VOV WorldVOV World
ສົ່ງເສີມສິລະປະຂັບແທນພິນຕິ໊ງ ໃຫ້ດັງກ້ອງກັງວານຢູ່ເຂດ ເຕິຍງວຽນ ຕະຫຼອດໄປ
01/04/2024 12:31
(VOVWORLD) -ສິລະປະຂັບແທນພິນຕິ້ງ ພວມນັບມື້ນັບແຜ່ຂະຫຍາຍຢູ່ແຂວງ ດັກລັກ ແລະ ທັງເຂດ ເຕິຍງວຽນ ຂະນະທີີ່ມີສະໂມສອນຫຼາຍແຫ່ງ ໄດ້ຮັບການສ້າງຕັ້ງຂຶ້ນ ພ້ອມທັງມີບັນດາການເຄື່ອນໄຫວສະແດງຖືກຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆ. ງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024 ຖືກຈັດຂຶ້ນໃນເດືອນມີນາທີ່ຜ່ານມາ ອັນໄດ້ດຶງດູດກອງສິລະປະ 14 ກອງທີ່ມາຈາກແຂວງ ດັກນົງ, ເລິມດົ່ງ ແລະ ດັກລັກເຂົ້າຮ່ວມ
ສົ່ງເສີມສິລະປະຂັບແທນພິນຕິ໊ງ ໃຫ້ດັງກ້ອງກັງວານຢູ່ເຂດ ເຕິຍງວຽນ ຕະຫຼອດໄປ
ລາຍການສິລະປະຂັບແທນພິນຕິ໊ງ ທີ່ງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024 ນີ້ ບັນດາກອງສິລະປະໃນບໍລິເວນບັນດາແຂວງເຂດເຕິຍງວຽນ ໄດ້ທຳການສະແດງເກືອບ 70 ລາຍການ ດ້ວຍບັນດາທຳນອງເພງຂັບແທນພິນຕິ໊ງ ທີ່ມີເນື້ອໃນຍ້ອງຍໍສັນລະເສີນປະເທດຊາດ ບ້ານເກີດເມືອງນອນຄວາມຮັກຄູ່ບ່າວສາວ, ແບບຢ່າງວຽກດີຄົນເດັ່ນ; ສ່ອງແສງການດຳເນີນຊີວິດ, ອອກແຮງງານທຳການຜະລິດ; ບັນດາລາຍການສະແດງ ແມ່ນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ. ນາງ ລວັນທິມາຍ ຫົວໜ້າສະໂມສອນຂັບແທນພິນຕິ໊ງ ນະຄອນ ບວນມາຖ້ວດ ເປີດເຜີຍວ່າ:        “ພວກຂ້າພະເຈົ້າໄດ້ກະກຽມນັບເປັນເດືອນ ໃນເບື້ອງຕົ້ນແມ່ນຝຶກແອບຕາມກຸ່ມ. ເມື່ອຝຶກອແອບແລ້ວກໍ່ພົບປະກັນອາທິດລະສາມເທື່ອ ເພື່ອປັບປຸງ ແລະ ປຶກສາຫາລືກ່ຽວກັບບົດເພງໃດທີ່ແທດເໝາະ ເພື່ອປັບປຸງໃຫ້ຖືກຕ້ອງເພື່ອກະກຽມໃຫ້ແກ່ລາຍການສະແດງ”.       ຢູ່ແຂວງ ເລິມດົ່ງ ແຫ່ງທີ່ມີຊາວເຜົ່າໄຕ່, ເຜົ່ານຸ່ງ ດຳລົງຊີວິດຢ່າງຫຼວງຫຼາຍ, ສິລະປະຂັບແທນພິນຕີ໊ງ ໄດ້ຂະຫຫຍາຍຕົວນັບແຕ່ຫຼາຍປີມານີ້. ນາງ ຮວ່າງທິກີມ ຮອງຫົວໜ້າສະໂມສອນຂັບແທນພິນຕີ໊ງ ຕາແສງ ເຕິນແທັງ ເມືອງ ເລິມຮ່າ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:      “ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ ແລະ ເຫັນວ່າລາຍການໃດກໍ່ມ່ວນທີ່ສຸດ ມີຄວາມໝາຍຫຼາຍຢ່າງ. ຂ້າພະເຈົ້າຢາກພົບປະແລກປ່ຽນ ແລະ ຮຽນຮູ້ໂອ້ລົມນຳກັນ. ພວກເອື້ອຍນ້ອງແມ່ຍິງກໍ່ເມົາມົວກັບສິລະປະຂັບແທນພິນຕິ໊ງ ແລະ ເມື່ອໄປສະແດງກໍ່ຊັກຊວນກັນ”.       ຄວາມປະທັບໃຈໃນງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງປີນີ້ ແມ່ນມີການປາກົດຕົວຂອງນັກສະແດງໄວເດັກ. ຫຼານ ເຢືອງບ໋າວເຈົາ ອາຍຸ 9 ປີຢູ່ນະຄອນ ບວມມາຖ້ວດ ແມ່ນໜຶ່ງໃນຈຳນວນນັກສະແດງໄວເດັກສອງຄົນ ຂອງກອງສິລະປະ ບວນມາຖ້ວດ ເລົ່າສູ່ຟັງວ່າ:      “ຫຼານກໍ່ຊົມຊອບສິລະປະຂັບແທນ ດັ່ງນັ້ນຫຼານຈຶ່ງຮຽນ. ແມ່ຍ່າຂອງຫຼານກໍ່ສອນວິທີດີດພິນຕິ໊ງໃຫ້. ບັນດາບົດເພງຂັບແທນໄດ້ສ້າງຄວາມມ່ວນຊື່ນໃຫ້ແກ່ຫຼານ. ຫຼານຊົມຊອບການສະແດງ ເພື່ອໃຫ້ທຸກໆຄົນໄດ້ຮັບຊົມບົດເພງຂັບແທນຂອງເຜົ່າຕົນ”.      ເມື່ອສິ້ນສຸດງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024, ລາງວັນທີໜຶ່ງທົ່ວຄະນະແມ່ນ ໄດ້ແກ່ສະໂມສອນຂັບແທນພິນຕີ໊ງ ນະຄອນບວນມາຖ້ວດ, ລາງວັນທີສອງໄດ້ແກ່ສະໂມສອນຂັບແທນພິນຕິ໊ງ ຕາແສງ ເຫງຍຝູ ແລະ ສະໂມສອນຂັບແທນພິນຕິ໊ງ ເມືອງ ເລິມຮ່າ ແຂວງ ເລິມດົ່ງ; ລາງວັນທີສາມ ໄດ້ແກ່ສະໂມສອນຂັບແທນພິນຕິ໊ງ ຕາແສງ ອີອາປຸດ, ສະໂມສອນຂັບແທນພິນຕີ໊ງ ບັງລັງຕີມ ຕາແສງ ນາມດົງແຂວງ ດັກນົງ ແລະ ສະໂມສອນຂັບແທນພິນຕິ໊ງ ຕາແສງ ເຕິນຮວ່າ ເມືອງ ເວີນໂດນ.         ເຖິງວ່າໄດ້ມີການປະສານກັບດົນຕີທັນສະໄໝກໍ່ຕາມ ແຕ່ຂັບແທນພິນຕິ໊ງ ສາມາດວາດພາບໄດ້ເຖິງບັນຍາກາດຂອງສິລະປະຂັບແທນເມື່ອກ່ອນນີ້. ທ່ານ ນາງ ຟ້າມທິຫ໋າຍບິ່ງ ຮອງຫົວໜ້າຄະນະຈັດຕັ້ງງານມະໂຫລານ ໃຫ້ຮູ້ວ່າ:        “ບັນດາຫົວໜ່ວຍທີ່ເຂົ້າຮ່ວມໂດຍຫຼາຍຮູບການສະແດງ ແລະ ມີເນື້ອໃນອຸດົມສົມບູນ. ພວກຂ້າພະເຈົ້າຫວັງວ່າ ຈາກງານມະໂຫລານປີນີ້, ພໍ່ແມ່ພີ້ນ້ອງບັນດາຜົ່າ ໄຕ່, ນຸ່ງ, ຜູ້ໄທ ໃນບໍລິເວນນະຄອນບວນມາຖ້ວດ ກໍ່ຈະອະນຸລັກຮັກສາສີສັນວັດທະນະທຳຂອງເຜົ່າຕົນ ຕິດພັນກັບການພັດທະນາການທ່ອງທ່ຽວເພື່ອສ້າງ ແຫຼ່ງລາຍຮັບໃຫ້ແກ່ຄອບຄົວ ແລະ ທ້ອງຖິ່ນ”.      ງານມະໂຫລານສິລະປະຂັບແທນພິນຕິ໊ງ ນະຄອນບວດມາຖ້ວດ ຄັ້ງທີສອງ ປີ 2024 ພ້ອມກັບບັນດາການເຄື່ອນໄຫວສະແດງສິລະປະຢູ່ທ້ອງງຖິ່ນຕ່າງໆໃນເຂດ ເຕິຍງວຽນ ກໍ່ແມ່ນໂອກາດເພື່ອໃຫ້ຊາວເຜົ່າໄຕ່, ເຜົ່ານຸ່ງ ໃນແຂວງ ດັກລັກ ເວົ້າສະເພາະ ແລະ ເຂດ ເຕິຍງວຽນ ເວົ້າລວມ ສືບຕໍ່ໂຄສະນາກ່ຽວກັບມໍລະດົກວັດທະນະທຳຂອງເຜົ່າຕົນ. ຜ່ານນັ້ນປະກອບສ່ວນຍົກສູງງຄຸນນະພາບທາງດ້ານສິລະປະກໍ່ຄືການສົ່ງເສີມສິລະປະຂັບແທນພິນຕີ໊ງ ເພື່ອໃຫ້ຖັນແຖວສືບທອດຈະສືບຕໍ່ຮັກສາ ແລະເສີມຂະຫຍາຍປະເພດສິລະປະທີ່ເປັນເອກະລັກນີ້ ໃຫ້ແກ່ຄົນລຸ້ນຫຼັງ ເຮັດໃຫ້ພາບພົດທາງດ້ານວັດທະນະທຳຢູ່ເຂດ ເຕິຍງວຽນ ເພີ່ມຄວາມຫຼາຍຮູບຫຼາຍສີຍິ່ງໆຂຶ້ນ
TAG
VOV/VOVworld/