VOV WorldVOV World
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາໄປຢ້ຽມຢາມນະຄອນ ໜານໜິງ (ຈີນ)
16/04/2026 09:08
[VOVWORLD] - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດ ຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາໄປຢ້ຽມຢາມນະຄອນ ໜານໜິງ (ຈີນ)
11_16-4_am_sang_tbt_ctn_anh_2.jpg (ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເດີນ​ທາງໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ນະ​ຄອນ ໜານ​ໜິງ )         ໂດຍ​ສືບ​ຕໍ່ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຈີນ, ພາຍ​ຫຼັງ​ສິ້ນ​ສຸດ​ບັນ​ດ​ການ​ເຄື່ອນ​ໄຫວ​ຢູ່​ນະ​ຄອນ​ຫຼວງ ປັ​ກ​ກິ່ງ, ຕອນ​ເຊົ້​າ​ວັນ​ທີ 16 ເມ​ສາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ປັກ​ກິ່ງ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ນະ​ຄອນ ໜານ​ໜິງ ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ.         ໃນ​ການ​ເດີນ​ທາງ, ການ​ນຳ​ວິ​ສາ​ຫະ​ກິດ​ຂະ​ແໜງ​ລົດ​ໄຟ​ຂອງ ຈີນ ໄດ້​ລາຍ​ງານ​ໂດຍ​ຫຍ​ໍ້​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ທາງ​ລົດ​ໄຟ​ຂອງ ຈີ​ນ. ຕາມນັ້ນ​ແລ້ວ, ໄລ​່​ຮອດ​ຕົ້ນ​ປີ 2026, ລະ​ບົບ​ທາງ​ລົດ​ໄຟ​ທີ່​ພວມ​ເຄື່ອນ​ໄຫວ​ຂອງ ຈີນ ບັນ​ລຸ​ຄວາມ​ຍາວ​ໄລ​ຍະ​ທາງ​ທັງ​ໝົດ 165.000 ກມ.         ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ກັບ ຈີນ ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ການ​ນຳ​ຂະ​ແໜງ​ລົດ​ໄຟ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຈີນ ແບ່​ງ​ປັນ​ບົດ​ຮຽນ ແລະ ໜູນ​ຊ່ວຍ, ​ເຂົ້າ​ຮ່ວມ​ພ້ອມ​ກັບ ຫວຽດ​ນາມ ໃນ​ວິ​ວັດ​ການກໍ່​ສ້າງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ທາງ​ລົດ​ໄຟ​ສຳ​ຄັນ​ຢູ່ ຫວຽດ​ນາມ.
TAG
VOV/VOVWORLD/​ຂະ​ແໜງ/​ລົດ​ໄຟ/​ວິ​ສາ​ຫະ​ກິດ

More