ປີ 2011, ຂ້າພະເຈົ້າໄດ້ພິມຈຳໜ່າຍປື້ມ “ວັດຖຸອະລິຍະທຳຂອງຊາວ ຫວຽດນາມ“, ເວົ້າເຖິງວັດຖຸ, ເຄື່ອງໃຊ້ສອຍໃນຊີວິດປະຈຳວັນຄື: ເຮືອນຊານບ້ານຊ່ອງ, ເຮືອແພ, ເຄື່ອງມືທຳການຜະລິດ, ເຄື່ອງດົນຕີ… ປື້ມຫົວທີສອງແມ່ນ “ຮີດຄອງປະເພນີໃນຊີວິດຂອງມະນຸດ“, ຫຼືເວົ້າເຖິງວັດທະນະທຳ, ຮີດຄອງປະເພນີຂອງຊາວກະສິກອນ ຫວຽດນາມໃນສະຕະວັດທີ 19, 20 ຄື: ການກິນຢູ່, ການດຳເນີນຊີວິດ, ພິທີງານບຸນ, ສາສະໜາ, ພິທີງານສົບ, ງານແຕ່ງດອງ… ບັນດາຮີດຄອງປະເພນີດັ່ງກ່າວກໍ່ມີປະຫວັດຂອງມັນຢ່າງແນ່ນອນ, ມັນບໍ່ແມ່ນກົດໝາຍ, ແລະກໍ່ບໍ່ແມ່ນກົດລະບຽບຂອງບ້ານເມືອງ, ຫາກມັນແມ່ນຄວາມຊິນເຄີຍ, ຜ່ານການເວລາໄດ້ກາຍເປັນຮີດຄອງປະເພນີ. ບັນດາຮີດຄອງປະເພນີເຫຼົ່ານັ້ນແມ່ນອາດສາມາດປ່ຽນແປງໄດ້, ບາງເທື່ອຈະກຳເນີດເກີດຂຶ້ນ, ບາງເທື່ອຈະສູນຫາຍໄປ “.         ປື້ມຫົວນີ້ລວມມີ 600 ໜ້າ, ທີ່ຂຽນດ້ວຍຮູບການເລົ່າເລື່ອງສົມທົບກັບການຄົ້ນຄ້ວາ, ປຽບທຽບກັບເອກະສານ, ຜູ້ຂຽນໄດ້ສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານຈາກບັນດາເລື່ອງລາວທຳມະດາຂອງຊາວກະສິກອນຜູ້ອອກແຮງງານ ດ້ວຍການປະພຶດແບບປອງດອງ, ເປັນລະບຽບຮຽບຮ້ອຍໃນສັງຄົມກໍ່ຄືຄອບຄົວ. ນັກຄົ້ນຄ້ວາ ຟານເກິມເທື້ອງ ແບ່ງປັນວ່າ:         “ ປື້ມຫົວນີ້ບໍ່ແມ່ນການສະຖິຕິບັນດາຮີດຄອງປະເພນີຄືບັນດາປື້ມທີ່ຂຽນກ່ອນນັ້ນ. ຂ້າພະເຈົ້າໄດ້ເລັ່ງໃສ່ປະເພນີໃນພິທີງານສົບ ແລະ ງານແຕ່ງດອງ ເພື່ອສັງເກດຄວາມໝາຍ, ກໍ່ຄືການປ່ຽນແປງຕາມການເວລາ ແລະ ມັນໄດ້ຮັບຜົນສະທ້ອນຈາກອັນໃດ. ຄວາມຈິງແລ້ວ, ຈຸດປະສົງຂອງປື້ມຫົວນີ້ແມ່ນເວົ້າເຖິງມະນຸດໄດ້ຮັບການກຳເນີດ, ເຕີບໃຫຍ່ໃນຮີດຄອງປະເພນີຄືແນວໃດ ແລະ ຮີດຄອງປະເພນີມີຜົນສະທ້ອນຄືແນວໃດໃນອະນາຄົດ “.         ດ້ວຍວິທີການຄົ້ນຄ້ວາມະນຸດຊາດ, ໝາຍຄວາມວ່າເລີ່ມມາຈາກການດຳລົງຊີວິດປະຈຳວັນ, ບັນດາຂໍ້ມູນເຊິ່ງຜູ້ແຕ່ງນຳເຂົ້າໃນປື້ມຫົວນີ້ຈະຊ່ວຍໃຫ້ຜູ້ອ່ານມີວິໄສທັດລະອຽດກວ່າ, ສັດຊື່ກວ່າ ກ່ຽວກັບແຫຼ່ງກຳເນີດຂອງບັນດາຮີດຄອງປະເພນີ.         “ ຂ້າພະເຈົ້າຄົ້ນຄ້ວາການດຳເນີນຊີວິດ, ຮີດຄອງປະເພນີຈາກຊີວິດການເປັນຢູ່ຂອງບັນດາໝູ່ບ້ານ, ຕາແສງ, ຂອງບັນດາຊົນເຜົ່າ ເຊິ່ງຂ້າພະເຈົ້າເຫັນວ່າຕ້ອງມີການປຽບທຽບກັບຊົນເຜົ່າກິງເວົ້າລວມ, ເພາະວ່າຫວຽດນາມ ມີ 54 ຊົນເຜົ່າທີ່ແຕກຕ່າງກັນ, ມີຈຸດລວມ, ຈຸດສະເພາະໃນວັດທະນະທຳທີ່ອຸດົມສົມບູນຂອງຊາວ ຫວຽດນາມ. ໃນປື້ມຫົວນີ້, ຂ້າພະເຈົ້າໄດ້ເຕື້ອງເຖິງຮີດຄອງປະເພນີໃນພິທີງານສົບ ແລະ ງານດອງຂອງຊາວເຜົ່າເມື່ອງ, ຊາວເຜົ່າໄທດຳ, ຊາວເຜົ່າໄຕ… ຜ່ານການປຽບທຽບແມ່ນສາມາດເຫັນໄດ້ວ່າ ການເຫຼື້ອມໄສ ກໍ່ຄືຄວາມເຂົ້າໃຈ ກ່ຽວກັບຊີວິດລະຫວ່າງບັນດາເຜົ່າແມ່ນມີຄວາມແຕກຕ່າງກັນ “.         “ຮີດຄອງປະເພນີໃນຊີວິດຂອງມະນຸດ“ ແມ່ນກິດຈະກຳຄົ້ນຄ້ວາວັດທະນະທຳ, ແຕ່ການໃຊ້ສັບພັດທຳມະດາສາມັນທີ່ສຸດ, ມີຄວາມໃກ້ຊິດກັບຜູ້ອ່ານ. ຍ້ອນເຫດນັ້ນ, ນັບແຕ່ໄດ້ສະເໜີຕົວຕໍ່ຜູ້ອ່ານ, ປື້ມຫົວນີ້ໄດ້ຮັບການຮັບຮອງຈາກນັກຄົ້ນຄ້ວາຫຼາຍຄົນ, ແລະ ຖືວ່າ ນີ້ແມ່ນກິດຈະກຳຄົ້ນຄ້ວາວັດທະນະທຳພື້ນຖານ ຫວຽດນາມທີ່ມີຄຸນຄ່າ.         ຕາມນັກວິຈານ ມາຍແອງຕ໋ວນ ແລ້ວ, ປື້ມດັ່ງກ່າວໄດ້ຊ່ວຍຜູ້ອ່ານສຳຜັດກັບປະຫວັດສາດ ດ້ວຍວິໄສທັດ ແລະ ຄວາມນຶກຄິດທີ່ແຕກຕ່າງກັນ. ຄວາມດູດດື່ມຂອງບັນດາຮີດຄອງປະເພນີຜ່ານການສັງເກດຊີວິດການເປັນຢູ່ຂອງຊາວກະສິກອນ ກໍ່ຄືການອະທິບາຍຂອງຜູ້ຂຽນ ຟານເກິມເທື້ອງ ໄດ້ສະແດງໃຫ້ເຫັນວ່າ, ປະຊາຊົນນັ້ນເອງເປັນບັນດາຜູ້ຮັກສາສີສັນຂອງຕົນຢ່າງໝັ້ນຄົງ. ເພາະວ່າສຳລັບເຂົາເຈົ້າແລ້ວ, ບັນດາຮີດຄອງປະເພນີສາມາດປັດເຂ່ັຍບັນດາແນວຄິດ, ວັດທະນະທຳທີ່ເຂົ້າມາຈາກພາຍນອກ. ສ່ວນນັກປະພັນ ຫງວຽນງອັກ ຍັງປຽບທຽບປື້ມຫົວນີ້ຄືດັ່ງປື້ມປະຫວັດສາດກ່ຽວກັບຊາວ ຫວຽດນາມໃນການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ.
TAG
VOV/VOVworld/ຮີດຄອງ​ປະ​ເພນີ​​ໃນ​ຊີວິດ​