VOV WorldVOV World
ການອະນຸລັກຮັກສາດົນຕີພື້ນເມືອງ ຂອງບັນດາເຜົ່າສ່ວນໜ້ອຍຢູ່ຫວຽດນາມ
20/08/2018 11:21
(VOVWORLD) -ພື້ນຖານດົນຕີ ບັນດາເຜົ່າສ່ວນໜ້ອຍ ມີບົດບາດສຳຄັນໃນການສ້າງ ພື້ນຖານດົນຕີພື້ນເມືອງ ໃຫ້ມີຄວາມຫຼາຍຮູບຫຼາຍສີ ຢູ່ຫວຽດນາມ. ໃນສະພາບການທີ່ດົນຕີ ຫຼາຍປະເພດຂອງບັນດາເຜົ່າສ່ວນໜ້ອຍ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປນັ້ນ, ບັນດາອົງການ ທີ່ມີໜ້າທີ່ຮັບຜິດຊອບ, ບັນດາທ້ອງຖິ່ນ ແລະ ວົງຄະນະຍາດ ບັນດາເຜົ່າສ່ວນໜ້ອຍ ພວມຕັ້ງໜ້າປະຕິບັດ ການອະນຸລັກຮັກສາ ພື້ນຖານດົນຕີປະເພດນີ້.
ສິລະປະຂັບແທນ ພິນຕີ້ງໃນແຂວງຕວຽນກວາງ  ຫວຽດນາມແມ່ນຊາດໜຶ່ງ ທີ່ປະກອບດ້ວຍຫຼາຍຊົນເຜົ່າ, ໃນນັ້ນ ແຕ່ລະເຜົ່າກໍ່ລ້ວນແຕ່ມີຮີດຄອງປະເພດນີ ສະເພາະຂອງຕົນ, ມີພາສາສະເພາະຂອງໃຜຂອງລາວ. ບັນດາເຜົ່າກໍ່ມີການປະດິດຄິດສ້າງ ແລະ ມີພື້ນຖານດົນຕີ ທີ່ເປັນເອກະລັກສະເພາະຂອງຕົນ, ລວມທັງດົນຕີພື້ນເມືອງ, ເຄື່ອງດົນຕີຫຼາຍປະເພດທີ່ອຸດົມສົມບູນ, ແລະ ເປັນເອກະລັກຕິດພັນກັບຊີວິດ ທາງດ້ານວັດຖຸ, ຈິດໃຈ ແລະ ຈິດວິນຍານຂອງພໍ່ແມ່ປະຊາຊົນ. ໃນນັ້ນມີຫຼາຍບົດດົນຕີຄື  “ຝົນຕົກ” ຂອງຊົນເຜົ່າ ຂະມຸ, “ກ່ອມເດັກ” ຂອງຊົນເຜົ່າ ເຊີດັງ, “ອິງຫຼ້າເອີຍ” ຂອງຊົນເຜົ່າ ຜູ້ໄທ.          ກ່ຽວກັບບົດບາດດົນຕີ ຂອງບັນດາເຜົ່າສ່ວນໜ້ອຍ ຢູ່ຫວຽດນາມ ດ້ວຍການພັດທະນາ ຂອງວັດທະນະທຳບັນດາເຜົ່າ, ທ່ານຮອງສາດສະດາຈານ ຫງວຽນບິ່ງດິ້ງ ອາດີດຫົວໜ້າສະຖາບັນ ດົນຕີຫວຽດນາມ ໄດ້ຕີລາຄາວ່າ:
TAG
VOV/VOVworld/ດົນ​ຕີ​ພື້ນ​ເມືອງ