ຂັບໂບ້ຍ ດຶງດູດຜູ້ຊົມຢູ່ເຂດປູຊະນີຍະສະຖານ.
25/08/2025 09:00
(VOVWORLD) -ແຕ່ລະຕອນເຊົ້າວັນອາທິດ, ຢູ່ປູຊະນີຍະສະຖານບາງແຫ່ງທີ່ເກົ່າແກ່ໃນນະຄອນ ໂຮ່ຈີມິນ ພັດກາຍເປັນເວທີສະແດງສິລະປະ ຂັບໂບ້ຍ. ຜ່ານບັນດາລາຍການສະແດງໂດຍບໍ່ເກັບຄ່າ ແລະ ການເຄື່ອນໄຫວກະທົບຕອບຢ່າງມີຫົວຄິດປະດິດສ້າງ, ໂຮງລະຄອນສິລະປະຂັບໂບ້ຍ ນະຄອນ ໂຮ່ຈີມິນ ພວມປະສົບຜົນສຳເລັດໃນການນຳສິລະປະພື້ນເມືອງຍັບເຂົ້າໃກ້ກັບມວນຊົນ.

ລາຍການສະແດງຂັບໂບ້ຍ ຂັບໂບ້ຍ ຫຼື ເອີ້ນວ່າ ຂັບຕວງບູຮານ ແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກຂອງດິນແດນພາກໃຕ້. ຂັບໂບ້ຍ ມີຕົ້ນກຳເນີດຈາດຂັບໂບະໃນລາດຊະວັງ. ເມື່ອສະແດງຂັບໂບ້ຍ, ບັນດານັກສິລະປິນທັງຂັບຮ້ອງທັງຟ້ອນທັງຍ່າງໄປມາບົນເວທີສະແດງທີ່ເປັນໜ້າດຶງດູດໃຈ. ຜູ້ຊົມກໍ່ມີຄົບທຸກເພດທຸກໄວຈາກຜູ້ເຖົ້າຜູ້ແກ່ ຕະຫຼອດຮອດບັນດາຄອບຄົວທີ່ຍັງໝຸ່ມ ແລະ ແຂກທ່ອງທ່ຽວຕ່າງປະເທດ ໃນນັ້ນກໍ່ມີນາງ ມິງທ໋າວ ພ້ອມກັບລູກຊາຍອາຍຸ 5 ປີ.ນາງເລົ່າສູ່ຟັງວ່າ ເທື່ອໜຶ່ງໄປຢ້ຽມຊົມເຂດປູຊະນີຍະສະຖານ ລັງອົງ ກໍ່ກົງກັບເວລາຈັດລາຍການສະແດງຂັບໂບ້ຍ. ນັບແຕ່ນັ້ນເປັນຕົ້ນມາ,ສອງແມ່ລູກໄດ້ກາຍເປັນຜູ້ຊົມປະຈຳ ແລະ ຍາມໃດກໍ່ຕິດຕາມລາຍການສະແດງທີ່ຈັດຂຶ້ນປະຈຳອາທິດ ເພື່ອບໍ່ໃຫ້ພາດໂອກາດມາຊົມ. ນາງ ທ໋າວ ແບ່ງປັນວ່າ: “ຂ້າພະເຈົ້າເຫັນວ່າ ນີ້ແມ່ນລາຍການທີ່ມ່ວນທີ່ສຸດ ແລະ ມີຫົວຄິດປະດິດສ້າງມີລັກສະນະປະຫວັດສາດ, ວັດທະນະທຳສິລະປະຍັບເຂົ້າໃກ້ກັບທຸກໆຄົນບໍ່ພຽງແຕ່ແມ່ນໄວໜຸ່ມ. ການປະສານສົມທົບກັບບັນດາເພື່ອນສະມາຊິກຊາວໜຸ່ມໃນບັນດາລາຍການສະແດງເມື່ອກ່ອນນີ້ກໍ່ແມ່ນສິ່ງທີ່ໜ້າຊົມເຊີຍ”. ສິລະປິນ ກຽວມີ ຜູ້ມີໄລຍະເວລາກວ່າ 20 ປີ ທີ່ໄດ້ຜູກພັນກັບສິລະປະຂັບໂບ້ຍ ໃຫ້ຮູ້ວ່າ ໃນແຕ່ລະລາຍການສະແດງ, ບັນດານັກສິລະປິນກໍ່ຕ້ອງມາໄວກວ່າໜຶ່ງຫາສອງຊົ່ວໂມງ ເພື່ອແຕ່ງກາຍ ແລະ ກະກຽມສະແດງ. ເຖິງຢ່າງນັ້ນກໍ່ຕາມ, ນາງພ້ອມກັບບັນດາເພື່ອນຮ່ວມມອາຊີບກໍ່ດີໃຈທີ່ສຸດ ຍ້ອນວ່າ ມີຜູ້ຊົມຫຼາຍຄົນພວມລໍຖ້າຮັບຊົມລາຍການສະແດງຂອງຕົນ. ສິລະປິນ ກຽວມີ ໃຫ້ຮູ້ດ້ວຍຄວາມຕື້ນຕັນໃຈວ່າ: “ເມື່ອເຫັນຜູ້ຊົມຕົບມື, ນັກສິລະປິນກໍ່ຮູ້ສຶກຄືໄດ້ຮັບກຳລັງໜູນຕື່ມອີກ. ສິ່ງນີ້ໄດ້ພາໃຫ້ຂ້າພະເຈົ້າຮັກສິລະປະພື້ນເມືອງ, ຍິ່ງຢາກພັດທະນາຫຼາຍກວ່າອີກ ເພື່ອໃຫ້ຂັບໂບ້ຍ ນັບມື້ນັບມ່ວນກວ່າ ແລະ ເຂົ້າໃກ້ກັບຜູ້ຊົມຫຼາຍກວ່າ”. ໂຮງລະຄອນສິລະປະຂັບໂບ້ຍ ນະຄອນ ໂຮ່ຈີມິນ ໄດ້ຮັກສາການສະແດງຢູ່ຕາມປູຊະນີຍະສະຖານຢ່າງສະເໜີໃນເວລາ 3 ປີທີ່ຜ່ານມາ. ຕາມທ່ານ ຫງວຽນແທັງບິ່ງ ຫົວໜ້າພະແນກຈັດຕັ້ງລາຍການສະແດງ, ໂຮງລະຄອນສິລະປະຂັບໂບ້ຍ ນະຄອນ ໂຮ່ຈີມິນ, ນີ້ແມ່ນຍຸດທະສາດຄວບຄູ່, ທັງໂຄສະນາຄຸນຄ່າຂອງບັນດາປູຊະນີຍະສະຖານປະຫວັດສາດ ທັງສ້າງໂອກາດເພື່ອຂັບໂບ້ຍ ຍັບເຂົ້າໃກ້ກັບຜູ້ຊົມທີ່ທັນສະໄໝແບບທຳມະຊາດ. ໃນແຕ່ລະອາທິດບັນດາລາຍການສະແດງທີ່ມີຊື່ສຽງກ່ຽວກັບປະຫວັດສາດ, ພື້ນເມືອງຖືກສະແດງຢູ່ສອງສະຖານທີ່ຫຼັກ ນັ້ນແມ່ນ ສຸສານທ່ານ ເລວັນຢຽດ ແລະ ຫໍພິພິທະພັນປະຫວັດສາດນະຄອນ ໂຮ່ຈີມິນ. ລາຍການຍັງມີການແນະນຳກ່ຽວກັບປະຫວັດສາດຄວາມເປັນເອກະລັກຂອງສິລະປະຂັບໂບ້ຍ ແລະ ບັນດາການເຄື່ອນໄຫວອື່ນໆຄື ແຕ້ມໜ້າກາກ, ທົດລອງເປັນນັກຮ້ອງ... ທ່ານ ຫງວຽນແທັງບິ່ງ ເປີດເຜີຍວ່າ: “ມີສັນຍານທີ່ດີ ທີ່ມ່ວນ ນັ້ນແມ່ນຜູ້ຊົມໄວໜຸ່ມນັ່ງຮັບຊົມແຕ່ຕົ້ນຮອດວລາສຸດທ້າຍຂອງລາຍການ. ພວກຂ້າພະເຈົ້າໄດ້ຮັບການແບ່ງປັນຈາກລາຍການ, ບັນດາຜູ້ມາຊົມບໍ່ພຽງແຕ່ໄດ້ຮັບຊົມລາຍການເທົ່ານັ້ນຫາກຍັງໄດ້ເຂົ້າຮ່ວມການຄື່ອນໄປວຕົວຈິງ ແລະ ສິ່ງນີ້ເອງໄດ້ນຳມາເຊິ່ງກະທົບຕອບລະຫວ່າງສິລະປະທີ່ມີມາແຕ່ດົນນານ ແລະ ລຸ້ນຄົນປັດຈຸບັນ”. ບັນດາລາຍການສະແດງສິລະປະຂັບໂບ້ຍ ຖືກຈັດຂຶ້ນຢູ່ສະຖານທີ່ສາທາລະນະປະກອບສ່ວນສ້າງຊີວິດໃໝ່ ໃຫ້ແກ່ສິລະປະພື້ນເມືອງຢູ່ນະຄອນ ໂຮ່ຈີມິນ ທີ່ທັນສະໄໝ
TAG
VOV/VOVworld/ຂັບໂບ້ຍ
Related








