VOV WorldVOV World
ນ້ຳໃຈ ຫວຽດ - ລາວ: ແຫຼ່ງບັນດານໃຈເລີ່ມມາຈາກຫົວໃຈ
18/08/2022 09:00
(VOVWORLD) - ສຳລັບນັກຮ້ອງ, ນັກປະພັນດົນຕີໜຸ່ມ ບຸ່ຍຕ໊ວນງອັກ, ເຊິ່ງເປັນຜູ້ແຕ່ງບົດເພງ “ນາງສາວວຽງຈັນ” ແລ້ວ, ນີ້ແມ່ນແຮງບັນດານໃຈ ພາຍຫຼັງການປະຕິບັດງານເປັນເວລາສັ້ນໆຢູ່ ປະເທດ ລາວ
ຄູສອນດົນຕີ, ນັກຮ້ອງ, ນັກປະພັນດົນຕີໜຸ່ມຂອງ ຫວຽດນາມ ຫຼື ນັກປະພັນດົນຕີ ທີ່ມີຊື່ ສຽງຂອງປະເທດລາວ..., ເຖິງວ່າເຂົາໄດ້ເຮັດວຽກໃນຂົງເຂດໃດກໍ່ຕາມ, ແຕ່ໃນຫົວໃຈຂອງເຂົາຍາມໃດກໍ່ຈົດຈຳນ້ຳໃຈສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ. ກໍ່ເລີ່ມຈາກນ້ຳໃຈນັ້ນ ໄດ້ຊ່ວຍໃຫ້ເຂົາປະພັນບັນດາບົດກະວີ, ບົດເພງທີ່ສະແດງສຽງເວົ້າໃນໃຈ. ເຊີນທ່ານຜູ້ຟັງພົບປະກັບບັນດານັກປະພັນ, ຮັບຟັງບັນດາບົດເພງທີ່ສະແດງນ້ຳໃຈ ຫວຽດ - ລາວ ຜ່ານບົດຂຽນຂອງ ຢ້ຽວຮົ່ງ, ນັກຂ່າວ ພາກພາສາລາວ, ວີໂອວີ 5. “ບໍ່ຮູ້ແຕ່ເວລາໃດ                                          ມີດອກໄມ້ສີເຫຼືອງ ຂາວ                                          ດອກໄມ້ນີ້ໄດ້ຕິດພັນ                                          ກັບປະຊາຊົນລາວ                                          ຊື່ວ່າ ດອກຈຳປາ”
TAG
VOV/VOVworld/ບົດ​ປະ​ພັນ​ດົນ​ຕີ/ແຫຼ່ງ​ບັນ​ດານ​ໃຈ