ອາຊີບເຮັດຮັງລ້ຽງເຜິ້ງດ້ວຍສີຍົວໄມ້ຢູ່ ອູມິນຮະ-ແຂວງ ກ່າເມົາ
20/11/2025 08:09
(VOVWORLD) - ໃນຊຸມມື້ນີ້, ເຂດດິນແດນ ອູມິນຮະ, ແຂວງ ກ່າເມົາ ກະກຽມເຂົ້າສູ່ລະດູບານໃໝ່. ນັ້ນແມ່ນວິທີເອີ້ນຊວ່ງໄລຍະເວລາເກັບນ້ຳເຜິ້ງຂອງນາຍຊ່າງປ່າ (ຊ່າງຂຸດຄົ້ນໄມ້ໃນປ່າ) ເມື່ອລະດູຝົນສິ້ນສຸດລົງ, ດອກສະນັດເບັ່ງບານ, ຝູງເຜິ້ງໄດ້ຍົກທັບກັບມາພາຍຫຼັງການອົບພະຍົບ. ຈາກການອີງໃສ່ແຕ່ທຳມະຊາດ, ນາຍຊ່າງປ່າໄດ້ປະດິດສ້າງ, ນຳອາຊີບລ້ຽງເຜິ້ງດ້ວຍສີຍົວໄມ້ກາຍເປັນມໍລະດົກ, ສ້າງແຫຼ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ຄອບຄົວ.
ໃນຈຸດເວລາເດືອນ 9, 10 ໄລ່ຕາມຈັນທະປະຕິທິນ, ແມ່ນຊຸມເດືອນທີ່ດິນຟ້າອາກາດບໍ່ດີຢູ່ປ່າສະນັດ ອູມິນຮະ, ຝົນຕົກຫຼາຍ, ເຜິ້ງໄດ້ຍົກຍ້າຍໄປບ່ອນອື່ນ. ຮອດເດືອນ 11 ໄລ່ຕາມຈັນທະປະຕິທິນ, ເມື່ອມີແດດ, ຝູງເຜິ້ງຈຶ່ງກັບມາ. ນັບແຕ່ນັ້ນໄປຮອດເດືອນ 3, 4 ໄລ່ຕາມຈັນທະປະຕິທິນຂອງປີຕໍ່ໄປ ຈະແມ່ນລະດູເກັບນ້ຳເຜິ້ງ ແລະ ປຊຊ ເຄີຍໄດ້ເອີ້ນວ່າ ນັ້ນແມ່ນລະດູບານໃໝ່ຢູ່ ອູມິນຮະ. ຍາດເວລາໃນຊຸມວັນມີແສງແດດ, ອ້າຍ ຮວິ່ງຫວູ້ຮວ່າງ ໄດ້ເອົາເປືອກລຳຕົ້ນສະນັດທີ່ມີຄວາມຍາວກ່ວາ 1 ແມັດ ອອກ ແລ້ວຕາກໃຫ້ແຫ້ງ, ຂັດໃຫ້ເຫຼື້ອມ ແລະ ເຈາະລຳໄມ້ 2 ຮູ. ຊ່າງປ່າແຕ່ລະຄົນຈະມີເຂດດິນປູກຕົ້ນສະນັດສະເພາະຂອງຄອບຄົວ, ໃນການເຂົ້າໄປປ່າແຕ່ລະເທື່ອ, ເຂົາເຈົ້າຈະໝາຍໃສ່ບ່ອນທີ່ເໝາະສົມ, ເອົາໄມ້ສະນັດສ້າງເປັນຮັງໃຫ້ເຜິ້ງ. ໃນລະດູຝົນ, ເຜິ້ງຍັງເຮັດຮັງ ແຕ່ໃຫ້ນ້ຳເຜິ້ງບໍ່ຫຼາຍ. ອ້າຍ ຮວິ່ງຫວູ້ຮວ່າງ ໃຫ້ຮູ້ວ່າ: ເຮົາ ເອົາ ລຳ ໄມ້ ເຮັດສີຍົວ ປະ ມານ 20 - 30 ອັນ ເພື່ອ ສ້າງ ເປັນ ຮັງ. ພາຍຫຼັງ ໜຶ່ງ ອາ ທິດ ຈະ ໄປ ເບິ່ງ ຮັງ ແລ້ວ ຕ້ອງ ຈື່ ວ່າ ເຜິ້ງມາ ຮັງ ໃນ ມື້ ໃດ. ຫຼັງ ຈາກນັ້ນ ປະ ມານ 2 ອາ ທິດ ແມ່ນ ສາ ມາດ ເກັບເອົາ ນ້ຳ ເຜິ້ງ ໄດ້ ແລ້ວ. ຖ້າ ຮັງເຜິ້ງ ແຕ່ 1 ແມັດ ຂຶ້ນ ໄປ ກໍ່ ເກັບ ໄດ້ ນ້ຳ ເຜິ້ງໄດ້ ປະ ມານ 9 - 10 ລິດ ໃນ ຄັ້ງ ໜຶ່ງ. ຄັ້ງ ທີ ສອງ ບາງ ເທື່ອ ໄດ້ຫຼາຍ ກວ່າ ຄັ້ງ ທີ ໜຶ່ງ. ອາຊີບເຮັດຮັງລ້ຽງເຜິ້ງດ້ວຍສີຍົວໄມ້ຂອງຊາວ ອູມິນຮະ ໄດ້ຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນຮູບຮ່າງລະດັບຊາດ. ກ່ອນນັ້ນ, ເຜິ້ງໄດ້ເຮັດຮັງຢູ່ເທິງຕົ້ນໄມ້. ພາຍຫຼັງໄດ້ສັງເກດ, ເຂົ້າໃຈອາຈິນຂອງໂຕເຜິ້ງ, ຊ່າງປ່າຢູ່ ອູມິນຮະ ໄດ້ປະດິດສ້າງອາຊີບເຮັດຮັງລ້ຽງເຜິ້ງດ້ວຍສີຍົວໄມ້. ນີ້ແມ່ນວິວັດການໄປຊອກຫາທິດແສງແດດ, ທິດລົມພັດໃນປ່າສີຂຽວ ທີ່ໄດ້ສືບທອດກັນມາຜ່ານຫຼາຍລຸ້ນຄົນ. ຫຼືເວົ້າແນວອື່ນແມ່ນເຕັກນິກການສ້າງຮັງເຜິ້ງ. ອ້າຍ ຟ້າມຢຸຍແຄງ, ຊ່າງປ່າຜູ້ໜຶ່ງໃຫ້ຮູ້ວ່າ: ຕ້ອ ງ ອີງ ຕາມອາຈິນຂອງ ໂຕ ເຜິ້ງ ແລ້ວ ໃຊ້ ໄມ້ ສ້າງ ຮັງ ຄື ແນວ ນັ້ນ , ຊ່າງ ປ່າ ເຫັນ ວ່າ ບ່ອນ ໃດ ສ້າງ ຮັງ ທີ່ ຖືກ ໃຈ ແມ່ນ ຕ້ອງ ຈື່ ໄວ້. ເມື່ອ ເອົາ ລຳ ໄມ້ ມາ ສ້າງ ຮັງ ກໍ່ ອາດຈະໄດ້ແປງ ໄປ ແປງ ມາ. ສຳ ຄັນ ທີ່ ສຸດ ແມ່ນ ທິດ ລົມ ພັດ. ທີ ສອງ ແມ່ນ ແສງ ແດດກໍ່ ສຳ ຄັນ ທີ່ ສຸດ. ຮັງ ເຜິ້ງ ມີ ນ້ຳ ເຜິ້ງຫຼາຍ ຫຼື ເຜິ້ງ ຢາກ ມາ ຮັງ ແມ່ນ ຂຶ້ນ ກັບ ແສງ ແດດ… ໃນຊຸມວັນແດດແຫ້ງກ່ອນລະດູບານໃໝ່ວຽນມາ, ຊ່າງປ່າໄດ້ພາແຂກທ່ອງທ່ຽວເຂົ້າປ່າຂຸດຄົ້ນນ້ຳເຜິ້ງ. ບັນດາຮັງເຜິ້ງໃຫ່ຍ, ຍາວ 1 ແມັດ ຫຼືຫຼາຍນັ້ນ ໄດ້ເຮັດໃຫ້ແຂກທ່່ອງທ່ຽວຫຼາຍຄົນມີຄວາມຈັບອົກຈັບໃຈທີ່ສຸດ. ປີ 2015, ແຂວງ ກ່າເມົາ ໄດ້ສົ່ງເສີມການພັດທະນາຮູບແບບທ່ອງທ່ຽວເຂດຊຸມຊົນຢູ່ເຂດປ່າ ອູມິນຮະ. ຈາກນັ້ນ, ອາຊີບສ້າງຮັງເຜິ້ງດ້ວຍສີຍົວໄມ້ ມີໂອກາດພັດທະນາຢ່າງແຮງ. ຮອດລະດູດອກສະນັດບານ, ຫຼາຍຄະນະແຂກທ່ອງທ່ຽວກໍ່ຕາມຊ່າງປ່າໄປເບິ່ງຮັງເຜິ້ງ ແລະ ເບິ່ງວິທີຊ່າງປ່າຂຸດຄົ້ນນ້ຳເຜິ້ງ. ຜ່ານນັ້ນ ກໍ່ເຫັນໄດ້ນ້ຳໃຈຄວາມຮັກແພງຂອງຊາວ ອູມິນຮະ ທີ່ມີໃຫ້ສຳລັບປ່າ ແລະ ທຳມະຊາດ. ເມື່ອຕັດຮັງເຜິ້ງເອົານ້ຳເຜິ້ງ, ຍາມໃດຊ່າງປ່າກໍ່ປະສ່ວນສຳຄັນຂອງຮັງເຜິ້ງ ເພື່ອໃຫ້ຝູງເຜິ້ງສືບຕໍ່ຂະຫຍາຍຮັງ. ນັບແຕ່ເວລາເຮັດການທ່ອງທ່ຽວ, ນ້ຳເຜິ້ງກໍ່ຂາຍໄດ້ລາຄາດີ, ດັ່ງນັ້ນ, ປຊຊ ໄດ້ມີແຫຼ່ງລາຍຮັບສູງ, ເປັນປົກກະຕິ, ຍັງຮັກສາໄດ້ອາຊີບພື້ນເມືອງຂອງລຸ້ນພໍ່ລຸ້ນອ້າຍ. ທ່ານ ຟ້າມວັນງອດ, ຜູ້ທີ່ໄດ້ຕິດພັນກັບອາຊີບນີ້ເປັນເວລາຫຼາຍປີ ໃຫ້ຮູ້ວ່າ: ເມື່ອ ສ້າງ ຮັງ ແລ້ວ , ໂຕ ເຜິ້ງ ມາຫຼາຍ ທີ່ ສຸດ. ຖ້າ ເຮົາ ເອົາ ລຳ ໄມ້ 40 ລຳ ມາ ເຮັດ ຮັງ , ແນວ ໃດ ກໍ່ ມີ 20 ກວ່າ ລຳທີ່ ມີ ເຜິ້ງ ມາ. ບາງ ເທື່ອກໍ່ ໄດ້ ນ້ຳ ເຜິ້ງຫຼາຍ , ບາງ ເທື່ອກໍ່ ໄດ້ ໜ້ອຍ ແຕ່ ຍັງ ໄດ້ຫຼາຍ ກວ່າ ການ ເຮັດ ກະ ສິ ກຳ. ປ ຊ ຊ ຢູ່ ທີ່ນີ້ກໍ່ ມັກ ເຮັດ ອາ ຊີບ ສ້າງ ຮັງ ເຜິ້ງນີ້ຫຼາຍ. ຢູ່ເຂດດິນແດນ ອູມິນຮະ ແຫ່ງທີ່ລຸ້ນພໍ່ລຸ້ນອ້າຍນັບຫຼາຍລຸ້ນຄົນໄດ້ປົກປັກຮັກສາເຂດປ່າຂຽວອຸ່ມທຸ່ມໃຫ້ເຜິ້ງມາເຮັດນ້ຳເຜິ້ງທີ່ຫອມແຊບນັ້ນ, ຕົ້ນໄມ້ທີ່ເອົາມາເຮັດຮັງເຜິ້ງແຕ່ລະຕົ້ນ ກໍ່ແມ່ນກຳລັງເຫື່ອແຮງບ່ໍຈັກວ່າເທົ່າໃດຂອງຊ່າງປ່າ ແຕ່ກໍ່ແມ່ນນ້ຳຈິດນ້ຳໃຈຄວາມຮັກແພງ, ຄວາມໄຝ່ຝັນກ່ຽວກັບຊີວິດອັນດີງາມທີ່ໄດ້ຝາກຝັງໃນເຂດຜືນປ່າຕົ້ນສະນັດ./.
TAG
VOV/VOVworld/ອາຊີບເຮັດຮັງລ້ຽງເຜິ້ງດ້ວຍສີຍົວໄມ້ຢູ່ ອູມິນຮະ-ແຂວງ ກ່າເມົາ/ເຂດດິນແດນ ອູມິນຮະ/ທ່ານ ຟ້າມວັນງອດ/ອ້າຍ ຟ້າມຢຸຍແຄງ/ຊ່າງປ່າ/ອ້າຍ ຮວິ່ງຫວູ້ຮວ່າງ
Related





