VOV WorldVOV World
ການລົງທຶນ ແລະ ອຸປະຖຳໃຫ້ແກ່ວັດທະນະທຳ - ບົດຮຽນສາກົນ ແລະ ບົດຮຽນໃຫ້ແກ່ ຫວຽດນາມ
23/12/2024 09:00
(VOVWORLD) - ຫຼາຍປະເທດໃນໂລກໄດ້ໝູນໃຊ້ບັນດາຮູບແບບການລົງທຶນ ແລະ ອຸປະຖຳໃຫ້ແກ່ວັດທະນະທຳຢ່າງສຳເລັດຜົນ ອັນໄດ້ສ້າງບັນດາຄຸນຄ່າແບບຍືນຍົງໃຫ້ແກ່ວົງຄະນາຍາດ. ຫວຽດນາມ ສາມາດຮຽນຮູ້ ແລະ ໝູນໃຊ້ບັນດາຮູບແບບນີ້ຢ່າງມີຫົວຄິດປະດິດສ້າງ ແລະ ມີໄຫວພິບສອດຄ່ອງກັບເງື່ອນໄຂຂອງ ຫວຽດນາມ
ການລົງທຶນ ແລະ ອຸປະຖຳໃຫ້ແກ່ວັດທະນະທຳ - ບົດຮຽນສາກົນ ແລະ ບົດຮຽນໃຫ້ແກ່ ຫວຽດນາມ
ພາບປະກອບ       ການລົງທຶນ ແລະ ອຸປະຖຳໃຫ້ແກ່ວັດທະນະທຳ ແມ່ນສຳຄັນທີ່ສຸດ ເພາະວ່າ ວັດທະນະທຳຍັງຄົງຕົວ ຊາດນັ້ນກໍ່ຄົງຕົວໄປນຳ. ວັດທະນະທຳແມ່ນປັດໄຈຍຸດທະສາດໃນການພັດທະນາຂອງປະເທດຊາດ. ທ່ານ ປະລິນຍາໂທ ກາວຫງອກແອັ໊ງ ຮອງຫົວໜ້າໂຮງລະຄອນ ຕ໋ວຍແຈ໋ ແປວ່າ ໄວໜຸ່ມ ໃຫ່ຮູ້ວ່າ:      “ວັດທະນະທຳບໍ່ພຽງແຕ່ສ່ອງແສງເຖິງສີສັນຂອງຊາດເທົ່ານັ້ນ ຫາກຍັງເປັນພື້ນຖານຊຸກຍູ້ເສດຖະກິດສັງຄົມອີກດ້ວຍ. ໃນສະພາບຫັນເປັນໂລກາພິວັດ ແລະ ການຂະຫຍາຍຕົວຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ບັນດາປະເທດມນໂລກກໍ່ລ້ວນແຕ່ພວມຕັ້ງໜ້າຊອກຫາບັນດາແບບວິທີໃໝ່ ເພື່ອອະນຸລັກພັດທະນາ ແລະ ໂຄສະນາວັດທະນະທຳ. ຫວຽດນາມ ກໍ່ແມ່ນປະເທດບໍ່ນອນນອກເໜືອຈາກທ່າອ່ຽງນີ້”.     ເຖິງຢ່າງໃດກໍ່ຕາມ ຢູ່ ຫວຽດນາມ ບັນດານະໂຍບາຍວັດທະນະທຳຕົ້ນຕໍແມ່ນສຸມໃສ່ບັນດາເປົ້າໝາຍວັດທະນະທຳສັງຄົມ ໃນຂະນະທີ່ເປົ້າໝາຍເສດຖະກິດ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງເຖິງຖອງ. ທ່ານນາງຮອງສາດສະດາຈານ ປອ ຫງວຽນທິທູເຟືອງ ຫົວໜ້າສະຖາບັນວັດທະນະທຳສິລະປະແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:       “ຈຸດທີ່ຕັ້ງໜ້າ ແມ່ນພວກເຮົາມີນະໂຍບາຍລົງທຶນ ແລະ ໜູນຊ່ວຍໃຫ້ແກ່ວັດທະນະທຳໂດຍກົງ ແຕ່ຈຸດທີ່ອຸດຕັນ ນັ້ນແມ່ນພວກເຮົາຍັງບໍ່ທັນຜັນຂະຫຍາຍນະໂນບາຍລົງທຶນ ໂດຍທາງອ້ອມໃຫ້ແກ່ວັດທະນະທຳໄດ້. ຍົກຕົວຢ່າງຄື ໃຫ້ບຸລິມະສິດດ້ານອາກອນ , ໜູນຊ່ວຍຄ່າດອກເບ້ຍ ເມື່ອໃຫ້ກູ້ຢືມສຳລັບບັນດາໂຄງການວັດທະນະທຳສິລະປະ ຫຼື ໂຄງການລົງທຶນແບບພະຈົນໄພໃນຂົງເຂດວັດທະນະທຳ. ດ້ານອື່ນ ການລົງທຶນຢ່າງເປັນທາງການ ແລະ ລົງທຶນສາທາລະນະຂອງລັດ ກໍ່ຄວນຕ້ອງເພີ່ມຂຶ້ນ ແລະ ຮັບປະກັນຄວາມກົມກຽວລະຫວ່າງພາກລັດ ແລະ ເອກະຊົນ”.      ໃນຫຼາຍປີທີ່ຜ່ານມາ, ລັດ ຫວຽດນາມ ໄດ້ລົງທຶນເຂົ້າຂົງເຂດວັດທະນະທຳບໍ່ຫຼາຍ ແລະ ຍັງບໍ່ທັນມີຈຸດສຸມ. ຕາມບັນດານັກຊ່ຽວຊານແລ້ວ ຄວນສືບຕໍ່ເພີ່ມທະວີການລົງທຶນໃຫ້ແກ່ວັດທະນະທຳ ແລະ ຍົກສູງປະສິດທິຜົນການລົງທຶນຈາກງົບປະມານແຫ່ງລັດ, ຍູ້ແຮງການຮ່ວມມືພາກລັດ - ເອກະຊົນ, ດັດປັບກົນໄກນະໂຍບາຍດຶງດູດການລົງທຶນ, ດຶງດູດບັນດາອົງການຈັດຕັ້ງສ່ວນບຸກຄົນເຂົ້າໃນການລົງທຶນ, ໜູນຊ່ວຍບັນດາໂຄງການວັດທະນະທຳຈາກແຫຼ່ງກຳລັງນອກງົບປະມານແຫ່ງລັດ. ທ່ານ ຫງວຽນກວັກຈຸງ ນັກດົນຕີ ນັກຜະລິດດົນຕີ, ຫົວໜ້າບໍລິສັດແທັງຫວຽດ
TAG
VOV/VOVworld/ວັດ​ທະ​ນະ​ທ​ຳ